ສະເໜີ 9 ມາດຕະການຮັບປະກັນການປະຕິບັດແຜນການຂອງລັດ ແຕ່ 2024 ຮອດທ້າຍສະໄໝ

ສະເໜີ 9 ມາດຕະການຮັບປະກັນການປະຕິບັດແຜນການຂອງລັດ ແຕ່ 2024 ຮອດທ້າຍສະໄໝ
ໃນໂອກາດທີ່ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ຕໍ່ບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ກາງສະໄໝ 5 ປີ (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການເຄື່ອນໄຫວວຽກງານປີ 2023 ແລະ ແຜນການ ປະຈໍາປີ 2024 ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ຄະນະປະຈໍາສະພາແຫ່ງຊາດ ເຫັນດີຕໍ່ທິດທາງແຜນການ ທ້າຍສະໄໝຮອດປີ 2025 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດດັ່ງກ່າວ ສະເໜີບາງມາດຕະການເພີ່ມເຕີມ ດັ່ງນີ້:1). ສືບຕໍ່ປະຕິບັດ ທິດທາງລວມ, ເປົ້າໝາຍລວມ ແລະ ແຜນວຽກຈຸດສຸມ ຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ໃນ ມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ແລະ ປະຕິບັດຕາມຈິດໃຈຂອງກອງປະຊຸມສູນກາງພັກ ທີ່ຫາກໍປິດລົງໃນອາທິດກ່ອນ;2). ສູ້ຊົນຮັກສາສະຖຽນລະພາບທາງດ້ານການເງິນ-ເງິນຕາ ໂດຍມີການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ນະໂຍບາຍການເງິນ, ເງິນຕາ, ການຜະລິດ, ການຄ້າ ແລະ ຈິດຕະສາດດ້ານສັງຄົມ; ຄວບຄຸມອັດຕາເງິນເຟີ້ ສະເລ່ຍ ໃຫ້ຢູ່ໃນລະດັບ 1 ໂຕເລກ, ຄຸ້ມຄອງອັດຕາແລກປ່ຽນ ຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້; ສູ້ຊົນໃຫ້ປະລິມານເງິນ M2 ຂະຫຍາຍຕົວສອດຄ່ອງກັບລະດັບດຸນຍະພາບການຂະຫຍາຍຕົວຂອງເສດຖະກິດ; ເອົາໃຈໃສ່ເພີ່ມຄັງສໍາຮອງເງິນຕາຕ່າງປະເທດໃຫ້ສາມາດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ ແລະ ຄຸ້ມຄອງລາຍຮັບ ເງິນຕາຈາກການສົ່ງອອກ ແລະ ການນໍາເຂົ້າທຶນຈົດທະບຽນຂອງການລົງທຶນຕ່າງປະເທດ ໃຫ້ຜ່ານລະບົບ ທະນາຄານ ໃຫ້ໄດ້ 60% ຂຶ້ນໄປ;3). ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 4% ຂຶ້ນໄປຕໍ່ປີ ແລະ ເຮັດໃຫ້ GDP ຕໍ່ຫົວຄົນ ບັນລຸໄດ້ຕາມຄາດຫມາຍ; ຮັບປະກັນໃຫ້ຂະແໜງບໍລິການກວມອັດຕາສ່ວນຫຼາຍໃນໂຄງປະກອບເສດຖະກິດ;4). ສືບຕໍ່ສູ້ຊົນປະຕິບັດຕາມທິດທາງລວມ ແລະ ຄາດໝາຍທີ່ກໍານົດໄວ້ ໃນແຜນພັດທະນາຂະແໜງການເງິນແຫ່ງລັດ ໂດຍໃຫ້ມີການຫັນປ່ຽນ ແລະ ບຸກທະລຸ ໃນຂົງເຂດຈັດເກັບລາຍຮັບ ແລະ ຫັນເປັນທັນສະໄໝຢ່າງແຂງແຮງ, ໂດຍສະເພາະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ເກີນດຸນ ໃຫ້ໄດ້ 18% ຂອງ GDP ຂຶ້ນໄປ; 5). ຂົງເຂດວັດທະນະທໍາ-ສັງຄົມ ສຸມໃສ່ປັບປຸງຄຸນນະພາບລະບົບການຮຽນ-ການສອນ ໃຫ້ຕອບສະໜອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ສາມາດເຊື່ອມໂຍງ, ແຂ່ງຂັນກັບພາກພື້ນ ແລະ ສາກົນ, ຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂການຂາດແຄນຄູ ແລະ ຄູສອນ ລວມທັງການແກ້ໄຂການປະລະການຮຽນ ໃຫ້ປະກົດຜົນເປັນຈິງ, ຫັນການສຶກສາເປັນດີຈີຕອນເທື່ອລະກ້າວ; ຈັດຕັ້ງປະຕິບັດວຽກງານສົ່ງເສີມສຸຂະພາບ, ການກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດຕິດຕໍ່, ຍົກສູງຄຸນນະພາບການປິ່ນປົວໃຫ້ໄດ້ມາດຕະຖານ ລວມທັງຈັນຍາບັນ ຈັນຍາທໍາຂອງບຸກຄະລາກອນສາທາລະນະສຸກ, ຊຸກຍູ້ສົ່ງເສີມການຄົ້ນຄວ້າການແພດ ແລະ ການຢາພື້ນເມືອງ; ປັບປຸງກອງທຶນປະກັນສຸຂະພາບ ແລະ ກອງທຶນປະກັນສັງຄົມໃຫ້ມີປະສິດທິຜົນ, ຝຶກ ແລະ ພັດທະນາສີມືແຮງງານລະຫວ່າງພາກສ່ວນຕ່າງໆໃຫ້ມີຄວາມກົມກຽວ ແລະ ໄດ້ມາດຕະຖານສາກົນ, ຄຸ້ມຄອງ, ດັດສົມແຮງງານໃຫ້ສົມດຸນ ແລະ ມີຄວາມຍືນຍົງ; ສ້າງຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ໄດ້ມາດຕະຖານ, ໂຄສະນາ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃນການເປີດປີທ່ອງທ່ຽວລາວ 2024 ໃຫ້ມີປະສິດທິຜົນ, ເອົາໃຈໃສ່ປະຕິບັດບັນດາຄາດໝາຍດ້ານບົດບາດຍິງ-ຊາຍ ໃຫ້ປະກົດຜົນເປັນຈິງ; 6). ເອົາໃຈໃສ່ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະສືບຕໍ່ສູ້ຊົນໃຫ້ເນື້ອທີ່ປ່າໄມ້ ກວມ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2025, ຊຸກຍູ້ສົ່ງເສີມການຟື້ນຟູປ່າໄມ້ ໃຫ້ໄດ້ 1.800.000 ເຮັກຕາ ແລະ ປູກໄມ້ໃຫ້ໄດ້ 200.000 ເຮັກຕາ, ປ້ອງກັນ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ໄຟໄໝ້ປ່າ ແລະ ໄພທໍາມະຊາດ ໃຫ້ທັນການ, ສືບຕໍ່ໂຄງການອອກໃບຕາດິນຕາມຄວາມສາມາດຕົວຈິງຂອງງົບປະມານ;7). ຟື້ນຟູພື້ນຖານໂຄງລ່າງທີ່ຖືກເປ່ເພ ຈາກໄພທໍາມະຊາດ ແລະ ສືບຕໍ່ການກໍ່ສ້າງປັບປຸງເສັ້ນທາງໃຫ້ໄດ້ຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ພ້ອມທັງປັບປຸງລະບົບຂົນສົ່ງຕ່າງໆໃຫ້ມີຄວາມວ່ອງໄວ, ທັນສະໄໝ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; ເອົາໃຈໃສ່ຜັນຂະຫຍາຍວຽກງານການຫັນເປັນ ທັນສະໄໝໃຫ້ກວ້າງຂວາງໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈີຕອນໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ;8).ກໍານົດມາດຕະການທີ່ເໝາະສົມ ໃນການສືບຕໍ່ຈັດຕັ້ງປະຕິບັດຄາດໝາຍໃນຂົງເຂດພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ການຄຸ້ມຄອງບໍລິຫານລັດ ໃຫ້ບັນລຸຕາມແຜນການທີ່ວາງໄວ້;9). ທິດທາງການລົງທຶນຂອງລັດ ໃນໄລຍະທ້າຍສະໄໝ ແລະ ແຜນການປີ 2024 ຄວນຈະສຸມໃສ່ແກ້ໄຂໄພພິບັດ, ຟື້ນຟູພື້ນຖານໂຄງລ່າງທີ່ເປ່ເພ, ຈັດສັນ 10% ຂອງງົບປະມານ ໃສ່ການລົງທຶນປ້ອງກັນຕາຝັ່ງເຈື່ອນ, ນໍາໃຊ້ເງິນເກີນແຜນຂອງທ້ອງຖິ່ນ ສຸມໃສ່ແກ້ໄຂໜີ້ສິນ ແລະ ສໍາເລັດໂຄງການທີ່ຍັງສືບຕໍ່ປະຕິບັດ,ສະເໜີໃຫ້ມີການລົງທຶນໃສ່ຂະແໜງສຶກສາ, ສາທາ ແລະ ວັດທະນະທໍາ-ສັງຄົມຕື່ມໃນຂອບເຂດຄືສົກປີ2023, ຈໍາກັດໂຄງການສະເໜີໃໝ່ ແລ້ວໃຫ້ນໍາສະເໜີບັນຊີໂຄງການລົງທຶນຂອງລັດ ຕໍ່ກອງປະຊຸມສະໄໝສາມັນຄັ້ງນີ້ ເພື່ອພິຈາລະນາ ຮັບຮອງ ໃຫ້ທັນຈັດຕັ້ງປະຕິບັດໃນວັນທີ 1 ມັງກອນ 2024.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ