ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6ເດືອນຕົ້ນປີ ແລະ ວາງທິດທາງ6ເດືອນທ້າຍປີ2024

ສະພາທິດສະດີສູນກາງພັກສະຫຼຸບວຽກງານ6 ເດືອນຕົ້ນປີ ແລະ ວາງທິດທາງ6ເດືອນທ້າຍປີ

ສະພາທິດສະດີສູນກາງພັກສະຫຼຸບວຽກງານ6 ເດືອນຕົ້ນປີ ແລະ ວາງທິດທາງ6ເດືອນທ້າຍປີ
ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6ເດືອນຕົ້ນປີ ແລະ ວາງທິດທາງ6ເດືອນທ້າຍປີ2024 ຂຶ້ນໃນວັນທີ 16ກໍລະກົດນີ້ ທີ່ ຫ້ອງປະຊຸມຂອງສະພາທິດສະດີສູນກາງພັກ, ໂດຍການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ, ສະຫາຍສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ມີບັນດາທ່ານ ຄະນະປະຈຳສະພາທິດສະດີສູນກາງພັກ ແລະ ບັນນດາທ່ານສະມາຊິກສະພາທິດສະດີສູນກາງພັກ.

ສະຫາຍ ຄໍາພັນ ເຜີຍຍະວົງ ກ່າວວ່າ: ນັບແຕ່ສະພາທິດສະດີສູນກາງພັກ ໄດ້ດໍາເນີນກອງປະຊຸມສະຫຼຸບປະຈຳປີ 2023ຜ່ານມາ ເຫັນໄດ້ວ່າມີຜົນງານໃນຫຼາຍດ້ານ ແລະເປັນການປະກອບສ່ວນເຂົ້າໃນການປະຕິບັດພາລະບົດບາດ ຂອງສະພາທິດສະດີສູນກາງພັກ ໂດຍສະເພາະການເປັນເສນາທິການໃຫ້ແກ່ສູນກາງພັກໃນວຽກງານທິດສະດີ ແລະພຶດຕິກຳ.ພາຍຫຼັງກອງປະຊຸມດັ່ງກ່າວ, ເພື່ອເຮັດໃຫ້ສະພາທິດສະດີສູນກາງພັກຂອງພວກເຮົາໄດ້ສືບຕໍ່ດໍາເນີນພາລະບົດບາດ ໂດຍສະເພາະການປັບປຸງດ້ານບຸກຄະລາກອນ, ການແຕ່ງຕັ້ງຮອງປະທານສະພາທິດສະດີສູນກາງພັກ ເພື່ອໃຫ້ຄົບອົງປະກອບ.

ກອງປະຊຸມໃນມື້ນີ້, ມີຄວາມໝາຍສໍາຄັນ ເພື່ອພ້ອມກັນມີຄໍາເຫັນຕໍ່ຮ່າງບົດສະຫຼຸບຕີລາຄາວຽກງານປະຈຳ 6 ເດືອນຕົ້ນປີ 2024 ແລະວາງທິດທາງ, ໜ້າທີ່ວຽກງານ 6 ເດືອນທ້າຍປີຂອງສະພາທິດສະດີສູນກາງພັກ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງ ແລະຄວາມຮັບຜິດຊອບ ຂອງສະພາທິດສະດີສູນກາງພັກໄດ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ສູນກາງພັກ ໄດ້ມອບໝາຍໃຫ້.

ກອງປະຊຸມ ນອກຈາກຮັບຟັງ ການສະຫຼຸບລາຍງານວຽກງານ ປະຈຳ 6ເດືອນຕົ້ນປີແລ້ວ,ຍັງຈະໄດ້ຜ່ານບົດລາຍງານການກວດແກ້ເນື້ອໃນໂຄງການການເມືອງ ຂອງພັກ ສະບັບປັບປຸງ ຄັ້ງທີ6 ເພື່ອໃຫ້ບັນດາທ່ານທີ່ເຂົ້າຮ່ວມປະກອບຄໍາເຫັນ ແລະຄະນະຮັບຜິດຊອບຈະໄດ້ນໍາໄປປັບປຸງ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ. ໃນໂອກາດດັ່ງກ່າວ ທ່ານ ຄໍາພັນ ເຜີຍຍະວົງ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງປະທານ, ບັນດາສະຫາຍຄະນະປະຈໍາ ແລະ ສະມາຊິກສະພາທິດສະດີສູນກາງພັກ ຈົ່ງໄດ້ສຸມສະຕິປັນຍາໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະມີເນື້ອໃນວິທະຍາສາດ ເພື່ອໃຫ້ຄະນະຮັບຜິດຊອບນໍາໄປປັບປຸງໃຫ້ສົມບູນ.

ໃນວາລະປະຊຸມ, ສະຫາຍຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ຂຶ້ນລາຍງານສະຫຼຸບ 6ເດືອນຕົ້ນປີ 2024 ແລະແຜນການໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອນຖອນໄດ້ ເປັນຕົ້ນແມ່ນວຽກງານທີ່ພົ້ນເດັ່ນຂອງສະພາທິດສະດີສູນກາງພັກ ຄື:ໃນ 6ເດືອນຜ່ານມາໄດ້ອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ງົບປະມານໂຄງການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງສະພາທິດສະດີສູນກາງພັກ; ໄດ້ສ້າງຮ່າງແບບຟອມຕ່າງໆໃນການດໍາເນີນໂຄງການຄົ້ນຄວ້າລະດັບຊາດ ເປັນຕົ້ນຮ່າງບົດວິພາກ ໂຄງການລະດັບຊາດ, ຮ່າງແບບຟອມການຂຽນບົດສະຫຼຸບໂຄງການ ແລະອື່ນໆ, ວຽກງານຮັບຮອງຫົວຂໍ້ຄົ້ນຄວ້າ ແລະຜົນການຄົ້ນຄວ້າ ທິດສະດີ-ພຶດຕິກຳ, ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ 4ຫົວຂໍ້ຄົ້ນຄວ້າລະດັບຊາດທາງດ້ານທິດສະດີ-ພຶດຕິກຳ ຄື: ໜຶ່ງ,ຫົວຂໍ້ ຍຸດທະສາດການພັດທະນາເສດຖະກິດແບບຍືນຍົງເປັນມິດກັບສິ່ງແວດລ້ອມຢ່າງຍາວນານ ແນໃສ່ນໍາພາປະເທດບໍ່ຕົກເຂົ້າໃນແຮ່ວ ຂອງປະເທດລາຍຮັບປານກາງ ໂດຍມອບໃຫ້ຄະນະກຳມະການດ້ານເສດຖະກິດ-ການເງິນ ເປັນຜູ້ຮັບຜິດຊອບ.ສອງ, ຫົວຂໍ້: ດໍາເນີນນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ ແລະການຮ່ວມມື ເພື່ອການພັດທະນາໃນໂລກຫຼາຍຂົ້ວ ໂດຍມອບໃຫ້ຄະນະກຳມະການດ້ານການ ເມືອງ-ຄວາມໝັ້ນຄົງ ເປັນຜູ້ຮັບຜິດຊອບ.ສາມ, ຫົວຂໍ້: ສືບຕໍ່ປົກປັກຮັກສາ ແລະເສີມຂະຫຍາຍວັດທະນະທໍາແຫ່ງຊາດ ສົມທົບກັບ ການຮັບເອົາຄວາມກ້າວໜ້າຈາກວັດທະນະທໍາ ຂອງໂລກ ໂດຍມອບໃຫ້ຄະນະກຳມະການດ້ານວັດທະນະທໍາ-ສັງຄົມ ເປັນຜູ້ຮັບຜິດຊອບ.ສີ່, ຫົວຂໍ້: ພັກນໍາພາໂດຍກົງ, ເດັດຂາດ ແລະຮອບດ້ານ ໂດຍມອບໃຫ້ຄະນະເລຂາທິການວິທະຍາສາດ ເປັນຜູ້ຮັບຜິດຊອບ.

ນອກຈາກນັ້ນ, ກໍໄດ້ຮັບຮອງເອົາຫົວຂໍ້ຄົ້ນຄວ້າໃຫຍ່, ຫົວຂໍ້ຍ່ອຍ ຂອງກອງປະຊຸມສໍາມະນາທິດສະດີ ສອງພັກ ລາວ-ຫວຽດນາມທີ່ ສປປ ລາວ ຈະເປັນເຈົ້າພາບ ພາຍໃຕ້ຫົວຂໍ້ “ການພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ບົດຮຽນລາວ-ຫວຽດນາມ” ແລະກຳນົດ 4 ຫົວຂໍ້ຍ່ອຍ ຄື: ໜຶ່ງ, ປ່ຽນແປງໃໝ່ຈິນຕະນາການໃນ ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນຢູ່ ສປປ ລາວ.ສອງ, ເພີ່ມທະວີຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.ສາມ, ຍົກສູງກາລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ.ສີ່, ປັບປຸງສະພາບ ແວດລ້ອມດໍາເນີນທຸລະກິດ ສ້າງຄວາມໄວ້ເນື້ອເຊື່ອໃນແກ່ນັກລົງທຶນພາຍໃນ ແລະຕ່າງປະເທດ. ປັດຈຸບັນໄດ້ສໍາເລັດການປັບປຸງຮ່າງໂຄງສ້າງ ແລະໄດ້ອອກບົດແນະນໍາກ່ຽວກັບການຂຽນເນື້ອໃນສະຫຼຸບ 40ປີ ແຫ່ງການປ່ຽນແປງໃໝ່ ແລະ ວຽກງານອື່ນໆ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ຄໍາພັນ ເຜີຍຍະວົງ ຊຶ່ງໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງເຄື່ອນໄຫວວຽກງານຕ່າງໆ ຊຶ່ງມີເນື້ອໃນສໍາຄັນເປັນພື້ນຖານໃຫ້ແກ່ການຂັບເຄື່ອນຂອງສະພາທິດສະດີສູນກາງພັກ ກໍຄືການເສີມຂະຫຍາຍພາລະບົດບາດ, ໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງສະພາທິດສະດີສູນກາງພັກ. ສະນັ້ນ, ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຕ່າງໆແຕ່ນີ້ຫາທ້າຍປີ ຊຶ່ງຈະຕ້ອງໄດ້ສຸມໃສ່ ຄື:ຈົ່ງເຊີດຊູສະຕິເປັນເຈົ້າການ ແລະຄວາມຮັບຜິດຊອບ ຂອງຕົນໃນການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ເພື່ອປະກອບສ່ວນເຮັດໃຫ້ສະພາທິດສະດີສູນກາງພັກໄດ້ມີຜົນງານໃໝ່, ມີຜົນສໍາເລັດໃໝ່ຕາມຄາດໝາຍວາງໄວ້, ຄະນະຮັບຜິດຊອບ, ກອງເລຂາ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃນມື້ນີ້ໄປປັບປຸງບັນດາເອກະສານທີ່ໄດ້ນໍາສະເໜີໃນກອງປະຊຸມ ເພື່ອໃຫ້ມີເນື້ອໃນທີ່ອຸດົມສົມບູນ ພ້ອມກັນນັ້ນກໍກະກຽມເປັນບົດລາຍງານ ເພື່ອລາຍງານໃຫ້ຄະນະເລຂາທິການສູນກາງພັກໄດ້ຮັບຊາບ.

ໃນໂອກາດດັ່ງກ່າວທີ່ປະຊຸມກໍໄດ້ສະເໜີໃຫ້ບັນດາທ່ານສະມາຊິກສະພາທິດສະດີສູນກາງພັກໄດ້ຮັບຊາບວ່າ: ທ່ານກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກປະທານສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຮອງປະທານສະພາທິດສະດີສູນກາງພັກຄົນໃໝ່.

ຂ່າວ: ແສງຈັນ

ຄໍາເຫັນ

ຂ່າວການເມືອງ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ບັນດາສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງ ໄດ້ສຸມໃສປະກອບຄຳເຫັນໃສ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ແລະ ທິດທາງໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດເປັນກ້າວໆ.
ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ທ່ານ ພົນໂທ ສຸວອນ ເລືອງບຸນມີຮອງປະທານສະພາແຫ່ງຊາດຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ສະເໜີໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້າງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້າງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ກອງປະຊຸມໃຫຍ່ ຄັ້ງທີ X ໜ່ວຍພັກຮາກຖານວິທະຍາໄລ ສິລະປະແຫ່ງຊາດ(ວສຊ) ກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ) ໄດ້ເປີດຂຶ້ນໃນວັນທີ 12ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍການປະທານຂອງ ສະຫາຍ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ເລຂາ ໜ່ວຍພັກຮາກຖານ ວສຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ວທ, ພ້ອມດ້ວຍອາດີດການນໍາອາວຸໂສ-ບໍານານ ແລະ ສະມາຊິກພັກ ວສຊ ເຂົ້າຮ່ວມ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ທ່ານໄຊ​ສົມ​ພອນພົມ​ວິ​ຫານປະທານສະພາແຫ່ງຊາດ ເນັ້ນໃຫ້ສະມາຊິກສະພາ ແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ(2021-2025) ຂອງລັດຖະບານຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ,ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າໃຫ້ເຊື່ອມສານເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X.
ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານຕ້ອງສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,ໃນຂະນະດຽວກັນຕ້ອງເຊື່ອມສານເຂົ້າໃນຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X.
ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

ໃນໄລຍະ 5 ປີຜ່ານມາ ລັດຖະບານ ໄດ້ຊຸກຍູ້ການຜະລິດກະສິກຳ ຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຊຶ່ງສາມາດຜະລິດສະບຽງອາຫານໄດ້ທັງໝົດສະເລ່ຍ 6.75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ.
ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ v ຂອງອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ)ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 , ພາຍໃຕ້ການເປັນປະທານຂອງສະຫາຍ ນ. ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ຄະນະປະຈຳພັກ ແລະ ຄະນະພັກ ເຂົ້າຮ່ວມ
ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານໂດຍ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານເອົາໃຈໃສ່ແກ້ໄຂບັນ​ຫາຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ການແກ້ໄຂເງິນເຟີ້, ການສໍ້ລາດບັງຫຼວງ,ການຂາດແຄນຄູສອນ.
ເພີ່ມເຕີມ