ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສູນກາງແນວລາວສ້າງຊາດ,ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມກ່ອນທີ່ຈະຮັບຮອງ.

 

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕາງໜ້າ ສນຊ ຂຶ້ນປະກອບຄໍາເຫັນ ຕໍ່ບົດລາຍງານຂອງສະພາແຫ່ງຊາດ ວ່າ: ສນຊ ເຫັນດີເປັນເອກະພາບ ແລະ ສະໜັບສະໜູນ ຕໍ່ເນື້ອໃນບົດລາຍງານ ຊຶ່ງສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການຈັດຕັ້ງປະຕິບັດພາລະບົດບາດ, ສິິດ, ໜ້າທີ່ ຂອງຕົນເອງຢ່າງຫ້າວຫັນ ຈຶ່ງສາມາດຍາດແຍ່ງໄດ້ຜົນສໍາເລັດຫຼາຍດ້ານ ດັ່ງທີີ່ໄດ້ຍົກຂຶ້ນໃນບົດລາຍງານ. ພ້ອມດຽວກັນນີ້, ກໍໄດ້ ສນຊ ຍັງໄດ້ສະເໜີ ຕໍ່ສະພາແຫ່ງຊາດ ກໍຄືບັນດາທ່ານ ສສຊ ໃນຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນໃນດ້ານການຮັບຮອງນິຕິກໍາ ກໍໄດ້ຂໍໃຫ້ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມກ່ອນທີ່ຈະຮັບຮອງ; ໃນດ້ານການຕິດຕາມ-ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ກໍຄື ນິຕິກໍາລຸ່ມກົດໝາຍບາງຈຸດຍັງບໍ່ທັນແຂງແຮງເປັນຕົ້ນ: ບັນຫາບໍ່ແຮ່, ບັນຫາພື້ນຖານໂຄງລ່າງ, ບັນຫາຢາເສບຕິດ, ການຂາດແຄນແຮງງານ, ການຕົວະຍົວະລອກຫຼວງຜ່ານສື່ອອນໄລແລະອື່ນໆຊຶ່ງໄດ້ຂໍໃຫ້ຕິດຕາມກວດກາແລະຊຸກຍູ້ພາກສ່ວນກ່ຽວຂ້ອງເຂັ້ມງວດທາງດ້ານການບັງຄັບໃຊ້ແລະປະຕິບັດກົດໝາຍ.

ຕໍ່ກັບສະມາຊິກສະພາໃນການເຮັດບົດບາດໃນຖານະເປັນຕົວແທນ ຂອງປະຊາຊົນ ບາງທ່ານ ເຫັນວ່າ: ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

ພ້ອມນີ້, ສນຊ ຍັງໄດ້ມີຄໍາເຫັນຕໍ່ກັບແຜນການ 5 ປີ (2026-2030) ແລະ ແຜນປະຈໍາປີ 2026 ຂອງສະພາແຫ່ງຊາດ ຊຸດທີ X ວ່າ:ດ້ານພື້ນຖານ ແມ່ນເຫັນດີ ຕາມບົດລາຍງານ ແຕ່ສະເໜີໃຫ້ເອົາໃຈໃສ່ບາງຈຸດ ເປັນຕົ້ນກ່ຽວກັບທິດທາງລວມ ແມ່ນຂໍໃຫ້ເພີ່ມທະວີວຽກງານລົງຮາກຖານ ໂດຍສະເພາະແມ່ນສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ; ຕິດຕາມ-ກວດກາ, ຊຸກຍູ້, ການແກ້ໄຂຄໍາຮ້ອງ, ຄໍາສະເໜີ ຂອງປະຊາຊົນ, ພ້ອມທັງລາຍງານຜົນການແກ້ໄຂ. ດ້ານນິຕິບັນຍັດໃຫ້ຕິດຕາມ-ກວດກາ, ຊຸກຍູ້ ການສ້າງ ແລະ ການປັບປຸງກົດໝາຍ ໃຫ້ຖືກຕ້ອງ ຕາມບາດກ້າວ, ຂັ້ນຕອນ ທີ່ໄດ້ກໍານົດ ໃນກົດໝາຍວ່າດ້ວຍ ການສ້າງນິຕິກໍາ ແລະ ສອດຄ່ອງກັບສະພາບຕົວຈິງ.ການຕົກລົງບັນຫາສໍາຄັນຂອງຊາດໃຫ້ຕິດຕາມ-ກວດກາ, ຊຸກຍູ້ ໂຄງການລະດັບຊາດເຊັ່ນ: ໂຄງການທາງດ່ວນວັງວຽງ-ບໍ່ເຕັ່ນ, ໂຄງການທາງດ່ວນວຽງຈັນ-ຮ່າໂນຍ, ໂຄງການກໍ່ສ້າງທາງລົດໄຟວຽງຈັນ-ຄໍາມ່ວນ-ທ່າເຮືອບຸ່ງອ່າງ ສສ ຫວຽດນາມ ແລະ ອື່ນໆ; ພ້ອມດຽວກັນ, ກໍຊຸກຍູ້ການຜະລິດກະສິກໍາ ຕາມແລວທາງລົດໄຟ, ແລວທາງດ່ວນ ເພື່ອຜະລິດສິນຄ້າສົ່ງອອກ,ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13. ດ້ານການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ, ກໍຂໍໃຫ້ເອົາໃຈໃສ່ ດ້ານຄຸນນະພາບຂອງບຸກຄະລາກອນ ທີ່ຈະລົງສະມັກເລືອກຕັ້ງສະມາຊິກສະພາ ຈະແມ່ນສະພາແຫ່ງຊາດ ຫຼື ສະພາປະຊາຊົນແຂວງ.ສຳລັບ, ການເຄື່ອນໄຫວຕ່າງປະເທດກໍຄວນກໍານົດ ໃຫ້ແຈ້ງຕື່ມ ການຮ່ວມມືກັບ ລັດຖະສະພາ ຂອງບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເພື່ອໃຫ້ສອດຄ່ອງກັບນະໂຍບາຍ ເຊື່ອມໂຍງ, ເຊື່ອມຈອດ ທີ່ພັກໄດ້ກໍານົດ.

ການສ່ອງແສງສຽງສະທ້ອນຈາກສັງຄົມ, ສນຊ ກໍໄດ້ມີຄໍາເຫັນວ່າ: ໄລຍະ 5 ປີຜ່ານມາ, ແມ່ນໄດ້ຮັບຄໍາຮ້ອງ, ຄໍາສະເໜີສ່ອງແສງ ຈາກສັງຄົມຫຼາຍຮ້ອຍສະບັບ, ແຕ່ສັງລວມເນື້ອໃນໄດ້ດັ່ງນີ້:ຂົງເຂດ ປກຊ-ປກສເປັນຕົ້ນການບັງຄັບໃຊ້ກົດໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ,ຍັງມີການລະເມີດກົດໝາຍ ຂອງຜູ້ປະກອບການ;ຂົງເຂດເສດຖະກິດມີບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານຕໍາຫຼວດ, ພະນັກງານ-ລັດຖະກອນ,ບັນຫາທີ່ດິນ,ບັນຫາຜົນກະທົບຈາກການຂຸດຄົ້ນບໍ່ແຮ່ ເປັນຕົ້ນແມ່ນສານຜິດຕົກຄ້າງ,ບັນຫາພື້ນຖານໂຄງລ່າງ ເປັນຕົ້ນເສັ້ນທາງຄົມມະນາຄົມ;ດ້ານວັດທະນະທໍາ-ສັງຄົມກ່ຽວກັບຈັນຍາບັນ, ຈັນຍາທໍາ ຂອງແພດໝໍ ແລະ ຄູ-ອາຈານ,ການປະລະການຮຽນ, ການລັ່ງໄຫຼໄປອອກແຮງງານ ຢູ່ຕ່າງປະເທດ,ບັນຫາຢາເສບຕິດ, ຄ່ານິຍົມທີ່ບໍ່ຖືກຕ້ອງ,ການຂາດແຄນແຮງງານ ແລະ ອື່ນໆ; ບັນຫາການຄຸ້ມຄອງຄົນຕ່າງປະເທດ ທີ່ມາເຄື່ອນໄຫວດຳເນີນທຸລະກິດ ຢູ່ ສ ປປ ລາວ ໃຫ້ຖຶກຕ້ອງ ແລະ ເຂັ້ມງວດຕາມກົດໝາຍ ຕົວຢ່າງ: ຍັງມີກຸ່ມຄົນຈຳນວນໜຶ່ງລະເມີດກົດໝາຍ (ກຸ່ມແກ້ງສະແກຼມເມີ, ການຄ້າມະນຸດ ແລະ ແຕ່ງງານຜິດກົດໝາຍ), ບັນຫາການຄຸ້ມຄອງ, ການກວດກາ ການບໍລິການພາຍໃນໃຫ້ເຂັ້ມງວດ ແລະ ເຂົ້າສູ່ລະບຽບກົດໝາຍ ເປັນຕົ້ນ: ທຸລະກິດບັນເທິງ, ສະຖານທີ່ແຫຼ່ງທ່ອງ ແລະ ການບໍລິການການທ່ອງທ່ຽວແລະ ອື່ນໆ.

(ຂ່າວ:ບຸນຕອມ, ພາບ:ຂັນໄຊ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ