ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ອົງການຄວາມຮ່ວມມືລະຫວ່າງປະເທດ ແຫ່ງປະເທດໄທ (TICA) ແລະ ອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ (UNICEF) ໄດ້ຈັດພິທີເປີດຊຸດອົບຮົມຄູຝຶກ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງດ້ານໂພຊະນາການ ໃນຊຸມຊົນຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ” ຂຶ້ນໃນລະຫວ່າງວັນທີ 3-7 ສິງຫານີ້
ສາງຄວາມເຂມແຂງໃຫບກຄະລາກອນເພດຍງ ດານໂພຊະນາການໃນ ສປປ ລາວ - image 1
 

ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງ ສສຍລ, ທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ມີທ່ານ ບິລາລ ໂອແຮັງເຊັບ ດູຮານີ ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ, ມີທີ່ປຶກສາສະຖາບັນໂພຊະນາການມະຫາວິທະຍາໄລມະຫິດົນ, ບັນດາທີມງານຄະນະວິທະຍາກອນ-ອາຈານ ຈາກສະຖາບັນໂພຊະນາການ, ມະຫາວິທະຍາໄລມະຫິດົນປະເທດໄທ, ບັນດາຄະນະກົມ, ຄະນະສູນ, ສຳມະນາກອນຈາກແຂວງໄຊຍະບູລີ, ຈຳປາສັກ, ສາລະວັນ, ຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.

ທ່ານ ນາງ ຜາສຸກ ວົງວິຈິດ ກ່າວວ່າ: ສປປ ລາວ ຍັງປະເຊີນໜ້າກັບສິ່ງທ້າທາຍທາງດ້ານໂພຊະນາການເຊັ່ນ: 1) ການຂາດສານອາຫານຊຳເຮື້ອ ເຮັດໃຫ້ເດັກນ້ອຍເຕ້ຍໃນທົ່ວປະເທດ 33%; 2) ການຂາດອາຫານກະທັນຫັນ ເຮັດໃຫ້ເດັກນ້ອຍຈ່ອຍຜອມ 10.7%; 3) ແຕ່ໃນຕົວເມືອງພັດມີບັນຫາເດັກນ້ຳໜັກເກີນ (ເດັກຕຸ້ຍໂພດ) ຊຶ່ງທັງໝົດເຫຼົ່ານີ້ລ້ວນແຕ່ສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕ ແລະ ຕໍ່ສຸຂະພາບຂອງເດັກໃນການພັດທະນາທາງດ້ານຮ່າງກາຍ ແລະ ສະໜອງ. ສສຍລ ເພື່ອປະຕິບັດພາລະບົດບາດສິດ-ໜ້າທີ່ ຄວາມຮັບຜິດຊອບຂອງຕົນ ໃນການສົ່ງເສີມຄວາມກ້າວໜ້າໃຫ້ແມ່ຍິງ ແລະ ເດັກນ້ອຍ ແລະ ປະຕິບັດວາລະແຫ່ງຊາດໃນການຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2030 ເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ເພື່ອເປັນການປະກອບສ່ວນໃນການສົ່ງເສີມສຸຂະພາບແມ່ຍິງ ແລະ ເດັກນ້ອຍໃຫ້ດີຂຶ້ນ, ສາມາດບັນລຸຕົວຊີ້ວັດຄາດໝາຍທີ່ວາງໄວ້ ຈຶ່ງມີແຜນສ້າງຄວາມເຂັ້ມແຂງດ້ານໂພຊະນາການ ດ້ວຍການໃຫ້ຄວາມຮູ້ເອື້ອຍນ້ອງແມ່ຍິງໃນຂັ້ນແຂວງ-ເມືອງ ຈົນຮອດຊຸມຊົນ ເພື່ອນຳໄປເຜີຍແຜ່ໃຫ້ຂໍ້ມູນຂ່າວສານອັນຖືກຕ້ອງຊ່ວຍເຫຼືອແມ່ຍິງ ໃນເຂດຕົນຮັບຜິດຊອບໃຫ້ເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ, ການໃຫ້ຂໍ້ມູນຂ່າວສານແນະນຳຊັກຊວນໃຫ້ແມ່ຍິງໄປຮັບການບໍລິການຢູ່ສຸກສາລາ, ໂຮງໝໍ ຫຼື ສະຖານບໍລິການສາທາລະນະສຸກ; ຖືພາຕາມໄວອັນຄວນແຕ່ງງານເມື່ອຮອດອາຍຸ (ຫຼັງ 18 ປີ) ຖືພາແລ້ວຕ້ອງໄປກວດທ້ອງຕິດຕາມ ຈົນເຖິງເວລາເກີດມີແພດຊ່ວຍ ລູກເກີດມາແລ້ວໄດ້ດື່ມນ້ຳນົມເຫຼືອງ, ໄດ້ຮັບການສັກຢາກັນພະຍາດ ແລະ ລ້ຽງລູກດ້ວຍນ້ຳນົມແມ່ພຽງຢ່າງດຽວຈົນເດັກຮອດອາຍຸ 6 ເດືອນ, ຮູ້ໃຫ້ອາຫານເສີມຫຼັງ 6 ເດືອນ. ຂະບວນການທີ່ເວົ້າມານີ້ ແມ່ຍິງມີບົດບາດສຳຄັນໃນການລ້ຽງດູສົ່ງເສີມສຸຂະພາບແມ່ ແລະ ເດັກໃຫ້ມີສຸຂະພາບແຂງແຮງ. 

ສາງຄວາມເຂມແຂງໃຫບກຄະລາກອນເພດຍງ ດານໂພຊະນາການໃນ ສປປ ລາວ - image 2
 

ການຈັດຊຸດຝຶກອົບຮົມຄູຝຶກໃນຄັ້ງນີ້, ຍັງເປັນການສະເຫຼີມສະຫຼອງວັນໂພຊະນາການແຫ່ງຊາດ ແລະ ອາທິດສາກົນ ສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່. ສະນັ້ນ, ຮຽກຮ້ອງໃຫ້ສຳມະນາກອນທຸກຄົນ ຈົ່ງເອົາໃຈໃສ່ຕັ້ງໃຈສຶກສາຮ່ຳຮຽນຮັບເອົາຄວາມຮູ້, ເພື່ອນຳໄປຜັນຂະຫຍາຍ, ຈັດຕັ້ງປະຕິບັດໃນເຂດແຂວງ, ເມືອງຂອງຕົນ ຮ່ວມກັບຄະນະກຳມະການດ້ານໂພຊະນາການຂັ້ນແຂວງ, ພະຍາຍາມສ້າງເປັນແຜນການ ໂຄງການ, ກິດຈະກຳເພື່ອປັບປຸງເຮັດໃຫ້ສະພາບໂພຊະນາການໃນຊຸມຊົນຂອງຕົນດີຂຶ້ນ. 

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ