![]() |
ການຝຶກອົບຮົມຄັ້ງນີ້, ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ພັດທະນາທັກສະ ການນຳພາຂອງສະຫະພັນແມ່ຍິງໃຫ້ມີຄວາມເຂັ້ມແຂງ, ເນື້ອໃນທີ່ນໍາມາຝຶກອົບຮົມປະກອບມີ ເອກະສານຄວາມເປັນຜູ້ນຳ ເພື່ອເສີມສ້າງວິໄສທັດ ແລະ ທັກສະການບໍລິຫານງານ, ເຕັກນິກການເປັນພິທີກອນ ເພື່ອພັດທະນາທັກສະການສື່ສານ ແລະ ການດຳເນີນງານໃນພິທີການຕ່າງໆ; ການຈັດຕັ້ງປະຕິບັດຫົວຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ເພື່ອຊຸກຍູ້ຂະບວນການແຂ່ງຂັນໃຫ້ເປັນຮູບປະທຳ.
![]() |
ຕອນທ້າຍ, ທ່ານ ສົມຈັນ ສີຈັນແດງ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈົ່ງນຳເອົາບົດຮຽນ ແລະ ຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້, ໄປນໍາໃຊ້ເຂົ້າໃນວຽກງານຕົວຈິງຢູ່ຮາກຖານຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ ກາຍເປັນແບບຢ່າງໃຫ້ສະຫະພັນແມ່ຍິງທົ່ວເມືອງ. ຂ່າວ: ສີລິວັນ


ຄໍາເຫັນ