SCG ມອບທຶນການສຶກສາ 100 ທຶນໃຫ້ 4 ເມືອງແຂວງຄໍາມ່ວນ

SCG ມອບທຶນການສຶກສາ 100 ທຶນໃຫ້ 4 ເມືອງແຂວງຄໍາມ່ວນ
ໂຄງການນີ້ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ ສປປ ລາວ ມີນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນເລີ່ມຕັ້ງແຕ່ສົກຮຽນ 2012 – 2013 ແລະ ສືບຕໍ່ຈັດຕັ້ງປະຕິບັດມາຮອດສົກຮຽນ 2019 – 2020 ເປັນປີທີ 10 ຕິດຕໍ່ກັນ. ສໍາລັບແຂວງຄໍາມ່ວນແມ່ນເລີ່ມແຕ່ປີ 2014 – 2020 ແຕ່ໄລຍະປີ 2020 – 2022 ແມ່ນໄດ້ໂຈະໂຄງການເນື່ອງຈາກສະພາບໂຄວິດ ແລະ ໄດ້ສືບຕໍ່ໃນປີ 2022 – 2024 ເປັນປີທີ 8 ທີ່ໄດ້ຮັບທຶນການສຶກສາ. ໃນແຂວງຄໍາມ່ວນໄດ້ຮັບທຶນຢູ່ 3 ເມືອງໃນປີ 2014 – 2016 ຄື: ເມືອງທ່າແຂກ,ເມືອງມະຫາໄຊ ແລະ ເມືອງໜອງບົກ, ມາໃນປີ 2016 – 2024 ຈຶ່ງໄດ້ຂະຫຍາຍທຶນຕື່ມ 1 ເມືອງຄື: ເມືອງຍົມມະລາດ ປັດຈຸບັນລວມເປັນ 4 ເມືອງມີໂຮງຮຽນທັງໝົດ 25 ແຫ່ງທີ່ໄດ້ຮັບທຶນໂຄງການ.
ເພື່ອເປັນການສືບຕໍ່ໂຄງການດັ່ງກ່າວໃນສົກ 2023 – 2024 ຈຶ່ງໄດ້ຈັດພິທີມອບທຶນຊ່ວຍເຫຼືອການສຶກສາແບ່ງປັນຄວາມຝັນກັບ ເອສຊີຈີ ແຊຣິ່ງ ເດີດຣີມ (SCG Sharing the Dream) ຂຶ້ນໃນວັນທີ 9 ມັງກອນ ນີ້ ທີ່ສະໂມສອນຂອງແຂວງໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ນາງ ທິຕິຍາ ປານມະນີ ຮັກສາການແທນທ່ານກົງສູນໃຫຍ່ແຫ່ງ ຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ, ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າສຶກສາທິການ ແລະ ກິລາແຂວງ, ທ່ານ ຈະຕຸພົງ ອາໄສພານິດ ຄະນະຜູ້ບໍລິຫານບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດເຂົ້າຮ່ວມມອບທຶນດັ່ງກ່າວ ແລະ ມີບັນດາທ່ານເຈົ້າເມືອງຈາກ 4 ເມືອງຄື: ທ່າແຂກ,ມະຫາໄຊ,ໜອງບົກ,ຍົມມະລາດຕະຫຼອດເຖິງຄະນະອໍານວຍການໂຮງຮຽນ,ພະນັກງານຄູ-ອາຈານ, ພະນັກງານວິຊາການຈາກບໍລິສັດ ແລະ ນັກຮຽນທີ່ໄດ້ຮັບທຶນເຂົ້າຮ່ວມ.
ໃນການມອບທຶນການສຶກສາໃນຄັ້ງນີ້ນັກຮຽນຈະໄດ້ຮັບອຸປະກອນການສຶກສາຈໍານວນໜຶ່ງ ແລະ ປຶ້ມບັນຊີເງິນຝາກ,ທາງໂຄງການ ບໍລິສັດ ບິກບູ່ເປັນຜູ້ຮັບຜິດຊອບການຄຸ້ມຄອງ ແລະ ການໂອນເງິນເຂົ້າບັນຊີໃຫ້ນັກຮຽນຜູ້ໄດ້ຮັບທຶນຈະໂອນເງິນເຂົ້າບັນຊີໃຫ້ນັກຮຽນທຶນຈໍານວນ 50% ພາກຮຽນ 1, ຫຼັງຈາກນັ້ນຜູ້ກ່ຽວຕ້ອງສົ່ງໃບຄະແນນປະຈໍາພາກຮຽນ 1 ສົກຮຽນ 2023 – 2024 ພ້ອມທັງຂຽນຈົດໝາຍລາຍງານຜົນການນໍາໃຊ້ທຶນແບ່ງປັນຄວາມຝັນ SCG ໃຫ້ຄະນະກໍາມະການ ແລະ ເງິນທີ່ຍັງເຫຼືອ 50% ຈະຖືກໂອນເຂົ້າບັນຊີຂອງນັກຮຽນທຶນທັງໝົດໃນຕົ້ນພາກຮຽນທີ 2. ນັກຮຽນຜູ້ທີ່ໄດ້ຮັບທຶນການສຶກສາໄດ້ຮັບເງິນຈໍານວນ 4.120.000 ກີບ/ຄົນ/ປີ , ຈໍານວນເງິນນັກຮຽນໄດ້ຮັບທັງໝົດ 412.000.000 ກີບໃນຈໍານວນນັກຮຽນ 100 ທຶນ.  
ນັກຮຽນແຕ່ປີ 2014 – 2024 ຜູ້ທີ່ໄດ້ຮັບທຶນຈໍານວນ 760 ທຶນເກົ່າ, ທຶນພິເສດຮຽນດີຮຽນເດັ່ນ 15 ທຶນ ແລະ ທຶນໃໝ່ 100 ທຶນລວມທັງໝົດ 870 ທຶນ ເຮັດໃຫ້ນັກຮຽນມີກໍາລັງໃຈໃນການຄົ້ນຄວ້າຮໍ່າຮຽນ,ສືບຕໍ່ຮໍ່າຮຽນຈົນຈົບຊັ້ນມັດທະຍົມສຶກສາຕອນປາຍ ແລະ ສຶກສາຮຽນຕໍ່ຂັ້ນສູງຂຶ້ນໄປ ຊຶ່ງໂຄງການດັ່ງກ່າວນີ້ໄດ້ຊ່ວຍຫຼຸດຜ່ອນການປະລະຂອງນັກຮຽນ ແລະ ຫຼຸດຜ່ອນພາລະໃນການໃຊ້ຈ່າຍຄ່າຮຽນ, ອຸປະກອນ ແລະ ອື່ນໆຂອງຜູ້ປົກຄອງໄດ້ຫຼາຍພໍສົມຄວນ. 
ຈາກນັ້ນ, ຄະນະປະທານໃນພິທີພ້ອມດ້ວຍທ່ານເຈົ້າເມືອງຈາກ 4 ເມືອງກໍໄດ້ມອບທຶນການສຶກສາໃຫ້ນັກຮຽນຈໍານວນ 100 ທຶນ, ພິເສດໃນພິທີຍັງໄດ້ຮັບຊົມ-ຮັບຟັງການສະແດງບົດຟ້ອນລວມໝູ່ ແລະ ລໍາຜະຫຍາມະຫາໄຊຈາກນັກຮຽນຕື່ມອີກ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ

ຄໍາເຫັນ

ຂ່າວສືກສາ-ກິລາ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວແມ່ເຖົ້າ ພູທອນ ພູມສະຫວັນ ພ້ອມດ້ວຍລູກຫຼານ ທຸ້ມທຶນ 4.5 ຕື້ກີບ ກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ໜອງປີງ ເມືອງບົວລະພາ ແຂວງ​ຄຳ​ມ່ວນເພື່ອສ້າງສະພາບແວດລ້ອມການຮຽນທີ່ດີ ແລະ ຂະຫຍາຍໂອກາດໃຫ້ເດັກນ້ອຍເຂົ້າເຖິງການສຶກສາ.
ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ