ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 31 ປີຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ

ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 31 ປີຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ

ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 31 ປີຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ
ນ້ອມນະມັດສະການພະເຖຣະ, ນຸເຖຣະ, ຮຽນບັນດາທ່ານການນໍາພັກ-ລັດທີ່ເຄົາລົບນັບຖືຢ່າງສູງ, ບັນດາທ່ານຜູ້ບໍລິຫານການສຶກສາ, ຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ນັບຖືທັງຫຼາຍ. ວັນທີ 7 ຕຸລາ ແມ່ນວັນທີ່ພວກເຮົາຊາວລາວທຸກຄົນໃຫ້ຄວາມສໍາຄັນເປັນພິເສດ, ເປັນໂອກາດໃນການ ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ຖ່າຍທອດຄວາມຮູ້, ໄດ້ເສຍສະຫຼະເພື່ອພາລະກິດສຶກສາ, ພາລະກິດສ້າງ ແລະ ພັດທະນາຊັບພະຍາກອນມະນຸດລາວ. ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ(07/10/1994 - 07/10/2025) ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກິລາ(ສສກ) ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງມາຍັງຄູ-ອາຈານ ຜູ້ທີ່ປະຕິບັດໜ້າທີ່ສິດສອນໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສິດສອນ, ກໍ່ສ້າງລູກ-ຫຼານລາວໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ຮູ້ເຄົາລົບຮີບຄອງປະເພນີອັນດີງາມຂອງຊາດ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໃຫ້ກາຍເປັນກໍາລັງແຮງສັງລວມເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕະຫຼອດໄລຍະຜ່ານມາ.

 

ຄູເປັນແມ່ພິມຂອງຊາດ, ເປັນຜູ້ອຸທິດຕົນ, ເປັນພໍ່-ແມ່ຜູ້ທີ່ສອງ ເຖິງວ່າຈະບໍ່ໄດ້ໃຫ້ກໍາເນີດໂດຍກົງ ແຕ່ເປັນຜູ້ບົ່ມສອນ, ຖ່າຍທອດສະຕິປັນຍາຄວາມຮູ້ໃຫ້ນັກຮຽນ-ນັກສຶກ ໂດຍບໍ່ຫວັງສິ່ງໃດຕອບແທນ, ມີແຕ່ຄວາມປາດຖະໜາສິ່ງດຽວຄືໃຫ້ນັກຮຽນ-ນັກສຶກສາທີ່ໄດ້ຮໍ່າຮຽນ-ສຶກສາກາຍເປັນຄົນທີ່ດີ, ກາຍເປັນຊັບພະຍາກອນມະນຸດທີ່ລໍ້າຄ່າຂອງຊາດ ແລະ ປະສົບຜົນສໍາເລັດໃນໜ້າທີ່ ທີ່ຕົນຮັບຜິດຊອບເທົ່ານັ້ນ, ພໍ່-ແມ່ເປັນຜູ້ໃຫ້ກໍາເນີດ ປຽບດັ່ງຜູ້ກ້າເບ້ຍ ແລະ ປູກຕົ້ນໄມ້, ຄູ-ອາຈານເປັນຜູ້ສິດສອນຄວາມຮູ້ ປຽບດັ່ງຜູ້ດູແລຮັກສາ, ບໍາລຸງໃສ່ຝຸ່ນໃຫ້ຕົ້ນໄມ້ໄດ້ຈະເລີນງອກງາມ. “ຄວາມຮູ້ແມ່ນສິ່ງທີ່ປະເສີດ ແລະ ມີຄ່າທີ່ສຸດບໍ່ສາມາດປະເມີນຄ່າໄດ້ ແລະ ບໍ່ມີໃຜສາມາດຍາດມັນໄປຈາກເຮົາໄດ້” ມີແຕ່ການສຶກສາຮໍ່າຮຽນເທົ່າຈຶ່ງຈະເຮັດໃຫ້ຄົນເຮົາຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສາມາດປ່ຽນແປງໂຊກສະຕາຂອງຕົນ ແລະ ປະເທດຊາດໄດ້ ແຕ່ສໍາລັບຜູ້ທີ່ເປັນຄູ-ອາຈານທຸກໆໄລຍະ ແມ່ນພ້ອມທີ່ຈະຖ່າຍຖອດຄວາມຮູ້ໃຫ້ລູກສິດ, ນັກຮຽນ-ນັກສຶກສາເພື່ອຮໍ່າຮຽນເອົາຄວາມຮູ້ໃໝ່ໆ ມາພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

ໃນໄລຍະທີ່ປະເທດຂອງພວກເຮົາ ຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານຢ່າງໜັກໜ່ວງນັ້ນ ຜູ້ເປັນຄູ ກໍໄດ້ຮ່ວມກັບພັກ-ລັດ ແລະ ປະຊົນລາວບັນດາເຜົ່າ ເຮັດທັງສອງໜ້າທີ່ໄປພ້ອມກັນ ທັງຕໍ່ສູ້ກູ້ຊາດ ທັງເຮັດໜ້າທີ່ສິດສອນລູກຫຼານລາວ ບໍ່ວ່າສະຖານະການໃນເວລານັ້ນຈະຫຍຸ້ງຍາກພຽງໃດ ແຕ່ຜູ້ເປັນຄູບໍ່ເຄີຍທໍ້ຖອຍ, ງໍ້ງ່ຽງໃນການປະຕິບັດໜ້າທີ່ຂອງຕົນ, ທັງຫຼົບລີ້ຈາກລູກກະສຸນ, ລູກລະເບີດການກວດລ້າງທຳລາຍຂອງສັດຕູຜູ້ບໍ່ຫວັງດີ ແຕ່ກໍ່ຍັງບໍ່ຫຼົງລືມພາລະ, ໜ້າທີ່ໃນການສິດສອນ, ບໍ່ວ່າຈະເປັນກາງເວັນ ຫຼືກາງຄືນ, ຢູ່ໃນປ່າດົງ ຫຼືຢູ່ໃນຖໍ້າ, ຂຸມຄອງຕ່າງໆ ກໍຍາດແຍ່ງທຸກໂອກາດໃຫ້ລູກຫຼານລາວໄດ້ຮໍ່າຮຽນໜັງສືຫາຄວາມຮູ້ໃຫ້ແກ່ຕົນເອງ ແລະ ເພື່ອພັດ ທະນາປະເທດຊາດໃນອະນາຄົດ. ມາຮອດໄລຍະປັດຈຸບັນ, ປະເທດຊາດຂອງພວກເຮົາພວມຢູ່ໃນໄລຍະພັດທະນາສ້າງສາມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ຍິ່ງມີຄວາມຕ້ອງການກຳລັງແຮງຂອງຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດຫຼັກແຫຼມເພື່ອເປັນສິ່ງຊຸກດັນໃຫ້ການພັດທະນາປະເທດເທົ່າທຽມກັບພາກພື້ນ ແລະ ສາກົນ, ຍ້ອນແນວນັ້ນ, ຄູ-ອາຈານໃນຍຸກປັດຈຸບັນ ທັງພາກລັດ ແລະ ເອກະຊົນຕ້ອງຮູ້ຈັກສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຄູປະຕິວັດໃນເມື່ອກ່ອນ ແລະ ຮູ້ໝູນໃຊ້ເຂົ້າໃນຍຸກຂອງການເຊື່ອມໂຍງ, ຍຸກຂອງການແຂ່ງຂັນເພື່ອສ້າງລູກ-ຫຼານລາວໃຫ້ເປັນຄົນທີ່ມີຄວາມຮູ້, ມີຄວາມສາມາດ ແລະ ມີສິນທໍາປະຕິວັດ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າບັນດາຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນຈະສືບຕໍ່ພັດທະນາຕົນເອງ, ຍົກສູງນໍ້າໃຈເສຍ ສະຫຼະທີ່ເປັນມູນເຊື້ອ ແລະ ຄວາມເປັນແບບຢ່າງໃຫ້ນັກຮຽນ-ນັກສຶກສາໄດ້ຮໍ່າຮຽນ ແລະ ປະຕິບັດຕາມ, ເສີມຂະຫຍາຍຫົວຄິດປະດິດສ້າງ, ປັບປຸງວິທີການຮຽນການສອນໃຫ້ສາມາດດູດດຶງຄວາມສົນໃຈຈາກນັກຮຽນ-ນັກສຶກສາດ້ວຍຫຼາຍວິທີທີ່ສອດຄ່ອງເໝາະສົມ ເພື່ອສ້າງຜູ້ທີ່ເປັນອະນາຄົດຂອງຊາດໃຫ້ກາຍເປັນຊັບພະຍາກອນມະນຸດອັນລໍ້າຄ່າ ຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ລະບອບໃໝ່ຂອງພວກເຮົາຢ່າງແທ້ຈິງ.

ຕາງໜ້າໃຫ້ທົ່ວຂະແໜງສຶກສາ ເວົ້າລວມ, ເວົ້າສະເພາະແມ່ນກະຊວງ ສສກ ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງພັກ-ລັດຖະບານ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ-ສັງຄົມ, ຜູ້ປະກອບການ, ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດຍຸດທະສາດ, ບັນດາຄູ່ຮ່ວມພັດທະນາ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອວຽກງານສຶກສາທາງດ້ານວັດຖຸ ແລະ ຈິດໃຈ ເຮັດໃຫ້ວຽກງານພັດທະນາການສຶກສາຂອງລາວເຮົານັບມື້ນັບໄດ້ຮັບການພັດທະນາເທົ່າທຽມກັບພາກພື້ນ ແລະ ສາກົນ.

ຂໍຂອບໃຈ ແລະ ອວຍພອນໄຊອັນປະເສີດມາຍັງຄູ-ອາຈານ, ຜູ້ປະຕິບັດໜ້າທີ່ສິດສອນ, ຜູ້ບໍລິຫານການສຶກສາ ແຕ່ລະຂັ້ນທັງພາກລັດ ແລະ ເອກະຊົນທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ອັນມີກຽດຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ ຂໍໃຫ້ທຸກໆທ່ານຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ແລະ ມີຄວາມສຸກຄວາມສົມຫວັງທຸກປະການ.

ນໍ້າໃຈວັນຄູ ທີ 7 ຕຸລາ ໝັ້ນຍືນ !

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ເພີ່ມເຕີມ