ສານຂອງ ນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2026

ສານຂອງ ນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2026

ສານຂອງ ນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2026
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ ທີ່ໝູນວຽນມາອີກວາລະໜຶ່ງ, ສປປ ລາວ ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກໄດ້ຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະ ບານ ກໍຄືປວງຊົນທັງຊາດ ໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ປະຊາຄົມໂລກ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນ ຂອງສິ່ງແວດລ້ອມ ກໍຄືສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມໃນການຫຼຸດຜ່ອນບັນຫາໂລກຮ້ອນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ ແລະ ຊີວະນາໆພັນ.

ສໍາລັບປີນີ້ ແມ່ນ ສາທາລະນະລັດ ອາແຊກບາຍຊານ (Azerbaijan) ໄດ້ເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ພາຍໃຕ້ຄໍາຂວັນ: “NowForClimate”. ສໍາລັບ ສປປ ລາວ ກໍໄດ້ກໍານົດຄໍາຂວັນ ວັນສິ່ງແວດລ້ອມແຫ່ງຊາດ ຄື: “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ”.

ພີ່ນ້ອງຮ່ວມຊາດທີ່ຮັກແພງ,

ບັນຫາການປ່ຽນແປງດິນຟ້າອາກາດ ບໍ່ແມ່ນສິ່ງໄກໂຕຂອງພວກເຮົາ ຊຶ່ງເປັນໄພຂົ່ມຂູ່ໜຶ່ງທີ່ທ້າທາຍ ແລະ ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ຫຼາຍປະເທດໃນໂລກ ລວມທັງ ສປປ ລາວ ຂອງພວກເຮົາ. ສາເຫດຕົ້ນຕໍຂອງການປ່ຽນແປງດິນຟ້າອາກາດ ແມ່ນມາຈາກ ການປ່ອຍທາດອາຍເຮືອນແກ້ວເຊັ່ນ: ກາກບອນໄດອອກໄຊ (CO2), ມີເທນ (CH4),ໄນຕຣັດອອກໄຊ (N2O) ແລະ ອື່ນໆທີ່ຖືກປ່ອຍອອກຈາກທຳມະຊາດ ຫຼື ເກີດຂຶ້ນຈາກການກະທຳຂອງມະນຸດ ຂຶ້ນສູ່ຊັ້ນບັນຍາກາດ ທີ່ມາຈາກການເຜົາໄໝ້ນໍ້າມັນເຊື້ອໄຟ, ການປ່ຽນແປງການນໍາໃຊ້ທີ່ດິນ ແລະ ປ່າໄມ້, ການຜະລິດກະສິກຳ, ອຸດສາຫະກຳ, ການຜະລິດ ແລະ ນຳໃຊ້ສານເຄມີ, ການສ້າງ ແລະ ທຳລາຍສິ່ງເສດເຫຼືອທີ່ສົ່ງຜົນເຮັດໃຫ້ອຸນຫະພູມສະເລ່ຍ ເທິງໜ້າໂລກຮ້ອນຂຶ້ນໃນແຕ່ລະປີ ຫຼື ເອີ້ນວ່າ ພາວະໂລກຮ້ອນ (Global Warming) ຊຶ່ງປັດຈຸບັນກາຍມາເປັນພາວະໂລກຮ້ອນແບບຟົດເດືອດ (Global Boiling). ດັ່ງນັ້ນ, ທົ່ວໂລກໄດ້ຖືເອົາວຽກງານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດເປັນບັນຫາສໍາຄັນ ຊຶ່ງຕ້ອງໄດ້ແກ້ໄຂຢ່າງຈິງຈັງ ແລະ ຮຽກຮ້ອງໃຫ້ມີການຮ່ວມມືຈາກບັນດາປະເທດໃນທົ່ວໂລກ ແລະ ທຸກພາກສ່ວນໃນສັງຄົມ ເພື່ອຄວບຄຸມອຸນຫະພູມສະເລ່ຍຂອງໂລກໃຫ້ຢູ່ໃນລະດັບສູງຂຶ້ນບໍ່ເກີນ 1.5 ອົງສາເຊ. ດ້ວຍເຫດນັ້ນ ຄໍາຂວັນວັນສິ່ງແວດລ້ອມໂລກ ປີນີ້ ຈຶ່ງເອີ້ນວ່າ “NowForClimate” ເປັນການເນັ້ນໜັກໃຫ້ເຫັນເຖິງຄວາມຈໍາເປັນອັນຮີບດ່ວນທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວເປັນຕົ້ນ ການຫຼຸດຜ່ອນການນຳໃຊ້ພະລັງງານເຊື້ອໄຟ, ຫັນໄປສູ່ພະລັງ ງານສະອາດ, ປົກປັກຮັກສາທຳມະຊາດເວົ້າລວມ, ເວົ້າສະເພາະ ກໍແມ່ນການປົກຮັກສາການປົກຫຸ້ມຂອງປ່າໄມ້ ແລະ ຊີວະນາໆພັນ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ,

ສປປ ລາວເຮົາ ບໍ່ໄດ້ຖືກຈັດເປັນປະເທດທີ່ປ່ອຍທາດອາຍເຮືອນແກ້ວ ແຕ່ປະເທດເຮົາມີຄວາມບອບບາງສູງຕໍ່ການປ່ຽນແປງດິນຟ້າອາກາດ ຊຶ່ງໄດ້ຮັບຜົນກະທົບຮຸນແຮງທາງໄພພິບັດທຳມະຊາດ ເປັນຕົ້ນແມ່ນ ພາຍຸ, ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ໄຟປ່າ ແລະ ອື່ນໆ ອັນສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ໂຄງລ່າງພື້ນຖານ, ພື້ນທີ່ທໍາການຜະລິດ, ຄວາມໝັ້ນຄົງທາງດ້ານອາຫານ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໃນໄລຍະ 5 ປີຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດທັງໝົດ 236 ຄັ້ງ. ໃນນີ້, ມີ ນໍ້າຖ້ວມ 141 ຄັ້ງ, ໄຟໄໝ້ 124 ຄັ້ງ, ລົມພາຍຸພັດ 85 ຄັ້ງ, ແຜ່ນດິນໄຫວ 18 ຄັ້ງ, ໄພແຫ້ງແລ້ງ ແລະ ພະຍາດລະບາດ ໂດຍສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດການເປັນຢູ, ການສູນເສຍຊັບສິນ ແລະ ຊີວິດຂອງປະຊາຊົນຈຳນວນຫຼາຍ ຄິດເປັນມູນຄ່າຫຼາຍພັນຕື້ກີບ.

ຕໍ່ສະພາບການດັ່ງກ່າວ, ສປປ ລາວ ເຮົາກໍໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ມີຄວາມພະຍາຍາມສູງ ເພື່ອປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ. ໃນນາມທີ່ ສປປ ລາວ ເປັນພາຄີຂອງສົນທິສັນຍາສາກົນທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: (1)ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC), (2) ອະນຸສັນຍາກຽວໂຕ ວ່າດ້ວຍການຄວບຄຸມການປ່ອຍທາດອາຍເຮືອນແກ້ວ (Kyoto Protocol) ແລະ (3) ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (Paris Agreement), ລັດຖະບານກໍໄດ້ວາງນະໂຍບາຍ, ຍຸດທະສາດ ແລະ ນິຕິກຳສຳຄັນຕ່າງໆ ໃນການແກ້ໄຂບັນຫາ ຊຶ່ງໄດ້ຮັບຮອງເອົາຍຸດທະສາດແຫ່ງຊາດ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍສິນເຊື່ອກາກບອນ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມນັ້ນ, ກໍໄດ້ຈັດຕັ້ງປະຕິບັດສັນຍາປາຣີ ໂດຍກຳນົດຄາດໝາຍສູ້ຊົນຂອງແຜນງານແຫ່ງຊາດ ເພື່ອປະກອບ ສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຫຼື NDC ເພື່ອຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ຊຶ່ງໄດ້ກໍານົດມາດຕະການສໍາຄັນ ເປັນຕົ້ນ ການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2035 ຂອງເນື້ອທີ່ທົ່ວປະເທດ, ເພີ່ມກໍາລັງຕິດຕັ້ງພະລັງງານທົດແທນ ແລະ ພະລັງງານສະອາດ ໃຫ້ໄດ້ 30%ແລະ ເພີ່ມການນໍາໃຊ້ລົດໄຟຟ້າໃຫ້ໄດ້ 30% ໃນປີ 2030.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ,

ອີກເທື່ອໜຶ່ງ, ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມມຸ່ງໝັ້ນໃນການແກ້ໄຂ ແລະ ຮັບມືກັບການປ່ຽນດິນຟ້າອາກາດຮ່ວມກັບປະຊາຄົມໂລກ ໂດຍຫັນເອົາບັນດານະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງເຂົ້າສູ່ການປະຕິບັດຕົວຈິງຢ່າງເປັນຮູບປະທຳ. ພ້ອມນີ້, ຂໍຮຽກຮ້ອງ ແລະ ເຊີນຊວນມາຍັງບັນດາ ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ພັດທະນາ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ລວມທັງ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ໂດຍສະເພາະລູກຫຼານຊາວໜຸ່ມເຍົາວະຊົນ ອະນຸຊົນ ທັງຫຼາຍ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນປົກປັກຮັກສາປ່າໄມ້, ປູກຕົ້ນໄມ້-ປູກປ່າເພື່ອເພີ່ມເນື້ອທີ່ສີຂຽວ, ຊົມໃຊ້ພະລັງງານຢ່າງປະຢັດ, ຫຼຸດຜ່ອນການນໍາໃຊ້ພະລັງງານເຊື້ອໄຟ, ສົ່ງເສີມການຜະລິດ ແລະ ນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ ແລະ ຫຼຸດຜ່ອນສິ່ງເສດເຫຼືອພລາສຕິກ, ຫັນຈາກການຜະລິດກະສິກໍາແບບດັ້ງເດີມເປັນຕົ້ນການຖາງປ່າເຮັດໄຮ່, ການຈູດພື້ນທີ່ກະສິກຳ, ການຈູດປ່າລ່າສັດ ແລະ ອື່ນໆໄປສູ່ການຜະລິດກະສິກໍາແບບຍືນຍົງ ແລະ ຫຼຸດຜ່ອນການປ່ອຍມົນລະພິດ ເພື່ອຊ່ວຍກັນປົກປ້ອງໂລກຂອງພວກເຮົາໃຫ້ໜ້າຢູ່ ແລະ ຍືນຍົງ.

ທ້າຍນີ້, ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດປີ 2026 ນີ້ ພາຍໃຕ້ຄໍາຂວັນ “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ” “NowForClimate” ຈົ່ງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.

ຂໍຂອບໃຈ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ