ສະຫວັນນະເຂດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ສະຫວັນນະເຂດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ໃນວັນທີ 16 ພະຈິກນີ້, ຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢູ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ. ໃຫ້ກຽດເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາຮອງເຂລາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.
    ໃນໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍໄດ້ຜ່ານມະຕິກອງປະຊຸມຄົບຄະນະຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIຊຶ່ງໃຫ້ຮູ້ວ່າ: ກອງປະຊຸມໄດ້ເປັນເອກະພາບສູງຕີລາຄາກ່ຽວກັບຄວາມບຸກບືນສູ້ຊົນຂອງທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສາມາດບັນລຸໄດ້ຄາດໝາຍເປັນສ່ວນຫຼາຍຊຶ່ງຄາດຄະເນໝົດປີ 2023 GDP  ຈະຂະຫຍາຍຕົວໃນລະດັບ 4,2%, ການຈັດເກັບລາຍຮັບງົບປະມານບັນລຸຕາມແຜນທີ່ສະພາແຫ່ງຊາດຮັບຮອງ; ອັດຕາເງິນເຟີ້ຍັງສູງ ແຕ່ກໍມີທ່າອ່ຽງຫຼຸດລົງຈາກ 41,26% ໃນເດືອນກຸມພາ ຫຼຸດລົງມາຢູ່ທີ່ 25,69% ໃນເດືອນກັນຍາ 2023. ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນສາເຫດຕົ້ນຕໍທັງປັດໄຈໃນຕົວ ແລະນອກຕົວໃນການແກ້ໄຂສະພາບຄວາມຫຍຸ້ງຍາກທີ່ຜ່ານມາ, ແຕ່ອັນທີ່ເປັນພື້ນຖານຍັງແມ່ນການນໍາພາຊີ້ນໍາແກ້ໄຂບັນຫາຍັງບໍ່ເດັດຂາດ ແລະແທດເໝາະກັບບັນຫາຕົວຈິງ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາໃນດ້ານຫຼັກການຕໍ່ທິດທາງແຜນການປີ 2024 ເພື່ອນໍາສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX. ສໍາລັບທ້າຍປີ 2023 ແລະປີ 2024 ຄະນະບໍລິຫານງານສູນກາງພັກ ກໍໄດ້ໃຫ້ທິດຊີ້ນໍາວຽກງານຈຸດສຸມດັ່ງນີ້: ສືບຕໍ່ແກ້ໄຂສະພາບເຄັ່ງຮ້ອນໃຫ້ສາມາດຄວບຄຸມໄດ້ ແລະກ້າວເຂົ້າສູ່ປົກກະຕິ; ແກ້ໄຂຟື້ນຟູຜົນກະທົບທີ່ເກີດຂຶ້ນຈາກໄພທໍາມະຊາດ; ສືບຕໍ່ຫັນລົງກໍ່ສ້າງພື້ນຖານ, ປັບປຸງການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນ; ຊຸກຍູ້ບັນດາຫົວໜ່ວຍທຸລະກິດຜະລິດກະສິກໍາໃຫ້ຕິດພັນກັບອຸດສາຫະກໍາປຸງແຕ່ງ; ເພີ່ມທະວີມາດຕະການປະຢັດ, ຕ້ານການຟຸ່ມເຟືອຍເພື່ອສາມາດກຸ້ມການນໍາເຂົ້າ.  ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໃຫ້ສືບຕໍ່ກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີລະບຽບແບບແຜນ ແລະທັນສະໄໝ; ເອົາໃຈໃສ່ວຽກງານສືບສວນ-ສອບສວນ ແລະແກ້ໄຂບັນຫາຂໍ້ຂັດແຍ່ງໃຫ້ວ່ອງໄວ; ສືບຕໍ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງກວ່າເກົ່າ.
    ຈາກນັ້ນ, ພາຍໃນກອງປະຊຸມກໍໄດ້ມີການຜ່ານບົດແນະນໍາກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ ແລະຜ່ານຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບການນໍາໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວການເມືອງ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ຊີ້ແຈ້ງຫຼາຍບັນຫາກ່ຽວກັບການຈັດສັນງົບປະມານ,ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ, ການປະຕິບັດລະບົບການສຶກສາ ທີ່ປ່ຽນຈາກ 5+4+3 ມາເປັນ 6+3+3 ເຂົ້າໃນຂະແໜງສຶກສາທິການ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII ແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມ.
ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ເພີ່ມເຕີມ