ສານປະຊາຊົນສູງສຸດ ເຜີຍແຜ່ເອກະສານສຳຄັນຂອງພັກ

ສານປະຊາຊົນສູງສຸດ ເຜີຍແຜ່ເອກະສານສຳຄັນຂອງພັກ
ໃນວັນທີ 10 ພະຈິກ ນີ້, ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນຂອງພັກ,ເຜີຍແຜ່ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກປະທານສານປະຊາຊົນສູງຊຶ່ງມີຮອງປະທານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
  ທ່ານ  ນາງ ວຽງທອງ ສີພັນດອນ ກ່າວວ່າ: ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພວ່າດ້ວຍການ ເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໝັກແໝ້ນ ແລະ  ຄຳແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.ທັງນີ້, ກໍເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄຳສັ່ງຂອງກົມການເມືອງສູນກາງພັກ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ທັງເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ນໍາພາຈັດຕັ້ງປະຕິບັດແຜນການ, ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ແລະ ໝ່ວຍພັກແຕ່ລະຂັ້ນ.
ຂ່າວ-ພາບ:ອານຸພົນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ

ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ

ກອງປະຊຸມຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ສຸລິຕານ ຈອມສະຫັວນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ ປະທານເເນວລາວສ້າງຊາດເມືອງ.
ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ

ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ

ພິທີປະກາດ ການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ເລື່ອນຊັ້ນຜູ້ພິພາກສາສານປະຊາຊົນໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ຫ້ອງການ ການເງິນ ເມືອງຂວາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ.
ຫາລືວຽກງານການສ້າງ, ປັບປຸງນິຕິກໍາ ແລະ ປະເມີນຂໍ້ຕົກລົງຂອງເຈົ້າແຂວງ 4 ສະບັບ

ຫາລືວຽກງານການສ້າງ, ປັບປຸງນິຕິກໍາ ແລະ ປະເມີນຂໍ້ຕົກລົງຂອງເຈົ້າແຂວງ 4 ສະບັບ

ໃນວັນທີ 20 ພຶດສະພາຜ່ານມາ ທີ່ສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ແລະ ວຽກງານການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 4 ສະບັບ ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ຫຼວງນ້າທາ ປະກາດການແຕ່ງຕັ້ງການນໍາເມືອງ

ຫຼວງນ້າທາ ປະກາດການແຕ່ງຕັ້ງການນໍາເມືອງ

ເມື່ອບໍ່ດົນມານີ້, ຢູ່ທີ່ສະໂມສອນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າທີການນຳ ເມືອງຫຼວງນ້ຳທາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເປັນປະທານຂອງ ທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

ໃນວັນທີ 12 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂຶ້ນໂດຍການເປັນປະທານຂອງສະຫາຍ ອູສະຫວັນ ທ່ຽງເທບວົງສາ ກຳມະການຄະນະພັກເລຂາໜ່ວຍພັກ ສວສສຊ; ໃຫ້ກຽດເຂົ້າຮ່ວມກອງປະຊຸມມີສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາຄະນະພັກ ສວສສຊ,
ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງແຂວງຫຼວງນ້ຳທາ ຄັ້ງທີ X

ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງແຂວງຫຼວງນ້ຳທາ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ ແຂວງຫຼວງນ້ຳທາຄັ້ງທີ X ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນວັນທີ 13 ພຶດສະພາຜ່ານມາ ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ນາງ ບົວວັນ ພົມມະລິດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ເຂົ້າຮ່ວມ.
ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ວັນທີ 13 ພຶດສະພານີ້, ທ່ານ ກົງແກ້ວ ມີວໍລະຈັກ ຄະນະປະຈໍາສະພາປະຊາຊົນແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍໃນຂົງເຂດເສດຖະກິດ ຢູ່ເມືອງໄຊພູທອງ.
ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ໃນວັນທີ 13 ພຶດສະພານີ້, ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ຜົນສຳເລັດກອງປະຊຸມວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງທົ່ວ​ປະ​ເທດປະ​ຈໍາປີ 2024 ແລະ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ; ມີຄະນະພັກ, ຄະນະນຳ, ຄະນະໜ່ວຍ ພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການຄຸ້ມຄອງ ແລະ ບໍລິການຕົົວເມືອງວຽງຈັນ (ຄບຕ) ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ມີສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ໄຂຂຶ້ນໃນວັນທີ 12 ພຶດສະພານີ້, ທີ່ສະໂມສອນຫ້ອງວ່າການແຂວງ,ໂດຍການເປັນປະທານກິດມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກກອງບັນຊາການ, ສະມາຊິກພັກ ແລະ ແຂກຖືກເຊີນຈາກພະແນກການ, ກົມກອງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ