ທ່ານ ອະນັນ ໂພນິ່ມແດງ ກ່າວຕື່ມອີກວ່າ: ເມື່ອສັງເກດຈາກໄລຍະຍາວແລ້ວເຫັນວ່າໂຄງການເສັ້ນທາງລົດໄຟຄວາມໄວສູງຈີນ-ໄທ ບໍ່ພຽງແຕ່ເປັນໂຄງການຄົມມະນາຄົມທີ່ສຳຄັນເທົ່ານັ້ນ, ຫາກຍັງຈະເສີມຂະຫຍາຍບົດບາດນຳພາຕໍ່ການປັບປຸງເສດຖະກິດພາກພື້ນ, ປັບປຸງສະພາບອຸດສາຫະກຳໃຫ້ດີຂຶ້ນ ແລະ ສະພາບການພັດທະນາຂອງຕົວເມືອງຕ່າງໆ.
ເສັ້ນທາງລົດໄຟຄວາມໄວສູງຈີນ-ໄທໄລຍະທີໜຶ່ງຈາກນະຄອນຫຼວງບາງກອກ ຫາ ນະຄອນຣາດຊະສີມາ ໄດ້ລົງທຶນທັງໝົດ 179.4 ຕື້ບາດ ແລະ ຍາວທັງໝົດ 250.77 ກິໂລແມັດ, ໄດ້ຈັດໃຫ້ມີສະຖານີລົດໄຟສຳຄັນ 6 ແຫ່ງ ຄື: ສະຖານີກາງບາງກອກອະພິວັດ, ສະຖານີດອນເມືອງ, ສະຖານີອະຍຸທະຍາ, ສະຖານີສະຣະບູລີ, ສະຖານີປາກຊ່ອງ ແລະ ສະຖານີນະຄອນຣາດຊະສີມາ.
ຄໍາເຫັນ