ສະເໜີບາງມາດຕະການເພື່ອໃຫ້ສານ ແລະ ໄອຍະການ ມີຜົນສຳເລັດໃນວຽກງານຈຸດສຸມປີໜ້າ

ສະເໜີບາງມາດຕະການເພື່ອໃຫ້ສານ ແລະ ໄອຍະການ ມີຜົນສຳເລັດໃນວຽກງານຈຸດສຸມປີໜ້າ
ຄະນະປະຈໍາສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງ ການໄອຍະການ ກ່ຽວກັບການເຄື່ອນໄຫວຽກງານກາງສະໄໝ 5 ປີ (2021-2025) ການເຄື່ອນໄຫວວຽກງານ ປະຈໍາປີ 2023; ທິດທາງທ້າຍສະໄໝ ຮອດປີ 2025 ແລະ ວຽກງານຈຸກສຸມ ປີ 2024 ຊຶ່ງກໍໄດ້ມີຄໍາເຫັນຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຜ່ານມາ, ແຕ່ກໍຍັງມີບາງດ້ານຄວນສືບຕໍ່ແກ້ໄຂ ຊຶ່ງເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າໃຫ້ມີຜົນສໍາເລັດ ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ສະເໜີບາງມາດຕະການ ຕໍ່ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ.
    ທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ 2 ອົງການດັ່ງກ່າວ  ຊຶ່ງໄດ້ກ່າວບາງຕອນສຳຄັນວ່າ:
    ຕໍ່ກັບ, ສານປະຊາຊົນສູງສຸດ: ຄະນະປະຈໍາສະພາແຫ່ງຊາດ ເຫັນດີເປັນເອກະພາບ ຕໍ່ທິດທາງແຜນການເຄື່ອນໄຫວວຽກງານໄລຍະທ້າຍສະໄໝ 2023-2025, 6 ຄາດໝາຍສູ້ຊົນ ແລະ 10 ແຜນງານຈຸດສຸມ ປີ 2024 ຂອງສານປະຊາຊົນສູງສຸດ. ຄະນະປະຈໍາສະພາແຫ່ງຊາດ ເຊື່ອໝັ້ນວ່າ ດ້ວຍການນໍາພາ-ຊີ້ນໍາ ຂອງຄະນະນໍາສານປະຊາຊົນສູງສຸດ ຈະສູ້ຊົນຈັດຕັ້ງປະຕິບັດ 5 ແຜນງານ, 22 ໂຄງການ ແລະ 79 ກິດຈະກໍາ ໃນທ້າຍສະໄໝ ໃຫ້ສໍາເລັດຕາມທີ່ໄດ້ກໍານົດໄວ້ໃນມະຕິ ສະບັບເລກທີ 15/ສພຊ, ລົງວັນທີ 24 ມີນາ 2021. ນອກນີ້, ຕໍ່ກັບທິດທາງແຕ່ລະດ້ານ ໃນປີ 2024, ຄະນະປະຈໍາສະພາແຫ່ງຊາດ ສະເໜີບາງມາດຕະການ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ມີຜົນສໍາເລັດ ດັ່ງນີ້: 1. ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ 6 ຄາດໝາຍສູ້ຊົນ ແລະ 10 ແຜນງານຈຸດສຸມ ປີ 2024 ໂດຍມີມາດຕະການ, ວິທີການຈັດຕັ້ງປະຕິບັດໃຫ້ລະອຽດ, ຈະແຈ້ງ, ເຂັ້ມງວດ ເຮັດໃຫ້ບັນດາແຜນວຽກຈຸດສຸມ ສາມາດຈັດຕັ້ງປະຕິບັດ ມີຜົນສໍາເລັດ ຕາມຄາດໝາຍທີ່ໄດ້ວາງໄວ້; 2. ສືບຕໍ່ຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່; ຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ມີຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະ; ຈັດຕັ້ງປະເມີນການປະຕິບັດໜ້າທີ່ ຂອງຜູ້ພິພາກສາ ໃຫ້ທົ່ວເຖິງ, ເລືອກເຟັ້ນຜູ້ພິພາກສາດີ-ເກັ່ງ ໃຫ້ໄດ້ຫຼາຍກວ່າ 25% ຂອງຜູ້ພິພາກສາທັງໝົດ; 3. ເອົາໃຈໃສ່ຄົ້ນຄວ້າ ສ້າງ, ປັບປຸງ ແລະ ປະເມີນຄືນ ບັນດານິຕິກໍາທີ່ນອນໃນຄວາມຮັບຜິດ ຊອບຂອງຕົນ ໂດຍສະເພາະແມ່ນ ບັນດານິຕິກໍາທີ່ພົວພັນກັບການດໍາເນີນຄະດີແພ່ງ ເພື່ອສ້າງຄວາມເປັນເອກກະພາບ ໃນການປະຕິບັດໜ້າທີ່ວຽກງານຂອງສານປະຊາຊົນແຕ່ລະຂັ້ນ; 4. ເອົາໃຈໃສ່ວຽກງານຄຸ້ມຄອງ, ນໍາພາ-ຊີ້ນໍາ ແລະ ກວດກາ ສານປະຊາຊົນຂັ້ນລຸ່ມ ໃຫ້ເປັນ ປົກກະຕິ, ພ້ອມທັງແນະນໍາ, ກວດກາຄວາມຖືກຕ້ອງ ແລະ ຄວາມເປັນເອກະພາບໃນການດໍາເນີນຄະດີຂອງສານປະຊາຊົນແຕ່ລະຂັ້ນ, ຮັບປະກັນການດໍາເນີນຄະດີຂອງສານປະຊາຊົນ ມີຄວາມຮອບດ້ານ, ຄົບຖ້ວນ, ພາວະວິໄສ, ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງແຕ່ຫົວທີ ເພື່ອຫຼຸດຜ່ອນການຂໍອຸທອນ, ຂໍລົບລ້າງ ແລະ ຂໍຮື້ຟື້ນຄະດີຄືນໃໝ່ຫຼົບໄປຫຼົບມາຫຼາຍເທື່ອ ແລະ ສູ້ຊົນແກ້ໄຂຄະດີ ທີ່ເຂົ້າມາສານແຕ່ລະຂັ້ນ ໃຫ້ບັນລຸ 85% ຕາມຄາດໝາຍທີ່ວາງໄວ້; 5. ຍູ້ແຮງກົນໄກການບໍລິຫານສານ ເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ເຂົ້າເຖິງຂະບວນຍຸຕິທໍາ ມີຄວາມວ່ອງໄວ ແລະ ໂປ່ງໃສ ຕາມກົດໝາຍ; ສ້າງເງື່ອນໄຂໃຫ້ໂຈດ, ຈໍາເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມ ເຂົ້າຮ່ວມໃນການໂຕ້ແຍ້ງ, ໂຕ້ຖຽງ, ຊີ້ແຈງ ແລະ ອະທິບາຍຂໍ້ມູນຫຼັກຖານໃນທີ່ປະຊຸມສານ ໃຫ້ເລິກເຊິ່ງ ແລະ ຄົບຖ້ວນ; 6. ເອົາໃຈໃສ່ຄົ້ນຄວ້າ ສ້າງ ແລະ ປັບປຸງກົນໄກການປະສານສົມທົບ ລະຫວ່າງ ສານປະຊາຊົນ ກັບພາກສ່ວນທີ່ກ່ຽວຂ້ອງ ແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານ ໃນການດໍາເນີນຄະດີ ໃຫ້ຖືກຕ້ອງຕາມ ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຕາມກົດໝາຍໄດ້ກໍານົດໄວ້.
    ຕໍ່ກັບ, ອົງການໄອຍະການປະຊາຊົນສູງສຸດ: ຄະນະປະຈໍາສະພາແຫ່ງຊາດ ເຫັນດີເປັນເອກະພາບ ຕໍ່ທິດທາງແຜນການທ້າຍສະໄໝ ແລະ 10 ວຽກງານຈຸດສຸມ ປີ 2024 ຂອງອົງການໄອຍະການປະຊາຊົນສູງສຸດ. ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ເພີ່ມທະວີຄວາມຮັບ ຜິດຊອບຂອງຕົນ ສູ້ຊົນຈັດຕັ້ງປະຕິບັດ 6 ແຜນງານ, 25 ໂຄງການ ແລະ 94 ກິດຈະກໍາ ໃນທ້າຍສະໄໝ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີຜົນສໍາເລັດ. ພ້ອມນີ້, ຕໍ່ວຽກງານຈຸດສຸມ ປີ 2024, ຄະນະປະຈໍາສະພາແຫ່ງຊາດ ສະເໜີບາງມາດຕະການເພີ່ມເຕີມ ເພື່ອຮັບປະກັນເຮັດໃຫ້ວຽກງານຈຸດສຸມດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສໍາເລັດ ຕາມທີ່ໄດ້ກໍານົດໄວ້ ດັ່ງນີ້: 1. ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ 5 ຄາດໝາຍສູ້ຊົນ, 10 ວຽກຈຸດສຸມ ປີ 2024 ໃຫ້ເປັນແຜນວຽກ ແລະ ມີມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມຄາດຫມາຍທີ່ໄດ້ວາງໄວ້; 2. ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ເພື່ອກ້າວໄປເຖິງການປັບປຸງ ຫຼື ອອກນິຕິກໍາໃຕ້ກົດໝາຍ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; 
3. ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນສູງສຸດ ແຕ່ລະຂັ້ນ ໃຫ້ເປັນລະບົບ ແລະ ເໝາະສົມ; ກໍ່ສ້າງພະນັກງານໄອຍະການ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ຄວາມຮູ້ຄວາມສາມາດ ໃຫ້ມີຄຸນນະພາບເພື່ອບັນຈຸ, ສັບຊ້ອນ ເຂົ້າໃສ່ກົງຈັກການຈັດຕັ້ງ ນັບແຕ່ສູນກາງລົງຮອດທ້ອງຖີິ່ນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ; 4. ສຸມໃສ່ປັບປຸງກົນໄກ, ຮູບການ ແລະ ວິທີການ ໃນການປະຕິບັດພາລະບົດບາດ ຕິດຕາມ ກວດກາການປະຕິບັດກົດໝາຍ ຕາມມາດຕາ 40, 43, 46, 48, 49, 52, 54 ຂອງກົດໝາຍວ່າ ດ້ວຍອົງການໄອຍະການປະຊາຊົນ ໃຫ້ມີຄວາມຖືກຕ້ອງ, ເຂັ້ມງວດກວ່າເກົ່າ ເປັນຕົ້ນການຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ການສັ່ງຟ້ອງຜູ້ຖືກຫາຂຶ້ນ ສານ; ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ແລະ ການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ, ສຸມໃສ່ ແກ້ໄຂບັນຫາການກັກຂັງຜູ້ຖືກຫາ ແລະ ນັກໂທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ; 5. ສືບຕໍ່ຄົ້ນຄວ້າ ສ້າງ ແລະ ປັບປຸງ ກົນໄກການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການທີ່ກ່ຽວ ຂ້ອງ ແນໃສ່ຍົກສູງຄວາມຮັບຜິດຊອບການເມືອງ ຂອງແຕ່ລະພາກສ່ວນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເຮັດໃຫ້ສະຕິເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ນັບມື້ດີຂຶ້ນ. 
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ