ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ - ການປົກຄອງຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 16 ມິຖຸນາ ນີ້ ທີ່ ສປສສ, ໂດຍມີ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຂຸນສຸວັນ ສຸທຳມະວົງຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຂອງສານປະຊາຊົນສູງສຸດ ແລະ ບັນດານັກສໍາມະນາກອນ ເຂົ້າຮ່ວມ.
ສານປະຊາຊນສງສດ ເປດຊດຮຽນທດສະດການເມອງ-ການປກຄອງ ຂນຕນ ຊດທ I - image 1
 

ສະຫາຍ ກັ້ງ ເຕັມສົມບັດ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ຜ່ານແຜນການເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I ວ່າ: ເພື່ອສ້າງໃຫ້ສະມະຊິກພັກ - ພະນັກງານ ຮຸ່ນສືບທອດປ່ຽນແທນ ຂອງສານປະຊົນໃນຂອບເຂດທົ່ວປະເທດໄດ້ຮຽນຮູ້ຢ່າງເລິກເຊິ່ງ ແລະ ເຂົ້າໃຈແຈ້ງ ກ່ຽວກັບທິດສະດີການເມືອງ, ພື້ນຖານທິດສະດີມາກເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງລັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ຊາດ-ຕໍ່ປະຊາຊົນ, ມີຄວາມຮູ້ທາງດ້ານທິດສະດີ ແລະ ພຶດຕິກຳໄປພ້ອມກັນ, ມີຄວາມຫ້າວຫັນເປັນແບບຢ່າງຮອບດ້ານ, ສາມາດປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີປະສິດຕິພາບ ແລະ ປະສິດຕິຜົນ, ໂດຍສະເພາະຜູ້ທີ່ເປັນລັດຖະກອນຕຸລາການ ຕ້ອງມີຄວາມສາມາດໝູນໃຊ້ ທິດສະດີ ກັບກົດໝາຍໃຫ້ສອດຄ່ອງ ກັບການບໍລິຫານສານ, ບໍລິຫານຄະດີ ເພື່ອເຮັດໃຫ້ການແກ້ໄຂຄະດີຂອງສານປະຊາຊົນມີຄວາມວ່ອງໄວ ຖືກຕ້ອງຕາມລະບຽບຂັ້ນຕອນ ຂອງກົດໝາຍທີ່ກຳນົດໄວ້.

ວັນເວລາ ຈັດຕັ້ງການຮຽນ-ການສອນ ແມ່ນ ລະຫວ່າງວັນທີ 16 ມິຖຸນາ - 29ກັນຍາ 2025 ໃນວັນລັດຖະການ (90 ວັນ) ຄື: ໄລຍະຮຽນຕົວຈິງ 70 ວັນເທົ່າກັບ 420 ຊົວໂມງ (ຂຶ້ນຫ້ອງສອນຄົ້ນຄວ້າສໍາມະນາ, ສໍາມະນາລວມຫ້ອງແກ້ຂໍ້ຂອງໃຈ, ສອບເສັງ ແລະ ຂຽນບົດຈົບຊັ້ນ), ເຄື່ອນໄຫວກິດຈະກໍາ ແລະ ທັດສະນະສຶກສາ 6 ວັນ, ອາທິດໜຶ່ງຮຽນ 5 ວັນ ແລະ ສະຖານທີ່ຝຶກອົບຮົມ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ (ບ້ານເມືອງນ້ອຍ ເມືອງໄຊເສດຖາ) ມີຜູ້ເຂົ້າຮ່ວມທັງໜົດຈໍານວນ 40 ສະຫາຍ ຍິງ 19 ສະຫາຍ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນບາງຕອນວ່າ: ສູນກາງພັກໄດ້ໃຫ້ຄວາມສໍາຄັນຕໍ່ກັບການຈັດຕັ້ງປະຕິບັດມະຕິ ກໍຄືແນວທາງນະໂຍບາຍຮອບດ້ານຂອງທຸກຂົງເຂດວຽກງານ ເວົ້າສະເພາະໃນລະບົບສານປະຊາຊົນ ທີ່ພວມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາລະບົບສານປະຊາຊົນ 5 ປີ 2021-2025 ແລະ ທິດທາງແຜນການ 2026-2030, ພວກເຮົາຕີລາຄາໄດ້ວ່າ ມີບາງນິຕິກໍາ ກໍຍັງບໍ່ທັນເປັນລະບົບຄົບຊຸດ, ບໍ່ທັນລະອຽດ, ການຈັດຕັ້ງເຜີຍແຜ່ເຊື່ອມຊຶມຍັງຊັກຊ້າ, ບໍ່ທັນເລິກເຊິ່ງເຖິງຖອງ ແລະ ບໍ່ຕໍ່ເນື່ອງ, ຍັງບໍ່ທັນທົ່ວເຖິງ ຊຶ່ງສາເຫດທີ່ພາໃຫ້ເກີດສະພາບຄືດັ່ງກ່າວ ແມ່ນມີຫຼາຍປັດໄຈ, ແຕ່ໃນນັ້ນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານຫຼັກແຫຼ່ງ ແລະ ຜູ້ເຮັດວຽກງານຕົວຈິງຍັງຈໍາກັດ, ບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການ, ຖັນແຖວພະນັກງານທີ່ເຮັດວຽກການເມືອງ-ແນວຄິດ ຍັງຂາດທັງປະລິມານ ແລະ ຄຸນນະພາບ ເຮັດໃຫ້ການເຄື່ອນໄຫວວິຊາສະເພາະດ້ານວຽກງານແນວຄິດຫຼາຍບ່ອນຍັງບໍ່ແຂງແຮງ, ອັນນັ້ນ ແມ່ນເກີດຈາກຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ຕໍ່ຫຼັກມູນທິດສະດີການເມືອງ, ແນວທາງນະໂຍບາຍບໍ່ທັນໜັກແໜ້ນເປັນຕົ້ນແມ່ນ ປັດຊະຍາມາກ-ເລນິນ, ການກໍ່ສ້າງພັກ, ລັດທິສັງຄົມນິຍົມວິທະຍາສາດ ແລະ ເສດຖະເສດການເມືອງ-ການຄຸ້ມຄອງ ແລະ ອື່ນໆ. ສະນັ້ນ, ການຈັດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງຂັ້ນຕົ້ນໃນຄັ້ງນີ້ ຈະເປັນການຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ຫຼັກການ, ທິດສະດີ, ບັນດາກົດເກນພື້ນຖານ ແລະ ຄວາມຮູ້ກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ບົດຮຽນການປົກຄອງ ຊຶ່ງມີຄວາມສໍາຄັນຕໍ່ການປະຕິບັດໜ້າທີ່ຂອງພະນັກງານສານປະຊາຊົນ ໂດຍສະເພາະແມ່ນລັດຖະກອນຕຸລາການ, ແມ່ນມີຄວາມຈໍາເປັນຢ່າງພາວະວິໄສ, ເພື່ອສ້າງໃຫ້ມີຄວາມເອກະພາບທາງດ້ານທິດສະດີ, ພຶດຕິກໍາ, ການດໍາເນີນຄະດີ ແລະ ພິພາກສາຄະດີ ບົນພື້ນຖານຄວາມຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມໂປ່ງໃສ, ມີຄວາມເປັນທໍາ, ນໍາເອົາຄວາມຍຸຕິທໍາມາໃຫ້ປະຊາຊົນ ແລະ ສັງຄົມ ເພາະສິ່ງສໍາຄັນກວ່າໝູ່ແມ່ນຕ້ອງໄດ້ຄໍານຶງເຖິງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງພົນລະເມືອງ ເປັນກົກ. ດັ່ງນັ້ນ, ການຝຶກອົບຮົມໃນຄັ້ງນີ້ ບໍ່ສະເພາະແຕ່ເປັນການຝຶກຝົນຫຼໍ່ຫອມທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ ແລະ ຍັງເປັນບັ້ນຝຶກອົບຮົມໜຶ່ງທີ່ທົດສອບຄວາມຮັບຮູ້ ແລະ ເຂົ້າໃຈ ຂອງຜູ້ເຂົ້າຮ່ວມຝຶກອົບຮົມ ອີກດ້ວຍ.

ພ້ອມນັ້ນ, ໄດ້ເນັ້ນໃຫ້ບັນດາສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຂອງການຝຶກອົບຮົມຢ່າງເຂັ້ມງວດທີ່ສຸດ, ເອົາໃຈໃສ່ຕິດຕາມຄໍາອະທິບາຍຂອງຄູ-ອາຈານ, ບັນທຶກ, ຈົດກ່າຍ, ຕັ້ງຄໍາຖາມ ແລະ ຍົກບັນຫາມາສົນທະນາແລກປ່ຽນ ເພື່ອສ້າງຄວາມຮັບຮູ້ໃນລວງເລິກ ແລະ ລວງກວ້າງໄປພ້ອມໆກັນ.

(ຂໍ້ມູນ: ສປສສ - ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ