ໃນວັນທີ 14 ມີນານີ້ຢູໂຮງໝໍເມືອງບໍແຕນ ແຂວງໄຊຍະບູລີ, ສະພານັກຮຽນໂຮງຮຽນນາໆຊາດອົສຕາລີ (AISstudents council) ໄດນຳເອົາຕຽງນອນຄົນເຈັບມາມອບໃຫ້ໂຮງໝໍເມືອງບໍ່ແຕນ ຊຶ່ງນຳພາໂດຍທ່ານ ຄຳແສນ ສີສະວົງ ປະທານການສຶກສາພາກເອກະຊົນລາວຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສະມາຊິກສະພາແຫ່ງຊາດຊຸດທີ X ເຂດເລືອກ ຕັງທີ 7 ແຂວງໄຊຍະບູລີ. ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ເປັນກຽດເຂົາຮ່ວມ.
ຕຽງນອນຄົ້ນເຈັບທີ່ນຳມາມອບໃນຄັ້ງນີ້, ມີທັງໝົດ 20 ໜ່ວຍລວມມູນຄ່າ 145 ລ້ານກີບ ເພື່ອຕອບສະໜອງອຸປະກອນຮັບໃຊເຂົ້າໃນວຽກງານສາທາລະນະສຸກ ຊຶ່ງໂຮງໝໍເມືອງບໍ່ແຕນ ພວມກະກຽມອຸປະກອນຮັບໃຊ້ຕ່າງໆເຂົາໃນຕຶກນອນຄົນເຈັບຫຼັງໃໝໃຫ້ຄົບຖ້ວນ ແລະ ພຽງພໍເພື່ອກະກຽມຄວາມພ້ອມໃນທຸກດ້ານເພື່ອເປີດການນຳໃຊ້ຕຶກນອນຄົນເຈັບຫຼັງໃໝ່ຢ່າງເປັນທາງການໃນຕໍໜ້ານີ້.
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)
ຄໍາເຫັນ