ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ

ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ

ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຮ່ວມກັບສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາ ສປປ ລາວ ໄດ້ຈັດ ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026 ເທດສະການຮູບເງົາດີເດັ່ນລາວ-ຈີນ ຄົບຮອບ 10 ປີຂຶ້ນໃນວັນທີ 20 ເມສາ ນີ້ ທີ່ໂຮງສາຍຮູບເງົາເມເຈີ ສູນການຄ້າວຽງຈັນເຊັນເຕີ ໂດຍເປັນກຽດເຂົ້າຮ່ວມຮັບຊົມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີທ່ານ ມອນໄຊ ລາວມົວຊົງ ຮອງປະທານສະພາແຫ່ງຊາດ, ທ່່ານ ນາງ ສວນສະຫວັນ ວິຍະເກດ ລັດະຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ້ມ ແຫ່ງ ສປ ຈີນ ປະຈໍາ ລາວ ພ້ອມດ້ວຍບັນດາທ່ານການນຳ ແລະ ນັກງານຈາກກະຊວງຕ່າງໆ.
ສບປະດາຮບເງາຈນ ເພອສະເຫມຫອງວນສາງຕງສາຍພວພນທາງການທດລາວ-ຈນ ຄບຮອບ 65 ປ - image 1
 

 

ທ່ານ ນາງ ຟາງຫົງ ໄດ້ກ່າວວ່າ: ຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການຊີ້ນຳທາງດ້ານຍຸດທະສາດຂອງການນຳສອງພັກ, ສອງລັດ, ສາຍພົວພັນ ຈີນ-ລາວ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ໜັກແໜ້ນ ແລະ ມີຊີວິດຊີວາຂຶ້ນເລື້ອຍໆ, ຈົນກາຍເປັນຄູ່ຮ່ວມຊາຕາກຳທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ການຮ່ວມມືແລກປ່ຽນທາງດ້ານວັດທະນະທຳ ແມ່ນພາກສ່ວນທີ່ສຳຄັນຂອງການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ. ນັບຕັ້ງແຕ່ສອງປະເທດໄດ້ລົງນາມໃນສັນຍາວັດທະນະທຳໃນປີ 1989 ເປັນຕົ້ນມາ, ການຮ່ວມມືດ້ານຂ່າວສານ, ວິທະຍຸ, ໂທລະພາບ ແລະ ຮູບເງົາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ຍາດໄດ້ຜົນສຳເລັດອັນສະງ່າງາມ ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນຮາກຖານມິດຕະພາບລະຫວ່າງປະຊາຊົນສອງຊາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມອາລິຍະທຳໂລກຮູບເງົາ, ໃນຖານະເປັນສິລະປະທີ່ລວມເອົາທັງພາບ ແລະ ສຽງເຂົ້າໄວ້ນຳກັນ, ມີພະລັງພິເສດທີ່ສາມາດເຂົ້າເຖິງຈິດໃຈຂອງຄົນໄດ້ໂດຍກົງ, ທັງເປັນຊ່ອງທາງສຳຄັນໃນການສົ່ງເສີມການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ສ້າງຄວາມໃກ້ຊິດລະຫວ່າງຈິດໃຈຂອງປະຊາຊົນຈີນ-ລາວ. ໃນເກືອບ 10 ປີ ຜ່ານມາ, ວິທະຍຸໂທລະພາບສູນກາງຈີນ ໄດ້ຢຶດໝັ້ນຈັດກິດຈະກຳ "ເທດສະການຮູບເງົາດີເດັ່ນລາວ-ຈີນ" ໄປສາຍຢູ່ທົ່ວປະເທດລາວແບບສາທາລະນະປະໂຫຍດ, ໄດ້ຈັດຕັ້ງການແປ ແລະ ພາກສຽງຮູບເງົາຈີນທີ່ດີເດັ່ນຫຼາຍເລື່ອງ ເພື່ອນຳໄປສາຍໃຫ້ປະຊາຊົນລາວທົ່ວປະເທດໄດ້ຮັບຊົມ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກາຍເປັນສາຍໃຍແຫ່ງຄວາມຜູກພັນທາງດ້ານຈິດໃຈຂອງປະຊາຊົນສອງຊາດ. ໃນຂະນະດຽວກັນ, ສອງຝ່າຍຍັງໄດ້ຮ່ວມກັນຜະລິດຮູບເງົາ ແລະ ລາຍການໂທລະພາບຫຼາຍເລື່ອງ, ເຊັ່ນ: ຮູບເງົາເລື່ອງ "ດອກຈຳປາບານ" ໃນປີ 2018 ແລະ ສາລະຄະດີ "ບັກທຶກການເດີນທາງລົດໄຟ ລາວ-ຈີນ" ທີ່ຫາກໍອອກອາກາດໃນບໍ່ດົນມານີ້ ຊຶ່ງໄດ້ຈາລຶກເລື່ອງລາວອັນສະກົດໃຈແຫ່ງຄວາມສາມັກຄີ ແລະ ການຮ່ວມມືພັດທະນາຂອງປະຊາຊົນສອງຊາດໄວ້ເທິງຈໍໃຫຍ່ຕະຫຼອດໄປ.

ສບປະດາຮບເງາຈນ ເພອສະເຫມຫອງວນສາງຕງສາຍພວພນທາງການທດລາວ-ຈນ ຄບຮອບ 65 ປ - image 2
 

ການຈັດສັບປະດາຮູບເງົາຄັ້ງນີ້ແມ່ນເພື່ອແນໃສ່ນຳໃຊ້ສິລະປະຮູບເງົາເປັນສື່ກາງ ແລະ ນຳໃຊ້ວັດທະນະທຳເປັນຂົວຕໍ່ ເພື່ອໃຫ້ມິດຕະພາບ ຈີນ-ລາວ ຝັງຮາກເລິກຢູ່ໃນຈິດໃຈຂອງປະຊາຊົນຫຼາຍຂຶ້ນ. ພວກເຮົາໄດ້ຄັດເລືອກເອົາຮູບເງົາຈີນທີ່ດີເດັ່ນ 7 ເລື່ອງ ທີ່ຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ຊຶ່ງມີເນື້ອໃນທີ່ຫຼາກຫຼາຍ ເປັນຕົ້ນແມ່ນຄວາມຮັກຊາດ, ການເຕີບໃຫຍ່ຂອງໄວໜຸ່ມ, ວິທະຍາສາດ, ເລື່ອງຕະຫຼົກ ແລະ ຄວາມຮັກໃນຄອບຄົວ ເພື່ອສະແດງໃຫ້ເຫັນເຖິງຜົນສຳເລັດຂອງການພັດທະນາປະເທດຈີນໃນຍຸກໃໝ່ ແລະ ສະພາບຈິດໃຈທີ່ຫ້າວຫັນຂອງປະຊາຊົນຈີນ. ຕົວຢ່າງຄື: ຮູບເງົາເລື່ອງ "ຂ້ອຍກັບບ້ານເກີດຂອງຂ້ອຍ" ທີ່ຈະສາຍໃນຄັ້ງນີ້, ແມ່ນສ່ອງແສງໃຫ້ເຫັນເຖິງຜົນສຳເລັດອັນຍິ່ງໃຫຍ່ຂອງຈີນໃນການສ້າງສັງຄົມຢູ່ດີກິນດີຮອບດ້ານ ແລະ ການລຶບລ້າງຄວາມທຸກຍາກ. ຫວັງວ່າຜ່ານຮູບເງົາເຫຼົ່ານີ້ ຈະຊ່ວຍໃຫ້ຜູ້ຊົມລາວບັນດາເຜົ່າເຂົ້າໃຈປະເທດຈີນໄດ້ດີຂຶ້ນ ແລະ ເຮັດໃຫ້ປະຊາຊົນສອງຊາດມີຄວາມໃກ້ຊິດກັນກວ່າເກົ່າ. ຝ່າຍຈີນຍິນດີຈະຮ່ວມກັບຝ່າຍລາວ ສືບຕໍ່ລົງເລິກການແລກປ່ຽນໃນຂົງເຂດຮູບເງົາ, ສິລະປະ, ວັດທະນະທຳ ແລະ ທ່ອງທ່ຽວ, ເພື່ອສ້າງເວທີການຮ່ວມມື ແລະ ໂຄງການທີ່ມີຊື່ສຽງໃຫ້ຫຼາຍຂຶ້ນ.

ສບປະດາຮບເງາຈນ ເພອສະເຫມຫອງວນສາງຕງສາຍພວພນທາງການທດລາວ-ຈນ ຄບຮອບ 65 ປ - image 3
 

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ຕົນເອງ ມີຄວາມປິຕິຍິນດີຊົມຊື່ນເປັນຢ່າງຍິ່ງທີ່ໄດ້ເຫັນມິດຕະພາບການພົວພັນຮ່ວມມືອັນຍາວນານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວຂອງພວກເຮົາຍິ່ງເລິກເຊິ່ງຂຶ້ນກວ່າເກົ່າ, ມີການເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ທີ່ກຳລັງຂະຫຍາຍຕົວຢ່າງກວ້າງຂວາງ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວຢ່າງບໍ່ຢຸດຢັ້ງ. ປີ 2026 ນີ້ແມ່ນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ປີມິດຕະພາບລາວ-ຈີນ, ຈີນ-ລາວ; ສອງຊາດຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໄດ້ກາຍເປັນແບບຢ່າງໜຶ່ງທີ່ດີຂອງການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດ ແລະ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາດຽວກັນ, ເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກ້າວສູ່ຄຸນນະພາບໃໝ່ທີ່ມີຄວາມຫວັງ ແລະ ມີຊີວິດຊີວາ.

ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຈັດງານທີ່ມີຄວາມໝາຍ ຄວາມສຳຄັນໃນຄັ້ງນີ້, ກໍຄືການສົ່ງເສີມການຮ່ວມມືດ້ານວັດທະນະທຳ ອັນກາຍເປັນຂົວຕໍ່ມິດຕະພາບທີ່ສຳຄັນໜຶ່ງ ໂດຍຜ່ານການຮັບຊົມຮູບເງົາຈີນທີ່ພາກເປັນພາສາລາວມີທັງໝົດ 7 ເລື່ອງ, (ສາຍໃນຄັ້ງນີ້ ເນື່ອງຈາກເວລາຈຳກັດຈຶ່ງສາຍ 1 ເລື່ອງ) ຄື: “ຂ້ອຍກັບບ້ານເກີດຂອງຂ້ອຍ” ຊຶ່ງມີເນື້ອໃນກ່ຽວກັບຈິນຕະນາການ-ວິໄສທັດ ແລະ ແບບແຜນການດຳລົງຊີວິດ ຂອງປະຊາຊົນຈີນທີ່ແຕກຕ່າງກັນ ແຕ່ກໍຍັງຮັກສາໄດ້ເຖິງຄວາມສາມັກຄີປອງດອງກັນ ຈົນສາມາດຜ່ານຜ່າອຸປະສັກນາໆປະການໄດ້. ເນື້ອໃນຮູບເງົາດັ່ງກ່າວຈະບໍ່ສະເພາະສ້າງຄວາມບັນເທີງໃຫ້ແກ່ຜູ້ຊົມເທົ່ານັ້ນ ແຕ່ຍັງເປັນການຮຽນຮູ້ ແລະ ຖອດຖອນເປັນບົດຮຽນ ເພື່ອມາໝູນໃຊ້ເຂົ້າກັບການດຳລົງຊີວິດຂອງພວກເຮົາໄດ້ຢ່າງເໝາະສົມ ໂດຍສະເພາະຜູ້ຊົມປະຊາຊົນລາວສາມາດເຂົ້າໃຈ ແລະ ສຳຜັດໄດ້ເຖິງວັດທະນະທຳຂອງຈີນ ເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ມີຄວາມເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນ ແລະ ຮັດແໜ້ນສາຍພົວພັນໃຫ້ແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ. ຮູບເງົາຈຳນວນດັ່ງກ່າວຈະບໍ່ສາຍສະເພາະໃນນະຄອນຫຼວງວຽງຈັນ ແຕ່ຄະນະຮັບຜິດຊອບຍັງຈະສືບຕໍ່ສາຍຢູ່ບັນດາແຂວງຈຳນວນໜຶ່ງ ເປັນຕົ້ນ: ແຂວງຫຼວງພະບາງ, ຫົວພັນ, ຈໍາປາສັກ ໃນເວລາມໍ່ໆນີ້ຕື່ມອີກ ເພື່ອໃຫ້ປະຊາຊົນລາວ, ປະຊາຊົນຈີນທີ່ອາໄສຢູ່ ສປປ ລາວ ສາມາດເຂົ້າມາຮັບຊົມໄດ້.

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ