![]() |
ກິດຈະກຳໃນຄັ້ງນີ້ ໂດຍມີ ທ່ານ ສົມສັກ ເສົາວະລັດ ກຳມະການພັກແຂວງ, ເລຂາພັກເມືອງ,ທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະນຳຂອງເມືອງ, ພະນັກງານ - ລັດຖະກອນ, ຄູ-ອາຈານ, ຜູ້ປົກຄອງ ພ້ອມດ້ວຍນັກກິລາຮຸ່ນເຍົາວະຊົນ , ອະນຸຊົນ ຈາກຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ ເຂົ້າຮ່ວມຢ່າງພ້ອມເພງ.
ການແຂ່ງຂັນໃນປີນີ້ ໄດ້ແບ່ງອອກເປັນຫຼາຍລາຍການຕາມເກນອາຍຸ ເພື່ອເປີດໂອກາດໃຫ້ເດັກນ້ອຍທຸກກຸ່ມໄດ້ສະແດງຄວາມສາມາດ ຢ່າງເຕັມສ່ວນ, ເຊິ່ງປະກອບມີ: ຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ: ມ່ວນຊື່ນໄປກັບກິລາມວນຊົນ ເປັນຕົ້ນແມ່ນ ແຂ່ງກິລາອົມນ້ຳໃສ່ແກ້ວ, ແລ່ນສາມຂາ ພິເສດ: ສໍາລັບແລ່ນສາມຂາ ພໍ່ແມ່ນັກຮຽນມີສ່ວນຮ່ວມໃນການແຂ່ງຂັນນຳອີກ ຊຶ່ງສ້າງຮອຍຍິ້ມ ແລະ ສຽງຫົວ ໃຫ້ກັບທັງຜູ້ເຂົ້າຮ່ວມ ແລະ ຜູ້ຊົມຮອບເດີ່ນ.; ກິລາເປຕັງ (ຊັ້ນປະຖົມ ແລະ ມັດທະຍົມ): ແຂ່ງຂັນຢ່າງດຸເດືອດ ແຕ່ເຕັມໄປດ້ວຍມິດຕະພາບ ຂອງນັກກິລາຮຸ່ນສືບທອດ ຊຶ່ງນັກກິລາແຕ່ລະທີມໄດ້ສະແດງທັກສະການໂຍນ ແລະ ການຄິດໄລ່ໄລຍະທາງຢ່າງໜ້າຊົມເຊີຍ.
![]() |
ທ່ານ ສົມສັກ ເສົາວະລັດ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນສຳຄັນຂອງເດັກນ້ອຍເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມໃຫ້ເດັກນ້ອຍມີສຸຂະພາບຮ່າງກາຍທີ່ແຂງແຮງ, ຮູ້ຈັກຄວາມສາມັກຄີ, ການເຮັດວຽກເປັນທີມ ແລະ ຫ່າງໄກຈາກສື່ສັງຄົມອອນລາຍ ມາສູ່ການເຄື່ອນໄຫວທີ່ເປັນປະໂຫຍດ ແລະ ສະແດງຄວາມຂອບໃຈນຳທຸກ ພາກສ່ວນສັງຄົມ ຜູ້ປະກອບການ, ຫ້າງຮ້ານທຸລະກິດ ໃນທົ່ວເມືອງມຸນລະປາໂມກໃຫ້ການສະໜັບສະໜູນ. ພາບ-ຂ່າວ: ສີລິວັນ ທອງຄໍາສະຫວັນ


ຄໍາເຫັນ