ສະເໜີໃຫ້ອົງການກວດກາ ແລະ ອົງການກວດສອບ ເອົາໃຈໃສ່ບາງດ້ານ ເພື່ອໃຫ້ບັນລຸແຜນ 5 ປີ

ສະເໜີໃຫ້ອົງການກວດກາ ແລະ ອົງການກວດສອບ ເອົາໃຈໃສ່ບາງດ້ານ ເພື່ອໃຫ້ບັນລຸແຜນ 5 ປີ
ຄະນະປະຈໍາສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025), ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023, ທິດທາງແຜນການທ້າຍສະໄໝ ຮອດປີ 2025 ແລະ ແຜນການເຄື່ອນໄຫວປະຈໍາປີ 2024 ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ພະຈິກນີ້ ຊຶ່ງ ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ ຕາງໜ້າ ຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຊຶ່ງທ່ານ ລີເບີ ລີບົວປາວ ກ່າວວ່າ: ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ແລະ ການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເຫັນວ່າບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ບົດລາຍງານຂອງອົງການກວດສອບແຫ່ງລັດ ແມ່ນສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານທີ່ພົ້ນເດັ່ນ ແລະ ຄຽງຄູ່ກັນນັ້ນ ກໍຍັງມີບາງຄາດໝາຍທີ່ຕ້ອງສືບຕໍ່ໃຫ້ບັນລຸ ຊຶ່ງໃນນີ້ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ສະໜີໃຫ້ເອົາໃນໃສ່ບາງດ້ານ ດັ່ງນີ້:
    ຕໍ່ກັບອົງການກວດກາແຫ່ງລັດ, ຄະນະປະຈໍາສະພາແຫ່ງຊາດເຫັນດີຕໍ່ແຜນການເຄື່ອນໄຫວວຽກງານທ້າຍສະໄໝ ຮອດປີ 2025 ແລະ ແຜນການປະຈໍາປີ 2024 ຊຶ່ງໄດ້ຍົກໃຫ້ເຫັນ 3 ທິດທາງ, 4 ຄາດໝາຍສູ້ຊົນ, 8 ວຽກງານຈຸດສຸມ ແລະ 3 ມາດຕະການຈັດຕັ້ງປະຕິບັດ. ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນທ້າຍສະໄໝ ຮອດ ປີ 2025 ແລະ ແຜນການປະຈໍາປີ 2024 ໃຫ້ບັນລຸຕາມແຜນ ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ ຕາມມະຕິສະພາແຫ່ງຊາດໃນໄລຍະຜ່ານມາ ແລະ ຈັດຕັ້ງປະຕິບັດແຜນການປະຈໍາປີ 2024 ໃຫ້ບັນລຸຕາມແຜນ; ເປັນເຈົ້າການປະສານສົມທົບ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອຮ່ວມກັນແກ້ໄຂຜົນການກວດກາ ທີ່ສະສົມໄລຍະຜ່ານມາ, ຄົ້ນຄວ້າວິໄຈຜົນກວດກາທີ່ສາມາດແກ້ໄດ້ ແລະ ແກ້ບໍ່ໄດ້ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາ ອັນໃດຄວນລົບລ້າງ, ອັນໃດຕ້ອງໄດ້ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດຕາມກົດໝາຍ; ເອົາໃຈໃສ່ກໍ່ສ້າງພະນັກງານຂອງອົງການກວດກາແຫ່ງລັດ ໃຫ້ເປັນມືອາຊີບ, ມີຄຸນທາດ ການເມືອງ, ມີຈັນຍາບັນ-ຈັນຍາທໍາ ເພື່ອຮັບປະກັນຄຸນນະພາບຂອງວຽກງານຕິດຕາມກວດກາ, ແນໃສ່ການປະຕິບັດພາລະບົດບາດຂອງອົງການກວດກາແຫ່ງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ພ້ອມນີ້, ຄະນະປະຈໍາສະພາແຫ່ງຊາດ ກໍຍັງສະເໜີໃຫ້ລັດຖະບານສະໜອງງົບປະມານໃຫ້ອົງການກວດກາແຫ່ງລັດທັນຕາມແຜນການເຄື່ອນໄຫວຂອງອົງການແຫ່ງລັດ; ສະເໜີໃຫ້ການຈັດຕັ້ງລັດ ແລະ ທຸກພາກສ່ວນຂອງສັງຄົມ ໃຫ້ການຮ່ວມມື ແລະ ສະໜັບສະໜູນວຽກງານກວດກາແຫ່ງລັດ.
    ຕໍ່ກັບອົງການກວດສອບແຫ່ງລັດ, ຄະນະປະຈໍາສະພາແຫ່ງຊາດ ເຫັນດີຕໍ່ທິດທາງການເຄື່ອນໄຫວວຽກງານກວດສອບ ທ້າຍສະໄໝ ຮອດປີ 2025 ແລະ ແຜນ 2024, ແຕ່ສະເໜີໃຫ້ເອົາໃຈໃສ່ເພີ່ມເຕີມ ໃນການສືບຕໍ່ຈັດຕັ້ງບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ ຕາມມະຕິສະພາແຫ່ງຊາດໃນໄລຍະຜ່ານມາ ໂດຍ ການບັນຈຸເຂົ້າແຜນການປະຈໍາປີ 2024 ໃຫ້ບັນລຸຕາມແຜນ; ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃຫ້ມີຜົນສັກສິດ ເປັນຕົ້ນ: ມາດຕາ 14 ປະເພດການກວດສອບແຫ່ງລັດ ໂດຍສະເພາະ ການກວດສອບຜົນການຈັດຕັ້ງປະຕິບັດ, ມາດຕາ 40 ກ່ຽວກັບການແກ້ໄຂຜົນການກວດສອບ;ພ້ອມນີ້, ກໍຕ້ອງເປັນເຈົ້າການປະສານສົມທົບ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອຮ່ວມກັນແກ້ໄຂຜົນການ ກວດສອບ ທີ່ສະສົມໄລຍະຜ່ານມາ, ຄົ້ນຄວ້າວິໄຈຜົນກວດສອບທີ່ສາມາດແກ້ໄດ້ ແລະ ແກ້ບໍ່ໄດ້ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາ ອັນໃດຄວນລົບລ້າງ, ອັນໃດຕ້ອງໄດ້ຈັດຕັ້ງ ປະຕິບັດຢ່າງເຂັ້ມງວດຕາມກົດໝາຍ; ເອົາໃຈໃສ່ກໍ່ສ້າງພະນັກງານຂອງອົງການກວດສອບແຫ່ງລັດ ໃຫ້ເປັນມືອາຊີບ, ມີຄຸນທາດ ການເມືອງ, ມີຈັນຍາບັນ-ຈັນຍາທໍາ, ສ້າງຄູ່ຮ່ວມງານກວດສອບ ໂດຍສອດຄ່ອງຕາມມາດຕາ 67 ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ເພື່ອຮັບປະກັນຄຸນນະພາບຂອງວຽກງານ ຕິດຕາມກວດກາ, ແນໃສ່ການປະຕິບັດພາລະບົດບາດຂອງອົງການກວດກາແຫ່ງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ນອກນີ້, ຄະນະປະຈໍາສະພາແຫ່ງຊາດ, ຍັງໄດ້ສະເໜີໃຫ້ລັດຖະບານ ສະໜອງງົບປະມານໃຫ້ອົງການກວດສອບແຫ່ງລັດທັນຕາມແຜນການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ