ສານປະຊາຊົນສູງສຸດ ສະເໜີການປັບປຸງຂອງກົດໝາຍວ່າດ້ວຍຜູ້ພິພາກສາ

ສານປະຊາຊົນສູງສຸດ ສະເໜີການປັບປຸງຂອງກົດໝາຍວ່າດ້ວຍຜູ້ພິພາກສາ
ຕາມວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ ນີ້ ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ  ຮອງປະທານສະພາແຫ່ງຊາດ ໂດຍມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ສະມາຊິກສະພາໄດ້ສຸມໃສ່ປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍຜູ້ພິພາກສາ ສະບັບປັບປຸງ  ເພື່ອເປັນບ່ອນອີງໃນການປະຕິບັດວຽກງານຜູ້ພິພາກສາ.
ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ສະເໜີກ່ຽວກັບກົດໝາຍວ່າດ້ວຍຜູ້ພິພາກສາ(ປັບປຸງ) ໂດຍທ່ານໄດ້ຍົກໃຫ້ເຫັນ ສະພາບການຈັດຕັ້ງປະຕິບັດວຽກງານຜູ້ພິພາກສາໄລຍະຜ່ານມາ ກົດໝາຍວ່າດ້ວຍຜູ້ພິພາກສາ ທີ່ນຳໃຊ້ໃນປັດຈຸບັນ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2017, ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ມີການປະກາດນໍາໃຊ້ກົດໝາຍວ່າດ້ວຍຜູ້ພິພາກສາເປັນຕົ້ນມາເຫັນວ່າຍັງມີຄວາມຫຍຸ້ງຍາກຍ້ອນມີບາງເນື້ອໃນຍັງບໍ່ຄົບຖ້ວນ ຈະແຈ້ງຮັດກຸມ ແລະ ບໍ່ທັນສອດຄ່ອງກັບກົດໝາຍ ແລະ ສະພາບຄວາມເປັນຈິງເປັນຕົ້ນມາດຕະຖານ ແລະ ເງື່ອນໄຂໃນການແຕ່ງຕັ້ງເປັນຜູ້ພິພາກສາແມ່ນສູງເກີນໄປ ແຕ່ສະພາບຄວາມເປັນຈິງຂອງຜູ້ພິພາກສາສ່ວນຫຼາຍແມ່ນຍັງບໍ່ໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກໍານົດໄວ້ຈຶ່ງເຮັດໃຫ້ການສ້າງຜູ້ພິພາກສາມີຄວາມຊັກຊ້າ ແກ່ຍາວ ແລະ ບໍ່ທ່ວງທັນຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານສ້າງຜູ້ພິພາກສາໃນໄລຍະໃໝ່; ພ້ອມນັ້ນການປະຕິບັດໜ້າທີ່ຂອງຜູ້ພິພາກສາຈໍານວນໜຶ່ງຍັງບໍ່ທັນມີຄຸນນະພາບ ການເລື່ອນຊັ້ນຜູ້ພິພາກສາກໍຍັງມີອຸປະສັກເປັນສິ່ງທີ່ກົດໜ່ວງຄວາມກ້າວໜ້າຂອງຜູ້ພິພາກສາ ການສືບຕໍ່ປະຕິບັດໜ້າທີ່ ແລະ ນະໂຍບາຍອື່ນຕໍ່ຜູ້ພິພາກສາບໍ່ສາມາດຈັດຕັ້ງປະຕິບັດ ແລະ ການແຕ່ງຕັ້ງ ຍົກຍ້າຍ ປົດຕຳແໜ່ງ ແລະ ສັບປ່ຽນບ່ອນປະຈຳການຂອງຜູ້ພິພາກສາຍັງບໍ່ທັນໄດ້ກະຈາຍອໍານາດເທົ່າທີ່ຄວນ ກ່ອນທີ່ຈະແຕ່ງຕັ້ງ, ຍົກຍ້າຍ, ສັບປ່ຽນບ່ອນປະຈຳການ ແລະ ປົດຕຳແໜ່ງແມ່ນຜ່ານຄະນະປະຈຳສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຮັດໃຫ້ມີຄວາມຊັກຊ້າ ແກ່ຍາວ ແລະ ບໍ່ສາມາດຄຸ້ມຄອງ, ກວດກາ ຫຼື ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຢ່າງທັນການ; ສະນັ້ນເພື່ອສອດຄ່ອງກັບລັດຖະທຳມະນູນ, ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ແລະ  ຄວາມຮຽກຮ້ອງຕ້ອງການໃນການສ້າງຜູ້ພິພາກສາໃນໄລຍະ
ໃໝ່. ເພື່ອເຮັດໃຫ້ກົດໝາຍສະບັບປັບປຸງໃໝ່ສາມາດຈັດຕັ້ງປະຕິບັດໄດ້ງ່າຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ການປະຕິບັດໜ້າທີ່ຂອງຜູ້ພິພາກສາໃຫ້ມີຄຸນນະພາບ ການທຽບຊັ້ນ ການເລື່ອນຊັ້ນຂອງຜູ້ພິພາກສາບໍ່ແກ່ຍາວເວລາທັງຮັບປະກັນຄວາມເປັນເອກະພາບ ແລະ ມີຜົນສັກສິດໃນການຈັດຕັ້ງປະຕິບັດ ຈຶ່ງໄດ້ປັບປຸງກົດໝາຍສະບັບດັ່ງກ່າວ.
ກົດໝາຍວ່າດ້ວຍຜູ້ພິພາກສາ ສະບັບປີ 2017 ປະກອບດ້ວຍ XII ພາກ 10 ໝວດ 56 ມາດຕາຮ່າງກົດໝາຍວ່າດ້ວຍຜູ້ພິພາກສາສະບັບປັບປຸງໃໝ່ ປະກອບດ້ວຍ XII ພາກ ຍັງຮັກສາພາກຄືເກົ່າ 12 ໝວດ (ເພີ່ມ 2 ໝວດ) 68 ມາດຕາ ເພີ່ມເຂົ້າໃໝ່ 12 ມາດຕາ ປັບປຸງ 36 ມາດຕາ ແລະ ຍັງຮັກເກົ່າ 20 ມາດຕາ ພາຍຫຼັງກົດໝາຍສະບັບນີ້ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນເຄື່ອງມືດ້ານນິຕິກໍາສໍາຄັນໃນການຄຸ້ມຄອງ ຕິດຕາມ ກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາໄດ້ຢ່າງມີປະສິດທິພາບ ຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີມີຄວາມວ່ອງໄວ, ໂປ່ງໃສ ຖືກຕ້ອງ ແລະ ເປັນທໍາຍິ່ງຂຶ້ນ ເຮັດໃຫ້ເນື້ອໃນ ຄວາມໝາຍຂອງມາດຕາທີ່ໄດ້ເພີ່ມເຂົ້າໃໝ່ ແລະ ປັບປຸງມີເນື້ອໃນຄົບຖ້ວນ ມີຄວາມຈະແຈ້ງ ຮັດກຸມ ສົມບູນຂຶ້ນກວ່າເກົ່າ ແລະ ສາມາດຈັດຕັ້ງປະຕິບັດໄດ້ງ່າຍ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຜູ້ພິພາກສາໂດຍສະເພາະໃນການທຽບຊັ້ນ ການເລື່ອນຊັ້ນ ການສອບເສັງ ການຍົກຍ້າຍ ຫຼື ສັບປ່ຽນບ່ອນປະຈຳການຂອງຜູ້ພິພາກສາໃຫ້ແທດເໝາະ ທ່ວງທັນກັບສະພາບຄວາມເປັນຈິງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ. 
ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ