![]() |
ໃນຂະນະທີ່ແຂວງຄໍາມ່ວນໄດ້ 4 ຫຼຽນຄໍາ ຈາກລາຍການ 45 ກິໂລຍິງ ນາງ ລັດສະໝີ ສີປະເສີດ ນັກກິລາທີມຊາດລາວ ແລະ ລາຍການ 49 ກິໂລຊາຍ ທ້າວ ບຸນໜາ ສີຫາບຸດ ແລະ ຍັງໄດ້ອີກ 2 ຫຼຽນເງິນ. ສ່ວນແຂວງເຊກອງໄດ້ 2 ຫຼຽນຄໍາຈາກລາຍການ 41 ກິໂລຍິງ ນາງ ແດງມະນີ ສີບຸນເຮືອງ ແລະ ຍັງໄດ້ອີກ 1 ຫຼຽນທອງ. ທາງດ້ານນະຄອນຫຼວງວຽງຈັນໄດ້ 2 ຫຼຽນເງິນ 3 ຫຼຽນທອງ, ແຂວງຜົ້ງສາລີ, ໄຊສົມບູນ ແລະ ບໍລິຄຳໄຊໄດ້ພາກສ່ວນລະ 2 ຫຼຽນເງິນ, ຈຳປາສັກ 3 ຫຼຽນທອງ, ອັດຕະປື, ຫຼວງນໍ້າທາ ແລະ ອຸດົມໄຊໄດ້ພາກສ່ວນລະ 1 ຫຼຽນທອງ. ສໍາລັບວັນທີ 15 ທັນວາເຊິ່ງເປັນມື້ສຸດທ້າຍໄດ້ສືບຕໍ່ຊີງອີກ 3 ລາຍການ ແລະ ຈະມີພິທີມອບຫຼຽນລາງວັນຢ່າງເປັນທາງການ.
![]() |
ກິລາຍົກນໍ້າໜັກ ເປັນກິລາທີ່ແຂ່ງຂັນກ່ອນປະເພດອື່ນໆ ຊີງ 11 ລາຍການ, ຍິງ 5 ລາຍການ, ຊາຍ 6 ລາຍການ ລວມ 22 ຫຼຽນຄໍາ, ມີນັກກິລາຈາກ 13 ແຂວງ ແລະ ນະຄອນຫຼວງເຈົ້າພາບເຂົ້າຮ່ວມມີແຂວງສະຫວັນນະເຂດ, ຈຳປາສັກ, ເຊກອງ, ອັດຕະປື, ຄຳມ່ວນ, ສາລະວັນ, ຜົ້ງສາລີ, ອຸດົມໄຊ, ບໍລິຄຳໄຊ, ໄຊຍະບູລີ, ຫຼວງນ້ຳທາ, ໄຊສົມບູນ, ຊຽງຂວາງ ແລະ ນະຄອນຫຼວງວຽງຈັນ.
ຂ່າວ: ເອກະສັນ ທິບພະຈັກ, ພາບ: ສູນຂ່າວ


ຄໍາເຫັນ