ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດ ທີ່ຮັກແພງ! ປີ 2025 ທີ່ກໍາລັງຜ່ານພົ້ນໄປນີ້ ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງ ສຳລັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ບັນດາເຫດການປະຫວັດສາດ ຂອງພັກ, ຂອງຊາດເຮົາຢ່າງເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈ, ຄວາມເບີກບານມ່ວນຊື່ນ ແລະ ຄວາມເອກອ້າງທະນົງໃຈ. ພ້ອມກັນນັ້ນ, ປີ 2025 ກໍເປັນອີກປີໜຶ່ງທີ່ປວງຊົນລາວທັງຊາດ ໄດ້ຮ່ວມແຮງຮ່ວມໃຈກັນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບອັນໃຫຍ່ຫຼວງ, ແຕ່ກໍຜ່ານພົ້ນໄປໄດ້ໂດຍດີ ແລະ ຍັງຍາດໄດ້ຜົນສຳເລັດຫຼາຍດ້ານ ທີ່ເປັນພື້ນຖານ ເປັນຕົ້ນແມ່ນ: ຮັກສາໄດ້ສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບ ຕໍ່ຟື້ນຕົວ ແລະ ຂະຫຍາຍຕົວດ້ວຍຈັງຫວະທີ່ດີຂຶ້ນ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນກໍໄດ້ຮັບການເຊີດຊູສູງເດັ່ນຂຶ້ນຕື່ມ.
ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນ ທີ່ປວງຊົນລາວເຮົາຮັກສາໄດ້ມູນເຊື້ອແຫ່ງຄວາມເປັນຈິດໜຶ່ງໃຈດຽວ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປີທີ່ຜ່ານມາ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອ ສະໜັບສະໜູນ ຂອງເພື່ອນມິດສາກົນ ເຂົ້າໃນຜົນສຳ ເລັດດັ່ງກ່າວ ຂອງ ສປປ ລາວ ໃນປີຜ່ານມາ.
ພີ່ນ້ອງຮ່ວມຊາດ, ບັນດາເພື່ອນມິດ ທີ່ຮັກແພງທັງຫຼາຍ, ປີໃໝ່ 2026 ນີ້, ປະເທດຊາດຂອງພວກເຮົາ ຈະກ້າວເຂົ້າສູ່ບັນດາເຫດການການເມືອງທີ່ສຳຄັນທີ່ຈະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ພ້ອມກັນນັ້ນ ກໍເປັນປີເປີດສາກການຜັນຂະຫຍາຍໂຄງການການເມືອງຂອງພັກສະບັບທີ III ແລະ ເປັນປີເລີ່ມຕົ້ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ຂ້າພະເຈົ້າ ຂໍຖືໂອກາດນີ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສຸມທຸກກໍາລັງແຮງ ແລະ ສະຕິປັນຍາ ເຂົ້າໃນການສ້າງການຫັນປ່ຽນໃໝ່ຢ່າງແທ້ຈິງ ບົນຈິດໃຈບຸກບືນສູ້ຊົນ, ຍົກສູງສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງຢ່າງແຂງແຮງ, ພ້ອມກັນພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນ ຂອງພວກເຮົາ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ໃນໂອກາດປີໃໝ່ອັນເປັນສິລິມຸງຄຸນນີ້, ຂໍອວຍພອນໃຫ້ ພໍ່ແມ່ພີ່ນ້ອງທຸກທົ່ວໜ້າ ແລະ ຂໍສົ່ງຄຳອວຍພອນອັນປະເສີດ ໄປຍັງເພື່ອນມິດທັງຫຼາຍ ໃນທົ່ວໂລກ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມສຸກສັນຕິ.
ຂໍໃຫ້ປີ 2026 ເປັນປີແຫ່ງຄວາມຫວັງໃໝ່ທີ່ຈະເຫັນປະຊາຊົນໃນທົ່ວໂລກ ຂອງພວກເຮົາ ໄດ້ດຳລົງຊີວິດຢູ່ຮ່ວມກັນ ພາຍໃຕ້ທ້ອງຟ້າສີຄາມແຫ່ງສັນຕິພາບຕະຫຼອດປີໃໝ່ ແລະ ຕະຫຼອດໄປເທີ້ນ.
ໂຊກດີປີໃໝ່ ! ຂໍຂອບໃຈ
ຄໍາເຫັນ