![]() |
ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງໄດ້ຂຶ້ນຜ່ານບົດລາຍງານການກະກຽມການສອບເສັງຈົບຊັ້ນ ມ4 ໃນທົ່ວແຂວງ ປະຈໍາສົກຮຽນ 2024-2025ຊຶ່ງປະກອບມີ 39 ສູນສອບເສັງ, ມີນັກສອບເສັງທັງໝົດ 6,232 ຄົນຍິງ 3,250 ຄົນ, ມີຫ້ອງສອບ 308 ຫ້ອງ, ມີຄະນະຊີ້ນໍາການສອບເສັງຂັ້ນເມືອງ 51 ທ່ານ, ຄະນະຊີ້ນໍາສູນສອບເສັງ 174 ທ່ານ, ມີກໍາມະການຍາມຫ້ອງ 616 ທ່ານ, ກໍາມະການກວດບົດ 165 ທ່ານ.
![]() |
ສໍາລັບການສອບເສັງຈົບຊັ້ນມ4 ຂອງເມືອງຊົນນະບູລີໃນປີນີ້ ແມ່ນໄດ້ກໍານົດເອົາສູນສອບເສັງຈໍານວນ 3 ສູນຄື: ສູນສອບເສັງໂຮງຮຽນ ມສ ໂນນສະຫວ່າງ, ສູນໂພໄຊຄູນ ແລະສູນໜອງບົວລາວ, ມີນັກຮຽນເຂົ້າສອບເສັງທັງໝົດ 270 ນ້ອງຍິງ 133 ນ້ອງ. ສຳລັບການສອບເສັງແມ່ນປະກອບມີ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທໍາມະຊາດ, ຄະນິດສາດ ແລະວິຊາພາສາອັງກິດ ຊຶ່ງຈະໄດ້ໃຊ້ເວລາໃນການສອບເສັງທັງໝົດ 3 ວັນ (ວັນທີ 11- 13 ມິຖຸນາ 2025) ຈຶ່ງຈະສໍາເລັດຕາມລະດັບຄາດໝາຍ.
![]() |
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ຄໍາເຫັນ