![]() |
ຂໍ້ລິເລີ່ມການສ້າງຟາຍສຽງນີ້, ແມ່ນເປັນສ່ວນໜຶ່ງຂອງການຂະຫຍາຍການສອນບົດຮຽນຝຶກເວົ້າພາສາລາວ ໃຫ້ກວ້າງຂວາງຂຶ້ນໃນທົ່ວປະເທດ ເລີ່ມແຕ່ເດືອນກັນຍາ 2024, ຈຸດປະສົງເພື່ອຊ່ວຍໃຫ້ນັກຮຽນ ປ1 ທີ່ເວົ້າພາສາເຜົ່າຢູ່ເຮືອນ ໄດ້ພັດທະນາທັກສະການເວົ້າພາສາລາວ ທີ່ຈຳເປັນເພື່ອໃຫ້ເຂົ້າໃຈການຮຽນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ ພັດທະນາການຮຽນຂອງຕົນ.
ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ກ່າວວ່າ: “ການສອນຫຼັກສູດໃໝ່ແມ່ນຍັງເປັນສິ່ງທ້າທາຍຢູ່. ໃນເດືອນກັນຍາ 2024, ພວກເຮົາໄດ້ເລີ່ມຕົ້ນການສອນບົດຮຽນຝຶກເວົ້າພາສາລາວໃນທົ່ວປະເທດ. ຄູໄດ້ຮັບປຶ້ມຄູ່ມືໃໝ່, ປື້ມແບບຮຽນ, ຮູບພາບ, ບົດເລື່ອງ ແລະ ເກມບິງໂກ້ ເພື່ອຊ່ວຍການຮຽນບົດຮຽນຝຶກເວົ້າພາສາລາວ ໂດຍຫຼາກຫຼາຍກິດຈະກຳ. ເນື່ອງຈາກວ່າຈຸດສຳຄັນຂອງວິທີການສອນບົດຮຽນຝຶກເວົ້າພາສາລາວແມ່ນກ່ຽວກັບ ການຟັງ ແລະ ການເວົ້າພາສາລາວ, ຟາຍສຽງເຫຼົ່ານີ້ແມ່ນເໝາະສົມໃນການໃຊ້ເສີມເວລາສອນ ແລະ ຜະລິດອອກນຳໃຊ້ທັນກັບສົກຮຽນໃໝ່."
ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ເປົ້າໝາຍຮ່ວມກັນຂອງພວກເຮົາແມ່ນ ເພື່ອເດັກນ້ອຍທຸກຄົນ ບໍ່ວ່າເຂົາເຈົ້າຈະມາຈາກພື້ນຖານເວົ້າພາສາໃດ, ກໍມີໂອກາດທີ່ຈະປະສົບຜົນສໍາເລັດ,”. "ບົດຮຽນຝຶກເວົ້າພາສາລາວ ແມ່ນຈະປ່ຽນປະສົບການການຮຽນຂອງເດັກນ້ອຍຫຼາຍພັນຄົນຢູ່ໃນຕົວເມືອງ, ຊົນນະບົດ ເຂດຫ່າງໄກ. ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໃນການສົ່ງເສີມການສຶກສາຮຽນຮ່ວມ ໂດຍຜ່ານການສ້າງສື່ການຮຽນ-ການສອນໃໝ່ນີ້."
ຟາຍສຽງທີ່ກ່າວມານັ້ນ ຜະລິດໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ຮ່ວມກັບທີມງານຂຽນຫຼັກສູດຂອງ ສວສ ໂດຍໄດ້ຮັບການສະໜັບສະ ໜູນຈາກແຜນງານບີຄວາ, ຟາຍສຽງທັງໝົດ 49 ບົດເລື່ອງນີ້ ມີສຽງຂອງນັກຮຽນຜູ້ໜຸ່ມນ້ອຍ ແລະ ສຽງຜູ້ໃຫຍ່ທີ່ເປັນອາສາສະໝັກ ທີ່ໄດ້ອ່ານເລື່ອງລາວຈາກປຶ້ມແບບຮຽນບົດຮຽນຝຶກເວົ້າພາສາລາວ ແລະ ວິຊາພາສາລາວ ມາສ້າງເປັນຟາຍສຽງບົດເລື່ອງ ທີ່ມີຄວາມໜ້າຕື່ນເຕັ້ນ, ເປັນມືອາຊີບ ແລະ ມີແນວຄິດສ້າງສັນ.
![]() |
ນອກຈາກຟາຍສຽງແລ້ວ, ສວສ ຍັງໄດ້ຜະລິດວິດີໂອ ສຳລັບການພັດທະນາຄູ ຕອນທີ່ 25, ເປັນສື່ການສອນທີ່ຖືກອອກແບບມາ ເພື່ອສ້າງຄວາມເຂັ້ມແຂງດ້ານການສອນບົດຮຽນຝຶກເວົ້າພາສາລາວ. ວິດີໂອໄດ້ສະແດງໃຫ້ເຫັນຫ້ອງຮຽນທີ່ປະຕິບັດຕົວຈິງ ແລະ ຈະມີພາກສະທ້ອນຄືນທີ່ເຕືອນໃຫ້ຄູໄດ້ຄິດ ແລະ ປັບປຸງການສອນຄັ້ງຕໍ່ໄປຂອງຕົນ. ນີ້ແມ່ນເພື່ອສົ່ງເສີມການເຂົ້າເຖິງວິດີໂອ ແລະ ວິດີໂອຍັງໄດ້ແປພາສາມື.
ວິດີໂອ ແລະ ສື່ການຮຽນການສອນຟາຍສຽງໃໝ່ໆ ຈະອອກເປັນປະຈຳ, ທ່ານສາມາດເຂົ້າເບິ່ງຊ່ອງໄດ້ທີ່ YouTube “ວິດີໂອສຳລັບການພັດທະນາຄູ Teacher Development Videos” ຫຼື ທ່ານສາມາດກົດເປັນສະມາຊິກ ເພື່ອຕິດຕາມຂໍ້ມູນອັບເດດໃໝ່ ທັງນີ້ເພື່ອຮັບປະກັນວ່າຈະບໍ່ມີ ຄູ ຫຼື ນັກຮຽນ ຈະບໍ່ໄດ້ຮັບການເອົາໃຈໃສ່.


ຄໍາເຫັນ