![]() |
ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ປຶ້ມທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ປຶ້ມສະຫຼຸບທິດສະດີ ແລະພຶດຕິກຳສ້າງປະຖົມປັດໄຈ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຈໍານວນ 10 ຫົວ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ ຈໍານວນ 10 ຫົວ, ສະຫຼຸບ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກຢູ່ ສປປ ລາວ (1986-2026) ຈໍານວນ 50 ຫົວ, ສຳມະນາທິດສະດີສອງພັກ ລາວ-ກູບາ ຄັ້ງທີ 1 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ 9 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ 8 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຈີນ ຄັ້ງທີ 9 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຈີນ ຄັ້ງທີ 10 ຈໍານວນ 10 ຫົວ ແລະ 60 ປີ ສ້າງຕັ້ງສາຍພົວພັນການທູດ, 45 ປີ ວັນເຊັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຈໍານວນ 10 ຫົວ ລວມທັງໝົດ 130 ຫົວ ລວມມູນຄ່າທັງໝົດ 10,340,000 ກີບ.
ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຄໍາມອນ ຈັນທະຈິດ ທີ່ໄດ້ນຳເອົາປຶ້ມຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາປຶ້ມຈໍານວນດັ່ງກ່າວໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ