ສະຖາບັນຂົງຈື ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາຮຸ່ນທໍາອິດ ຄູພາສາຈີນ 74 ຄົນ

ສະຖາບັນຂົງຈື ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາຮຸ່ນທໍາອິດ ຄູພາສາຈີນ 74 ຄົນ

ສະຖາບັນຂົງຈື ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາຮຸ່ນທໍາອິດ ຄູພາສາຈີນ 74 ຄົນ
ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຊົມເຊີຍນັກສຶກສາ ສາຂາຄູພາສາຈີນຮຸ່ນທໍາອິດຂຶ້ນ ໃນວັນທີ 20 ກັນຍາຜ່ານມາ ທີ່ສະຖາບັນຂົງຈື. ເປັນກຽດເຂົ້າຮ່ວມ ຂອງ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມ ມອບ-ຮັບໃບປະກາສະນີຍະບັດ ຂອງ ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື, ທ່ານ ເຟີງກວາງຫົວ ຜູ້ອໍານວຍການສະຖາບັນຂົງຈືຝ່າຍຈີນ, ມີບັນດາພະນັກງານ ຄູ-ອາຈານ, ແຂກຖືກເຊີນ ພ້ອມດ້ວຍຜູ້ປົກຄອງ ແລະ ນັກສຶກສາເຂົ້າຮ່ວມ.
ສະຖາບນຂງຈ ມອບໃບປະກາສະນຍະບດ ໃຫນກສກສາຮນທາອດ ຄພາສາຈນ 74 ຄນ - image 1
 

 

ທ່ານ ຄໍາຮຸ່ງ ຈັນທະວົງ ກ່າວວ່າ: ນັກສຶກສາຄູພາສາຈີນຈົບຮຸ່ນທໍາອິດ ທັງໝົດ 74 ຄົນ ຍິງ 42. ບັນດານັກສຶກສາທີ່ໄດ້ຮຽນຈົບຫຼັກສູດຄູພາສາຈີນໄປແລ້ວ ໃນອະນາຄົດ ຈົ່ງສືບຕໍ່ຍົກລະດັບຕົນເອງໃຫ້ສູງຂຶ້ນ, ໃນເມື່ອໄດ້ຮຽນຄູພາສາຈີນແລ້ວ ມີບາງຄົນກໍອາດຈະບໍ່ໄດ້ເປັນຄູສອນ ແຕ່ຖ້າຫາກວ່າມີເວລາ ກໍຊ່ວຍສິດສອນນ້ອງ, ຫຼານ ກໍຄື ຜູ້ຄົນອ້ອມຂ້າງໄດ້ຮຽນນໍາ, ສືບຕໍ່ເປັນຄົນດີຂອງຄອບຄົວ, ສັງຄົມ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ສັງຄົມ, ປັດຈຸບັນການຮ່ວມມື ລາວ-ຈີນ ມີຫຼາຍຂະແໜງການ ແລະ ມີຄວາມຕ້ອງການບຸກຄະລາກອນທີ່ມີສີມື. ສະນັ້ນເຖິງແມ່ນວ່າ ຈະຈົບໄປແລ້ວ ປະກອບວຽກງານຢູ່ອົງກອນ, ສະຖາບັນໃດກໍຂໍໃຫ້ເປັນຄົນດີ-ມີຄ່າ, ສະຖາບັນຂົງຈື ຍາມໃດກໍຍັງເປັນເຮືອນຫຼັງທີ 2 ຂອງນັກສຶກສາ ສະຖາບັນຍິນດີຕ້ອນຮັບນັກສຶກສາທຸກໆຄົນ ແລະ ຂໍໃຫ້ສືບຕໍ່ແບ່ງປັນປະສົບການຕໍ່ ໃຫ້ພວກຮຸ່ນນ້ອງນັກສຶກສາຂົງຈືດ້ວຍກັນ.

ສະຖາບນຂງຈ ມອບໃບປະກາສະນຍະບດ ໃຫນກສກສາຮນທາອດ ຄພາສາຈນ 74 ຄນ - image 2
 

ທ່ານ ເຟີງກວາງຫົວ ກ່າວວ່າ: ດີໃຈຫຼາຍທີ່ນັກສຶກສາ 2+2 ປະສົບຜົນສໍາເລັດ, ການສ້າງຫຼັກສູດຂອງພວກເຮົາ 2 ປີຮຽນຢູ່ລາວ ແລະ ອີກ 2 ປີ ຮຽນຢູ່ຈີນ ເປົ້າໝາຍ ເພື່ອໃຫ້ເຂົ້າໃຈສະພາບການສຶກສາຂອງມະຫາວິທະຍາໄລຢູ່ຈີນ, ການມີຄວາມເປັນສາກົນ ແລະ ສາມາດເຂົ້າໃຈສະພາບສາກົນໄດ້ຢ່າງຮອບດ້ານ, ຈົບຈາກຂົງຈື 10 ປີ, 20 ປີ ກໍຍັງເປັນສິດຂອງຂົງຈືຄືເກົ່າ ແລະ ຂໍໃຫ້ນັກສຶກສາກໍາໄດ້ 4 ຈຸດ ຄື: 1. ຮູ້ບຸນຄຸນຄູ-ອາຈານ, ໂຮງຮຽນ, ພໍ່, ແມ່ທີ່ໄດ້ຊ່ວຍເຫຼືອເຮົາມາ, 2. ຮູ້ຈັກເປັນສາກົນຕ້ອງປັບຕົວໃຫ້ໄດ້ ເຖິງແມ່ນວ່າ ວັດທະນະທໍາຈະມີຄວາມແຕກຕ່າງກັນ ກໍສາມາດປັບຕົວໃຫ້ໄດ້ ຕ້ອງຮ່ວມມືກັນຢ່າງລົງຕົວ, 3. ຕ້ອງມີນໍ້າໃຈເສຍສະຫຼະ ບາງຄັ້ງກໍຕ້ອງຍອມເສຍປຽບໜ້ອຍໜຶ່ງ ອາດຈະເຮັດໃຫ້ຊີວິດ ຂອງຕົນເດີນທາງໄປໄກ ມີອະນາຄົດທີ່ສົດໃສ ແລະ 4. ໃຫ້ນັກສຶກສາທຸກໆຄົນ ທີ່ສໍາເລັດການສຶກສາໄປແລ້ວ ຕ້ອງຮູ້ຈັກວາງແຜນການສຶກສາເປັນແຕ່ລະໄລຍະ ໂດຍສະເພາະ ແມ່ນວາງແຜນຊີວິດການເປັນຢູ່ແຕ່ລະໄລຍະໃຫ້ດີ ລວມໄປເຖິງ ການແລກປ່ຽນບົດຮຽນອື່ນໆ. ໂອກາດດັ່ງກ່າວ ທ້າວ ແກ້ວມະນີ ມະນີໄຊ ຕາງໜ້ານັກສຶກສາ ກໍໄດ້ຂຶ້ນກ່າວສະແດງຄວາມຮູ້ສຶກ ແລະ ຂອບໃຈ ຮູ້ບຸນຄຸນ ຕໍ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ມາໂດຍຕະຫຼອດ.

ສະຖາບນຂງຈ ມອບໃບປະກາສະນຍະບດ ໃຫນກສກສາຮນທາອດ ຄພາສາຈນ 74 ຄນ - image 3
 

ໃນໂອກາດນີ້, ທ່ານ ໂມຢີງທ່າວ (MOYINGTAO) ປະທານບໍລິສັດ ບີວາຍດີ BYD ຍັງໄດ້ມອບເງິນສະໜັບສະໜູນພິທີຊົມເຊີຍດັ່ງກ່າວ ຈໍານວນ 65,000,000 ກີບ ແລະ ໃນຕອນທ້າຍໄດ້ມີພິທີມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ນັກສຶກສາທີ່ເສັງຈົບ ແລະ ຜູ້ປົກຄອງຂອງນັກສຶກສາທີ່ໄດ້ສະໜັບສະໜູນໃຫ້ລູກມາຮຽນທີ່ສະຖາບັນຂົງຈື ຊຶ່ງຜູ້ປົກນັກສຶກສາກໍກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ສະຖາບັນຂົງຈື ທີ່ໄດ້ຝຶກຝົນ ສິດສອນໃຫ້ລູກຫຼານກາຍເປັນຄົນຮູ້ຜູ້ເກັ່ງ ນັກສຶກສາຈໍານວນ 74 ຄົນ, ແມ່ນໄດ້ຮັບໃບກຽດຕິຄຸນ, ສ່ວນຜູ້ປົກຄອງ ແມ່ນໄດ້ຮັບໃບຍ້ອງຍໍ.

(ຂ່າວ: ຍຸພິນທອງ))

ຄໍາເຫັນ

ຂ່າວສືກສາ-ກິລາ

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເພີ່ມເຕີມ