ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ສະພາ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ

ສະພາ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ
ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານ 3 ສ້າງໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ. ດັ່ງນັ້ນ, ສະພາຈຶ່ງສະເໜີໃຫ້ລັດຖະບານ ພິຈາລະນາ ແລະ ປັບປຸງແກ້ໄຂຫຼາຍບັນຫາ,

 

 ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ,ທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາຊົນເຜົ່າ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016.

ທ່ານ ຄໍາຈັນ ໂສຕາປະເສີດ ໄດ້ກ່າວວ່າ: ເຫັນດີເປັນເອກະພາບ ຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ແຕ່ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າຄະນະປະຈຳສະພາແຫ່ງຊາດຈຶ່ງສະເໜີໃຫ້ລັດຖະບານ ພິຈາລະນາ ແລະ ປັບປຸງແກ້ໄຂ ຫຼາຍບັນຫາດັ່ງນີ້:

ຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິ ສະບັບເລກທີ 05/ຄບສພ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ (ຊຶ່ງຈະໄດ້ກຳນົດຕາແສງເປັນອົງການປົກຄອງທ້ອງຖິ່ນຂັ້ນຕໍ່າສຸດ ແລະ ບ້ານເປັນຫົວໜ່ວຍຊຸມຊົນ);ປັບປຸງບາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງ ຂອງຂະແໜງການກ່ຽວກັບວຽກງານ 3 ສ້າງ ໃຫ້ລະອຽດ, ຮັດກຸມ ໂດຍສະເພາະການກຳນົດໜ້າທີ່ ແລະ ສິດ ຂອງອົງການຄຸ້ມຄອງມະຫາພາກ;ສ້າງເພີ່ມ ຫຼື ປັບປຸງນິຕິກໍາໃຕ້ກົດໝາຍກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ໜ້າທີ່ ແລະ ສິດ ລະອຽດ, ຮັດກຸມ ລະຫວ່າງຂະແໜງການຂັ້ນສູນກາງກັບທ້ອງຖິ່ນ;ສ້າງຕັ້ງຄະນະຮັບຜິດຊອບວຽກງານ 3 ສ້າງ ໂດຍມີທ່ານຮອງນາຍົກລັດຖະມົນຕີເປັນຜູ້ນໍາພາ-ຊີ້ນໍາ ແລະ ກະຊວງພາຍໃນ ເປັນເສນາທິການປະຈຳການ; ຈັດຕັ້ງການປະເມີນຜົນ ແລະ ຕີລາຄາຢ່າງພາວະວິໄສເປັນລະບົບຄົບຊຸດຄືນໃໝ່ ກ່ຽວກັບວຽກງານ 3 ສ້າງ ໂດຍອີງໃສ່ຄາດໝາຍຂອງແຕ່ລະດ້ານ ແລະ ຕົວຊີ້ບອກ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016;ປັບປຸງວິທີການ ແລະ ກົນໄກ ໃນການຈັດຕັ້ງປະຕິບັດ, ການແບ່ງຂັ້ນຄຸ້ມຄອງວຽກງານໂຄງການ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ວຽກພະນັກງານຕາມສາຍຕັ້ງ-ສາຍຂວາງ ລະຫວ່າງສູນກາງ ກັບແຂວງ, ແຂວງກັບເມືອງ, ເມືອງກັບບ້ານ ໃຫ້ລະອຽດຈະແຈ້ງຂາດຕົວ ແລະ ສາມາດຈັດຕັ້ງປະຕິບັດໄດ້;ຫັນພະນັກງານລົງຊ່ວຍທ້ອງຖິ່ນ ເພື່ອຍົກສູງຄວາມເປັນເຈົ້າການ ແລະ ສາມາດຮອງຮັບວຽກງານຕ່າງໆ ທີ່ສູນກາງມອບໝາຍໃຫ້ແຂວງ, ແຂວງມອບໃຫ້ເມືອງ, ເມືອງມອບໃຫ້ບ້ານ;ສູນກາງເພີ່ມທະວີ ການປະຕິບັດບົດບາດການຄຸ້ມຄອງມະຫາພາກ, ຕິດຕາມກວດກາ ແລະ ຊຸກຍູ້ ທ້ອງຖິ່ນຮາກຖານ ຕາມຂະແໜງການສາຍຕັ້ງຂອງຕົນ, ກຳນົດໜ້າວຽກ ແລະ ກົນໄກການຈັດຕັ້ງປະຕິບັດໃຫ້ລະອຽດ ເພື່ອໃຫ້ທ້ອງຖິ່ນ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ;ອົງການກວດກາແຫ່ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງຍົກສູງການປະຕິບັດພາລະບົດບາດ, ສິດ, ໜ້າທີ່ ໃນການຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນກວ່າເກົ່າ;ສະເໜີນໍາເອົາຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ເຂົ້າໃນບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.

(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ )

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ