ສະພາແຫ່ງຊາດ ພິຈາລະນາ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ສະພາແຫ່ງຊາດ ພິຈາລະນາ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ສະພາແຫ່ງຊາດ ພິຈາລະນາ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຄະນະປະທານກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທັງເປັນປະທານຄະນະກຳມະການຊີ້ນໍາລະດັບຊາດ ໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ໄດ້ຕາງໜ້າລັດຖະບານລາຍງານ ກ່ຽວກັບໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລ ແມັດ (ກມ) ໃນຮູບແບບ BOT ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ຖືເປັນໂຄງການຍຸດທະສາດທີ່ສໍາຄັນທາງດ້ານການເຊື່ອມໂຍງ ເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມໃຫ້ການສະໜັບສະໜູນ ແລະ ໄດ້ຖືກບັນຈຸເຂົ້າໃນບັນດາໂຄງການບຸລິມະສິດຂອງກອງປະຊຸມຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ແຕ່ປີ 2021 ເປັນຕົ້ນມາ, ພ້ອມທັງສອດຄ່ອງກັບແຜນການເຊື່ອມໂຍງຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຕາມນະໂຍບາຍ ໃນການຫັນຈາກປະເທດບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດຈຸດໃຈກາງເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ໂຄງການທາງລົດໄຟ ລາວ-ຫວຽດນາມ ເລີ່ມຈາກນະຄອນຫຼວງວຽງຈັນ (ນວ) ຫາ ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດປະມານ 562 ກິໂລແມັດ, ຊຶ່ງໃນນັ້ນ ໄດ້ແບ່ງອອກເປັນ 3 ຊ່ວງໄລະຍະ ຄື: 1. ຊ່ວງທີ 1A: ແຕ່ ຕົວເມືອງທ່າແຂກ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກມ ຊຶ່ງໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວມະຫາຊົນ ເພື່ອສຶກສາສໍາຫຼວດ ແລະ ອອກແບບລະອຽດໂຄງການ ໃນວັນທີ 15 ຕຸລາ 2019; 2. ຊ່ວງທີ 1B ແຕ່ ມູຢ່າ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ້ງອ່າງ ແຂວງຮ່າຕິ່ງ ໄລຍະທາງ 103 ກມ. ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຫຸ້ນສ່ວນກຸ່ມເດວກາ (DEOCA Group Joint Stock Company) ຄັ້ງວັນທີ 28 ຕຸລາ 2022 ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ຊຶ່ງປັດຈຸບັນກຳລັງດໍາເນີນບັນດາຂະບວນການອະນຸມັດຢູ່ໃນ ສສ ຫວຽດນາມຕາມລະບຽບການ.

3. ຊ່ວງທີ 2 ແຕ່ ນວ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312.8 ກມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ຄັ້ງວັນທີ 29 ມິຖຸນາ 2022. ປັດຈຸບັນໄດ້ຮັບການເຫັນດີດ້ານຫຼັກການໃຫ້ຕໍ່ MOU ໂຄງການດັ່ງກ່າວຕື່ມ ເພື່ອໃຫ້ມີເວລາໃນການສຶກສາຄວາມເປັນໄປໄດ້ຢ່າງລະອຽດ ແລະ ຮອບດ້ານ. ຊຶ່ງຄວາມຄືບໜ້າ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຄົ້ນຄວ້າຮ່າງສັນຍາຮ່ວມກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງແຂວງຄໍາມ່ວນ, ພ້ອມດຽວກັນ, ກໍໄດ້ມີການແຕ່ງຕັ້ງຄະນະກຳມະການຕ່າງໆ ເພື່ອຊຸກຍູ້ ແລະ ອໍານວຍຄວາມສະດວກ ການຈັດຕັ້ງປະຕິ ບັດໂຄງການດັ່ງກ່າວ; ດ້ານເສດຖະກິດ-ເຕັກນິກ: ໂຄງການໄດ້ຖືກຮັບຮອງບົດທົບທວນຄືນການສຶກສາຄວາມເປັນໄປໄດ້ (FS) ທາງດ້ານເສດຖະກິດ-ເຕັກນິກໂຄງການແລ້ວ, ໄດ້ຮັບຮອງຜົນການສໍາຫຼວດອອກແບບວິສະວະກຳເບື້ອງຕົ້ນ (Pre-FEED) ກ່ອນການສໍາຫຼວດອອກແບບລະອຽດ (Detail Design) ຂອງໂຄງການ, ໂຄງການມີອັດຕາຜົນຕອບແທນ Project IRR= 7.1% ແລະ Equity IRR= 11.2% ແລະ ມີໄລຍະເວລາຂອງການຄືນທຶນ 14 ປີ, ລາງລົດໄຟ ເປັນລາງມາດຕະຖານສາກົນ 1.435 ແມັດ (ຄືກັບ ທາງລົດໄຟລາວ-ຈີນ) ແລະ ນໍາໃຊ້ເຕັກໂນໂລຊີສາກົນ; ເປົ້າໝາຍການນໍາໃຊ້ເພື່ອຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ພາຍໃນປະເທດ ແລະ ພາກພື້ນ, ຄວາມໄວອອກແບບຂົນສົ່ງໂດຍສານ 150 ກມ/ຊມ ແລະ ຂົນສົ່ງສິນຄ້າໃນລະດັບ 80 ກມ/ຊມ.

ປະກອບສ່ວນຕໍ່ເສດຖະກິດ-ສັງຄົມ 21.99 ຕື້ ໂດລາ; ຜົນປະໂຫຍດທັງໝົດທີ່ລັດຖະບານຈະໄດ້ຮັບແມ່ນ 76.33 ຕື້ໂດລາ, ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ແລະ ສ້າງລາຍຮັບຈາກການຂົນສົ່ງໄດ້ຫຼາຍກວ່າ 32.60 ຕື້ໂດລາ ສາມາດສ້າງວຽກເຮັດງານທໍາຈາກປີ 2030 ເປັນຕົ້ນໄປ ຈໍານວນ 853 ຄົນ/ມື້ ແລະ ປີ 2050 ຈໍານວນ 10,133 ຄົນ/ມື້, ປະລິມານຂົນສົ່ງສິນຄ້າຈາກຈໍານວນ 5,079 ໂຕນ/ມື້ ໃນປີ 2030 ເປັນຕົ້ນໄປ ແລະ ເພີ່ມຂຶ້ນເປັນ 47,133 ໂຕນ/ມື້ ໃນປີ 2050 ຄາດຄະເນມູນຄ່າການລົງທຶນທັງໝົດ 1,339 ລ້ານໂດລາ; ອາຍຸສໍາປະທານ 50 ປີ ນັບແຕ່ມື້ໃຫ້ການບໍລິການເປັນຕົ້ນໄປ (COD) ແລະ ສາມາດສະເໜີຄຳຮ້ອງການຂໍຕໍ່ອາຍຸສຳປະທານ ກ່ອນມື້ສິ້ນສຸດສັນຍາສຳປະທານ 3 ປີ.

ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ