ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດຮອງປະທານສານປະຊາຊົນທ້ອງຖິ່ນ

ສານປະຊາຊົນສູງສຸດ ຈັດພິທີປະກາດການຈັດຕັ້ງ

ສານປະຊາຊົນສູງສຸດ ຈັດພິທີປະກາດການຈັດຕັ້ງ
ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດຮອງປະທານສານປະຊາຊົນທ້ອງຖິ່ນ,ເລື່ອນຊັ້ນຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກສາຊັ້ນສອງ ສານປະຊາຊົນສູງສຸດ,ສານປະຊາຊົນນະຄອນຫຼວງວຽງຈັນແລະ ສັບປ່ຽນບ່ອນປະຈຳການ ຈຳນວນໜຶ່ງ ຂຶ້ນເມື່ອບໍ່ດົນມານີ້,ໃຫ້ກຽດປະດັບຊັ້ນ,ມອບມະຕິ ແລະ ມອບຂໍ້ຕົກລົງ ຂອງທ່ານ ນາງວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຫົວໜ້າກົມ, ຄະນະສານ, ສະຖາບັນ ຂອງສານປະຊາຊົນສູງສຸດ ເຂົ້າຮ່ວມ.

ທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ ທ່ານ ກົມສະຫວາດ ກົມໄຊຊະນະ ຜູ້ພິພາກສາຊັ້ນສາມສານປະຊາຊົນນະຄອນຫຼວງວຽງຈັນ ເປັນຮອງປະທານສານປະຊາຊົນນະຄອນຫຼວງວຽງຈັນແລະ ແຕ່ງຕັ້ງທ່ານ ໄລລາທອງ ຂັນຕິຍະລາດ ຜູ້ພິພາກສາຊັ້ນສາມ ສານປະຊາຊົນພາກກາງ ເປັນຮອງປະທານສານປະຊາຊົນພາກກາງ.ແລະ ຜ່ານຂໍ້ຕົກລົງ ປະທານສານປະຊາຊົນສູງສຸດ ວ່າດ້ວຍການເລື່ອນຊັ້ນ ຜູ້ພິພາກສາ ຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກສາຊັ້ນສອງ ສານປະຊາຊົນສູງສຸດ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານໃຫ້ດຳລົງຕຳແໜ່ງບໍລິຫານ ແລະ ສັບປ່ຽນບ່ອນປະຈຳການຂອງພະນັກງານສານປະຊາຊົນສູງສຸດ.

ໃນໂກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີບາງຄຳເຫັນໂອ້ລົມຕໍ່ພິທີວ່າ:ເພື່ອສືບຕໍ່ພາລະກິດປົກປັກຮັກສາແລະ ພັດທະນາປະເທດຊາດແລະພັດທະນາລະບົບສານປະຊາຊົນໃຫ້ໜັກແໜ້ນເຂັ້ມແຂງ. ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງພ້ອມກັນເອົາໃຈໃສ່ຕື່ມບາງດ້ານດັ່ງນີ້:ໃຫ້ສືບຕໍ່ເອົາໃຈໃສ່ສຶກສາຄົ້ນຄວ້າຮ່ຳຮຽນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງຂອງຂັ້ນເທິງໃຫ້ເລິກເຊິ່ງ, ເພື່ອຈະຈັດຕັ້ງປະຕິບັດໜ້າທີ່ໃນການປົກປ້ອງກົດໝາຍ, ສຶກສາອົບຮົມກົດໝາຍ ແລະ ຕັດສິນຄະດີໃຫ້ຄ່ອງແຄ້ວ, ຖືກຕ້ອງ, ເປັນທໍາ ເພື່ອນໍາເອົາຄວາມຍຸຕິທຳມາໃຫ້ສັງຄົມ; ຄະນະໜ່ວຍພັກ,ຄະນະກົມ, ຄະນະປະທານສານປະຊາຊົນພາກກາງ,ສານປະຊາຊົນນະຄອນຫຼວງວຽງຈັນຕ້ອງໄດ້ເອົາໃຈໃສ່ຊຸກຍູ້,ຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຜູ້ພິພາກສາພະນັກງານຂອງສານປະຊາຊົນ ໃນຄວາມຮັບຜິດຊອບຂອງຕົນຢ່າງມີປະສິດ ທິພາບ, ພົບເຫັນຂໍ້ບົກຜ່ອງການດໍາເນີນຄະດີ, ການຕັດສິນຄະດີ ຕ້ອງລົງສົມທົບປຶກສາຫາລືນໍາຜູ້ຄົ້ນຄວ້າ, ຕັດສິນຄະດີດັ່ງກ່າວໃຫ້ຮູ້ເຖິງສາເຫດຂໍ້ບົກຜ່ອງ; ຖ້າຂໍ້ບົກຜ່ອງເກີດຈາກເຈດຕະນາ ຫຼື ອັດຕະວິໄສ ຂອງຜູ້ພິພາກສາ, ພະນັກງານຂອງສານ ຕ້ອງມີມາດຕະການທາງວິໄນຕາມແຕ່ລະກໍລະນີ ເພື່ອເຮັດໃຫ້ແຕ່ລະບັນຫາໄດ້ຮັບການແກ້ໂດຍໄວ, ຖືກຕ້ອງ, ຊັດເຈນ ແລະ ໂລ່ງລ່ຽນ; ເອົາໃຈໃສ່ປະຕິບັດໜ້າທີ່ ວິຊາສະເພາະ, ວິຊາການຮ່ວມກັບໝູ່ຄະນະໃຫ້ໄດ້ດີ, ຜູ້ພິພາກສາທີ່ເລື່ອນຊັ້ນໃໝ່ ກໍຕ້ອງຍົກສູງການດຳເນີນຄະດີຂອງຕົນຮັບຜິດຊອບໃຫ້ຖືກຕ້ອງທັນເວລາໂດຍສຸມໃສ່ແກ້ໄຂຄະດີໃຫ້ບັນລຸຕາມຕົວຊີ້ວັດທີ່ສະພາແຫ່ງຊາດໄດ້ຮັບຮອງຄະດີອາຍາ ໃຫ້ໄດ້ 90% ຂຶ້ນໄປ; ຄະດີແພ່ງ, ການຄ້າ 75%; ຄະດີຄອບຄົວ, ແຮງງານ, ເດັກ ແລະ ປົກຄອງ ໃຫ້ບັນລຸ 85% ຂຶ້ນໄປ; ດ້ວຍຄວາມວ່ອງໄວ ແລະ ມີຄຸນນະນະພາບສູງ(ສາມາດຈັດຕັ້ງປະຕິບັດໄດ້, ຄູ່ຄວາມຍອມຮັບ); ເພີ່ມທະວີຍົກສູງຄວາມຮັບຜິດຊອບການເມືອງ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ, ອຳນາດເສດຖະກິດແຊກຄຸມ, ເພື່ອຊັກຈູງສະມາຊິກພັກ, ຜູ້ພິພາກສາ ພະນັກງານຂອງສານ ໄປກະທຳຜິດເພື່ອໃຫ້ເບິ່ງບັນຫາບໍ່ຈະແຈ້ງ, ພິກປີ້ນຄວາມຈິງ ແລະ ອື່ນໆ. ໃນການຕັດສິນ, ພິພາກສາຄະດີ ພັກ, ລັດ ແລະ ປະຊາຊົນ ໄດ້ມອບໜ້າທີ່ອັນມີກຽດສູງສົ່ງນີ້ໃຫ້ພວກສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃນມື້ນີ້ ລ້ວນແຕ່ເປັນເຈົ້າໜ້າທີ່ປົກປ້ອງກົດໝາຍ, ກົດໝາຍຈະມີຄວາມສັກສິດຫຼາຍ ຫຼື ໜ້ອຍ, ການພິພາກສາຄະດີຖືກຕ້ອງເປັນທຳ ຫຼື ບໍ່ ແມ່ນຂຶ້ນກັບຈັນຍາບັນ, ຈັນຍາທໍາ ແລະ ຄວາມສາມາດຄົ້ນຄວ້າຂໍ້ມູນຫຼັກຖານ ແລະ ອິີງຕາມກົດໝາຍຂອງພວກສະຫາຍ ຊຶ່ງມັນກະທົບໂດຍກົງຕໍ່ຄວາມເຂັ້ມແຂງຂອງອຳນາດລັດ, ຄວາມເຂັ້ມແຂງຂອງສານປະຊາຊົນພວກເຮົາ. ຂໍຮຽກຮ້ອງມາຍັງພວກສະຫາຍ ຈົ່ງສຸມສະຕິປັນຍາ, ເອົາໃຈໃສ່ຢ່າງເອົາຈິງເອົາຈັງ ໃນການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍ ຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ຢ່າງຂາດຕົວ ແລະ ຍູ້ແຮງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາວິກິດການດ້ານເສດຖະກິດການເງິນ ແລະ ມະຕິເລກທີ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່(ສອຈ) ໃນຂົງເຂດສານພວກເຮົາຢ່າງແຂງແຮງ ເປັນປັດໄຈຊຸກຍູ້ການພັດທະນາປະເທດ ໃຫ້ມີຄວາມສີວິໄລໃນອະນາຄົດ.

(ຂ່າວ-ພາບ:ສສປສ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ