ສະຖາບັນພັດທະນາເກົາຫຼີ (KDI) ລະບຸໃນບົດລາຍງານການປະເມີນເສດຖະກິດປະຈຳເດືອນ ໃນວັນທີ 7 ກັນຍາ ຜ່ານມາວ່າ: ເສດຖະກິດ ສ ເກົາຫຼີ ຍັງສືບຕໍ່ຂະຫຍາຍຕົວ, ໂດຍສະເພາະໃນອຸດສາຫະກຳທີ່ກ່ຽວຂ້ອງກັບການລົງທຶນດ້ານ AI ຊຶ່ງຊ່ວຍຊຸກຍູ້ການສົ່ງອອກ, ການລົງທຶນໃນເຄື່ອງຈັກ ແລະ ອຸປະກອນ, ລວມທັງການຜະລິດອຸດສາຫະກຳໃນຂະແໜງການທີ່ກ່ຽວຂ້ອງ.
ບົດລາຍງານຊີ້ໃຫ້ເຫັນວ່າ: ຜົນຜະລິດຂະແໜງອຸດສາຫະກໍາຂອງ ສ ເກົາຫຼີ ໃນເດືອນກໍລະກົດ ຜ່ານມາ ເພີ່ມຂຶ້ນ 3.1% ເມື່ອທຽບກັບເດືອນກ່ອນ ຊຶ່ງເປັນການຊະລໍຕົວຈາກການຂະຫຍາຍຕົວ 4.4% ໃນເດືອນມິຖຸນາ, ແຕ່ຍັງສູງກວ່າອັດຕາສະເລ່ຍໃນໄຕມາດທີສອງ ທີ່ 2.9% ຊຶ່ງສະທ້ອນໃຫ້ເຫັນເຖິງທ່າອ່ຽງການຟື້ນຕົວຢ່າງຕໍ່ເນື່ອງ.
ໃນຂະນະດຽວກັນ, ການສົ່ງອອກໃນເດືອນສິງຫາເພີ່ມຂຶ້ນເຖິງ 68.7% ເມື່ອທຽບກັບປີກ່ອນ, ສ່ວນໃຫຍ່ແມ່ນຂັບເຄື່ອນໂດຍເຊມິຄອນດັກເຕີ ທີ່ມີມູນຄ່າການສົ່ງອອກເພີ່ມຂຶ້ນຫຼາຍກວ່າ 200% ຕາມລາຄາຊິບທີ່ເພີ່ມຂຶ້ນ.
ສ່ວນການລົງທຶນຂະແໜງທຸລະກິດຍັງສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ໂດຍການລົງທຶນໃນໂຮງງານ ແລະ ອຸປະກອນໃນເດືອນກໍລະກົດເພີ່ມຂຶ້ນ 24.9% ເມື່ອທຽບກັບປີກ່ອນ, ຍ້ອນວ່າບໍລິສັດຕ່າງໆໄດ້ເລັ່ງການໃຊ້ຈ່າຍໃນໂຮງງານ ແລະ ອຸປະກອນທີ່ກ່ຽວຂ້ອງກັບອຸດສາຫະກຳເຊມິຄອນດັກເຕີ.
ຢ່າງໃດກໍຕາມ, ການຟື້ນຕົວທາງເສດຖະກິດຍັງບໍ່ທັນໄດ້ສົ່ງກະທົບຕໍ່ຄົວເຮືອນຢ່າງເຕັມທີ່. ໂດຍ KDI ຊີ້ໃຫ້ເຫັນວ່າການບໍລິໂພກຂອງເອກະຊົນຍັງຄົງຈຳກັດ ເນື່ອງຈາກກຳລັງການຊື້ຂອງຜູ້ບໍລິໂພກບໍ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ຍອດຂາຍຍ່ອຍໃນເດືອນກໍລະກົດ ຫຼຸດລົງ 0.8% ຫຼັງຈາກເພີ່ມຂຶ້ນ 3.9% ໃນເດືອນມິຖຸນາ, ໂດຍໄດ້ຮັບຜົນກະທົບຈາກການຫຼຸດລົງຢ່າງໄວວາຂອງຍອດຂາຍສິນຄ້າທົນທານ.
ທັງນີ້, KDI ເຕືອນວ່າ: ເສດຖະກິດ ສ ເກົາຫຼີ ຍັງປະເຊີນກັບປັດໄຈສ່ຽງຫຼາຍຢ່າງ. ໂດຍສະເພາະ, ນະໂຍບາຍພາສີຂອງ ສະຫະລັດ ອາເມຣິກາ ແລະ ຄວາມບໍ່ແນ່ນອນທາງດ້ານພູມິສາດການເມືອງທີ່ຍັງດຳເນີນຢູ່ໃນຕາເວັນອອກກາງອາດຈະສົ່ງຜົນກະທົບຕໍ່ໂອກາດທາງເສດຖະກິດ.
ຄໍາເຫັນ