ສ້າງຫຼັກສູດປະລິນຍາຕີພາສາຈີນໃນສາຂາວິຊາສະເພາະຕ່າງໆ ເພື່ອສ້າງບຸກຄະລາກອນທີ່ມີຄວາມສາມາດທີ່ຫຼາກຫຼາຍໃນລະດັບສູງ

ສ້າງຫຼັກສູດປະລິນຍາຕີພາສາຈີນໃນສາຂາວິຊາສະເພາະຕ່າງໆ ເພື່ອສ້າງບຸກຄະລາກອນທີ່ມີຄວາມສາມາດທີ່ຫຼາກຫຼາຍໃນລະດັບສູງ

ສ້າງຫຼັກສູດປະລິນຍາຕີພາສາຈີນໃນສາຂາວິຊາສະເພາະຕ່າງໆ ເພື່ອສ້າງບຸກຄະລາກອນທີ່ມີຄວາມສາມາດທີ່ຫຼາກຫຼາຍໃນລະດັບສູງ
ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ສະເໜີເປີດຫຼັກສູດປະລິນຍາຕີພາສາຈີນ ແລະ ໄດ້ຮັບອະນຸມັດຈາກກະຊວງ ສຶກສາທິການ ແລະ ກິລາ ໃນປີ 2020 ແລະ ໄດ້ກາຍເປັນສະຖາບັນການສຶກສາຂັ້ນສູງ ແຫ່ງທຳອິດທີ່ເປີດປະລິນຍາຕີພາສາຈີນໃນພາກເໜືອຂອງປະເທດລາວ, ເຮັດໃຫ້ການພົວພັນໃນຂົງເຂດການສຶກສາຂອງສອງຝ່າຍນັບມື້ຍິ່ງລົງເລິກຍິ່ງຂຶ້ນ. ຫຼັກສູດສາຂາປະລິນຍາຕີພາສາຈີນເປັນອີກເວທີໜຶ່ງທີ່ເຮັດໃຫ້ ນັກສຶກສາລາວໄດ້ຮຽນພາສາຈີນຢ່າງເປັນລະບົບ, ເປັນວິຊາສະເພາະຫຼາຍຂຶ້ນ, ໄດ້ກາຍເປັນການສ້າງຮາກຖານສຳຄັນໃນການພົວພັນການສຶກສາ ແລະ ແລກປ່ຽນວັດທະນະທໍາລາວ -ຈີນ.
ສາງຫກສດປະລນຍາຕພາສາຈນໃນສາຂາວຊາສະເພາະຕາງໆ ເພອສາງບກຄະລາກອນທມຄວາມສາມາດທຫາກຫາຍໃນລະດບສງ - image 1
 

ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມລາວ, ໃນຕໍ່ໜ້າສະຖາບັນຂົງຈື ໄດ້ມີແຜນສະເໜີຕໍ່ ກະຊວງສຶກສາທິການ ແລະ ກິລາ ເພື່ອເປີດຫຼັກສູດປະລິນຍາຕີ “ພາສາຈີນ ການຄ້າເອເລັກໂຕຣນິກ”, “ພາສາຈີນ ການບໍລິຫານໂຮງແຮມ (ການບໍລິຫານການທ່ອງທ່ຽວ)”, “ພາສາຈີນ ວິສະວະກໍາໄຟຟ້າ” ແລະ ອື່ນໆ ເພື່ອຂະຫຍາຍຫຼັກສູດ “ພາສາຈີນ ເຕັກນິກວິຊາຊີບ” ໃຫ້ກວມເອົາຫຼາຍຂະແໜງການໃນຂະແໜງການສຶກສາຂັ້ນສູງຫຼາຍຂຶ້ນ. ການສິດສອນໃນຫຼັກສູດນີ້ຈະໃຊ້ຕົວແບບການສຶກສາແບບ “2+2” ຫຼື “4+0” ທີ່ມີຄວາມຄ່ອງຕົວ ຊຶ່ງຈະຊ່ວຍໃຫ້ສະພາບແວດລ້ອມຂອງການຮຽນ ແລະ ການຝຶກຫັດງານຂອງນັກສຶກສາມີຄວາມຫຼາຍຫຼາຍຍິ່ງຂຶ້ນ ຊຶ່ງມີຢູ່ລາວ ແລະ ຈີນ ທັງເປັນຝຶກບຸກຄະລາກອນທີ່ມີຄວາມພ້ອມທັງພາສາຈີນ ແລະ ວິຊາຊີບ ໄປພ້ອມກັນ.

ເພື່ອເປັນການຍົກລະດັບຫຼັກສູດ “ພາສາຈີນ ວິສະວະກໍາໄຟຟ້າ” ໃຫ້ມີລັກສະນະການນຳໃຊ້ຕົວຈິງ ແລະ ກົງເປົ້າໝາຍຍິ່ງຂຶ້ນ, ສະຖາບັນຂົງຈື ໄດ້ຮ່ວມມືກັບມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ ຮຽບຮຽງປຶ້ມແບບຮຽນ “ວິສະວະກຳໄຟຟ້າ” ສະບັບສອງພາສາຈີນ-ລາວ ຂຶ້ນ ຊຶ່ງເປັນປຶ້ມແບບຮຽນວິສະວະກຳໄຟຟ້າພາສາຈີນເຫຼັ້ມທໍາອິດໃນປະເທດລາວທີ່ໄດ້ສັງລວມເອົາທິດສະດີ ແລະ ການປະຕິບັດຕົວຈິງມາສ້າງເປັນປື້ມຕຳລາ, ປື້ມເຫຼັ້ມນີ້ມີປະມານ 200,000 ຄໍາ ແລະ ໄດ້ພີມອອກມານໍາໃຊ້ໃນປີ 2024. ປື້ມເຫຼັ້ມນີ້ຈະຊ່ວຍໃຫ້ນັກຮຽນລາວຮຽນພາສາຈີນ, ພ້ອມທັງກຳໄດ້ຄວາມຮູ້ວິຊາສະເພາະ ແລະ ການປະຕິບັດຕົວຈິງໄປພ້ອມກັນ.

ນອກຈາກນີ້, ສະຖາບັນຂົງຈື ຍັງໄດ້ບູລະນາການໃນການນຳໃຊ້ຊັບພະຍາກອນການສຶກສາຮ່ວມກັບມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງຢ່າງຕັ້ງໜ້າ, ຮ່ວມມືກັບພະແນກການຕ່າງໆໃນປະເທດຈີນ ແລະ ສະຖາບັນການສຶກສາຂັ້ນສູງໃນປະເທດລາວເພື່ອປັບປຸງການຈັດຫາຊັບພະຍາກອນດ້ານການສຶກສາເພື່ອຮັບປະການການດຳເນີນຫຼັກສູດ “ພາສາຈີນ ເຕັກນິກວິຊາຊີບ” ໃຫ້ມີປະສິດທິພາບ. ໃນເດືອນສິງຫາ 2024 ຜ່ານມາ, ໄດ້ມີການເປີດອາຄານສອນພາສາຈີນຂອງສະຖາບັນຂົງຈືໄດ້ຮັບທຶນໂຄງການຊ່ວຍເຫຼືອຈາກພະແນກການຄ້າແຂວງຢຸນນານ ຊຶ່ງມີສາມພາກສ່ວນຮ່ວມກັນດຳເນີນງານຄື: ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນມິງເປັນຝ່າຍສະເໜີຂໍທຶນ, ສະຖາບັນຂົງຈືເປັນຝ່າຍ ຈັດສັນທຶນ ແລະ ມະຫາວິທະຍາໄລສຸພານຸວົງເປັນຝ່າຍປະຕິບັດ. ໂຄງການນີ້ບໍ່ພຽງແຕ່ເປັນການປັບປຸງສະພາບແວດລ້ອມໃນການຮຽນການສອນພາສາຈີນໃຫ້ດີຂຶ້ນເທົ່ານັ້ນ, ມັນຍັງເປັນສັນຍາລັກຕົວແບບ ຂອງການຮ່ວມມືການສຶກສາຂອງລາວ-ຈີນ,ທັງເປັນຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນຢ່າງເລິກ ໃນຂະແໜງການສຶກສາລະຫວ່າງສອງຊາດອີກດ້ວຍ. ສະຖາບັນຂົງຈືເຮັດໜ້າທີ່ເປັນຂົວເຊື່ອມຕໍ່ການປະສານງານຢ່າງເຕັມຄວາມສາມາດ ນໍາເອົາຊັບພະຍາກອນອັນທັນສະໄໝຈາກສະຖາບັນການສຶກສາຈາກຝ່າຍຈີນ ແລະ ສ້າງເວທີໃຫ້ແກ່ການພົວພັນຮ່ວມມື ດ້ານເຕັກໂນໂລຊີ ລະຫວ່າງລາວ-ຈີນ. ໃນປີ 2023 ສະຖາບັນຂົງຈື, ຄະນະວິສະວະກຳສາດ ມະຫາວິທະຍາໄລສຸພານຸວົງ ໄດ້ຮ່ວມມືກັບຄະນະວິສະວະກຳຂໍ້ມູນຂ່າວສານ ແລະ ລະບົບອັດຕະໂນມັດ (ຄະນະອຸດສາຫະກໍາປັນຍາປະດິດ) ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ ຮ່ວມກັນສ້າງ “ຫ້ອງທົດລອງການຮ່ວມມືສາກົນເພື່ອພັດທະນາເຄື່ອງແປພາສາອາຊີໃຕ້-ອາຊີຕາວັນອອກສ່ຽງໃຕ້ຂອງແຂວງຢຸນນານ”. ຮ່ວມມືກັບຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ ແລະ ຄະນະວິທະຍາສາດອາຫານ ແລະ ວິສະວະກຳ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ ຮ່ວມກັນສ້າງ “ຫ້ອງທົດລອງຮ່ວມມືສາກົນກ່ຽວກັບການປຸງແຕ່ງອາຫານສີຂຽວແຂວງຢຸນນານ”. ໃນປີ 2024 ສະຖາບັນຂົງຈື, ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ ຍັງໄດ້ຮ່ວມມືກັບ ຄະນະວິສະວະກຳກະສິກຳສະໄໝໃໝ່ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ຮ່ວມກັນສ້າງ “ຫ້ອງທົດລອງເຕັກໂນໂລຊີ ແລະ ອຸປະກອນວິສະວະກຳກະເສດອັດສະລິຍະແຂວງຢຸນນານ”. ຫ້ອງທົດລອງນີ້ ບໍ່ພຽງແຕ່ຈະເປັນການຊຸກຍູ້ການສ້າງນະວັດຕະກໍາ ແລະ ການຮ່ວມມືໃນຂົງເຂດວຽກງານກະສິກຳອັດສະລິຍະຂອງສອງປະເທດລາວ - ຈີນ, ທັງເປັນການຝຶກອົບຮົມບຸກຄະລາກອນດ້ານ “ພາສາຈີນ ກະສິກຳອັດສະລິຍະ” ໃຫ້ກັບຝ່າຍລາວອີກດ້ວຍ. ໃນຂະນະດຽວກັນ, ສະຖາບັນຂົງຈືຍັງໄດ້ຮັບອະນຸມັດໂຄງການ “ຜູ້ຊ່ຽວຊານທີ່ໄດ້ຮັບການແຕ່ງຕັ້ງດ້ານເຕັກນິກວິທະຍາສາດສາກົນ” ຈາກພະແນກເຕັກໂນໂລຊີແຂວງຢຸນນານ ຊຶ່ງຈະມາໃຫ້ການບໍລິການວຽກງານວິສະວະກຳໄຟຟ້າໄດ້ດີຍິ່ງຂຶ້ນ. ຜ່ານການສ້າງຫ້ອງທົດລອງວິທະຍາສາດຮ່ວມກັນ ຈະເປັນການຍົກລະດັບການສຶກສາວິຊາສະເພາະຂອງປະເທດລາວໃຫ້ສູງຂຶ້ນອີກໜຶ່ງບາດກ້າວ, ທັງເປັນການສ້າງບຸກຄະລາກອນທີ່ມີຄວາມຮູ້ທັງທາງດ້ານທິດສະດີ ແລະ ປະສົບການທີ່ຫຼາກຫຼາຍໃຫ້ນັບມື້ນັບຫຼາຍຂຶ້ນ. ຄວາມຄາດຫວັງໃນອະນາຄົດຂອງສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ແມ່ນຈະຖືເອົາແຜນປະຕິບັດງານການສ້າງປະຊາຄົມຄູ່ຮ່ວມຊາຕາກຳລາວ-ຈີນ (2024-2028) ເປັນທິດຊີ້ນໍາ, ຈະເຮັດໜ້າທີ່ໃນການເປັນຂົວເຊື່ອມຕໍ່ປະສານງານຢ່າງເຕັມຄວາມສາມາດ, ຊ່ວຍນໍາເອົາຊັບພະຍາກອນການສຶກສາທີ່ທັນສະໄໝຈາກປະເທດຈີນມາສູ່ລາວໃຫ້ດີຍິ່ງຂຶ້ນ ແລະ ຫຼາຍຍິ່ງຂຶ້ນ, ຜັນຂະຫຍາຍບົດບາດໃນການປະສານງານກັບສະຖາບັນການສຶກສາຂັ້ນສູງຝ່າຍຈີນຢ່າງຕັ້ງໜ້າ, ເພີ່ມທະວີການຮ່ວມມືກັບຄະນະວິສະວະກຳຜັງເມືອງ (ຄະນະວິສະວະກຳຈີນ-ເຢຍລະມັນ) ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນມິງ, ຜັນຂະຫຍາຍໂຄງການ “ພາສາຈີນເຕັກນິກວິຊາຊີບ” ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ສືບຕໍ່ສ້າງບຸກຄະລາກອນເພື່ອສະໜອງໃຫ້ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ຫຼາຍຂຶ້ນ. ດ້ານໜຶ່ງ, ແມ່ນ ຍົກສູງຄຸນນະພາບການຮຽນ ການສອນພາສາຈີນຢູ່ລາວຢ່າງຕໍ່ເນື່ອງ, ຊຸກຍູ້ການເຊື່ອມປະສານວັດທະນະທໍາລາວ-ຈີນ ເພື່ອສ້າງພື້ນຖານອັນແໜ້ນແກ່ນໃຫ້ແກ່ພາລະກິດການກໍ່ສ້າງຄູ່ຮ່ວມສະຕາກຳລາວ -ຈີນ. ອີກດ້ານໜຶ່ງ, ແມ່ນຈະສືບຕໍ່ສົ່ງເສີມ “ການໃຊ້ການສຶກສາພາສາຈີນເປັນຂົວເຊື່ອມຕໍ່, ໃຊ້ວິຊາສະເພາະເພີ່ມຄວາມເຂັ້ມແຂງການພົວພັນຮ່ວມມື” ເປັນເປົ້າໝາຍຫຼັກ ເພື່ອຊ່ວຍເຫຼືອໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ ປະເທດລາວ, ສົ່ງເສີມໃຫ້ສອງປະເທດລາວ-ຈີນ ພັດທະນາໄປພ້ອມໆກັນ.

ຄໍາເຫັນ

ຂ່າວສືກສາ-ກິລາ

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2024-2025, ເປີດສົກຮຽນໃໝ່ 2025-2026 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຮອງອະທິການບໍດີ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ການແຂ່ງຂັນກິລາບານເຕະ ຊີງຂັນທ່ານເຈົ້າແຂວງຄໍາມ່ວນ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XI, ເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ, ວັນປະກາດເອກະລາດຄົບຮອບ 80 ປີ ແລະ ວັນແຫ່ງຊາດຕ້ານຢາ ເສບຕິດຄົບຮອບ 24 ປີ, ທັງເປັນການແຂ່ງຂັນ ເພື່ອລະດົມທຶນໃນການກະກຽມສົ່ງນັກກິລາຂອງແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນກາງເດືອນ ພະຈິກ 2025ນີ້.
ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ວັນທີ 14 ຕຸລານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ພິທີປະທະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ຄູໃນ ສປປ ລາວ ປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ, ຄູສ່ວນຫຼາຍຍັງເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີ​ຄວາມຫຍຸ້ງຍາກ ແຕ່ກໍສູ້ຊົນເພື່ອຮັບປະກັນໃຫ້ການຮຽນ-ການສອນມີຄຸນນະພາບ. ເພື່ອໃຫ້ຄູມີການພັດທະນາຕົນເອງ, ຄູຕ້ອງການການສະໜັບສະໜູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ (ສ​ສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ, ໄດ້ສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໃນປີ 2023 ຢູ່ 30 ເມືອງໃນ 7 ແຂວງ ເພື່ອຊ່ວຍເຫຼືອຄູໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ເສີມສ້າງຄວາມເຂັ້ມແຂງໃນການສິດສອນຂອງເຂົາເຈົ້າ.
ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ວັນທີ 10 ຕຸລາຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງແຂວງ ໄດ້ລົງຢ້ຽມຢາມ ແລະພົບປະໂອ້ລົມພະນັກງານງານ, ຄູ-ອາຈານ ແລະນັກສຶກສາວິທະຍາໄລຄູສະຫວັນນະເຂດ(ວຄສ)ເພື່ອເປັນການຊຸກຍູ້ສົ່ງເສີມການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນສ້າງຄູຮຸ່ນສືບທອດ ໃຫ້ມີຄວາມໜັກແໜ້ນທາງດ້ານວິຊາສະເພາະ, ສາມາດນຳເອົາຄວາມຮູ້ ແລະບົດຮຽນລົງສູ່ນັກຮຽນທັງໃນຕົວເມືອງ ແລະຊົນນະບົດໄດ້ຢ່າງມີປະສິດທິຜົນສູງ
ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 9 ຕຸລາຜ່ານມາ ທີ່ ສຂຈ ວ່າ: ສຂຈ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2010 ໂດຍການຮ່ວມມືຂອງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເປັນສະຖາບັນແຫ່ງໜຶ່ງທີ່ມີສະຖານະພາບທຽບເທົ່າກັບຄະນະວິຊາໜຶ່ງໃນກົງຈັກການຈັດຕັ້ງ ແລະ ຢູ່ພາຍໃຕ້ການຊີ້ນໍາດ້ານມະຫາພາກຂອງ ມຊ ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນ ສາມາດສ້າງຊັບພະຍາກອນມະນຸດໄດ້ຫຼາຍກວ່າ 90 ພັນຄົນ ແລະ ໄດ້ຂະຫຍາຍຫ້ອງຮຽນ 5 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.
ຫຼວງພະບາງ ຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12

ຫຼວງພະບາງ ຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12

ເມື່ອບໍ່ດົນຜ່ານມານີ້, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ກ່ຽວກັບຄວາມພ້ອມສົ່ງນັກກິລາຂອງແຂວງຫຼວງພະບາງ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12
ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ພິທີຖະແຫຼງຂ່າວງານມະຫະກໍາກິລາແຫ່ງຊາດຄັ້ງທີ XII, ງານມະຫະກໍາກິລາຄົນພິການ ຄັ້ງທີ IV ແລະ ພິທີແຫ່-ແລ່ນທວນໄຟນະຄອນຫຼວງວຽງຈັນເກມ 2025 ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ຜ່ານມາ ທີ່ສຳນັກງານປົກຄອງ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດຖະແຫຼງຂ່າວຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ປະທານກຳມະການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການ ຄັ້ງທີ IV, ມີບັນດາຄະ ນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ໃນວັນທີ 9 ຕຸລານີ້ ທີ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຕາງໜ້າຈາກຫ້ອງວ່າການສູນກາງພັກ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ສາມອົງການຈັດຕັ້ງມະຫາຊົນນະຄອນຫຼວງ, ສະຫາຍ ນາງ ວິໄລວອນ ຈັນທະລາຕີ ປະທານຄະນະກຳມະການປົກຄອງເມືອງໄຊເສດຖາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ, ມີບັນດາຄະນະປົກຄອງບ້ານນາຄວາຍ, ຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຮ່ວມປະມານ 300 ສະຫາຍ.
ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ແລະ ວັນວິທະຍາສາດແຫ່ງຊາດ

ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ແລະ ວັນວິທະຍາສາດແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ແລະ ວັນວິທະຍາສາດແຫ່ງຊາດວັນທີ 12 ຕຸລາ ຄົບຮອບ 38 ປີ (12 ຕຸລາ 1987-12 ຕຸລາ 2025) ຂຶ້ນໃນວັນທີ 9 ຕຸລານີ້ ທີ່ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ພ້ອມດ້ວຍຄະນະນໍາ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ