ສິລະປິນແຫ່ງຊາດລາວ ພ້ອມດ້ວຍຄະນະ ຢ້ຽມຊົມສະຖານທີ່ຮ່ອງຮອຍບັ້ນຮົບເກົ່າ

ສິລະປິນແຫ່ງຊາດລາວ ພ້ອມດ້ວຍຄະນະ ຢ້ຽມຊົມສະຖານທີ່ຮ່ອງຮອຍບັ້ນຮົບເກົ່າ

ສິລະປິນແຫ່ງຊາດລາວ ພ້ອມດ້ວຍຄະນະ ຢ້ຽມຊົມສະຖານທີ່ຮ່ອງຮອຍບັ້ນຮົບເກົ່າ
ໂດຍໄດ້ຮັບຄຳເຊີນຈາກປະເທດຫວຽດນາມ ໃນລະຫວ່າງວັນທີ 22-28 ພຶດສະພາ ຜ່ານມາ, ທ່ານ ດວງມີໄຊ ລີໄກຢາ ສິລະປິນແຫ່ງຊາດ, ນັກປະພັນເພງ ຂອງ ສປປ ລາວ ພ້ອມດ້ວຍ ທ່ານ ເອົາຫວຽດຮຶງ ຫົວໜ້າອຳນວຍການສູນວັດທະນະທໍາຫວຽດນາມ ປະຈໍາ ລາວ, ທ່ານ ເຫງວນແທ່ງຮຸຍ ຫົວໜ້າຫ້ອງການປະຈຳສະຖານທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມບັນດາຮ່ອງຮອຍໃນບັ້ນຮົບເກົ່າ.
ສລະປນແຫງຊາດລາວ ພອມດວຍຄະນະ ຢຽມຊມສະຖານທຮອງຮອຍບນຮບເກາ - image 1
 

 

ໃນການຢ້ຽມຢາມຄັ້ງນີ້ ຄະນະໄດ້ໄປຢ້ຽມຊົມບັ້ນຮົບລາມເຊີນ 719 ຢູ່ດິນລາວ, ບັ້ນຮົບຕ່າເກີນ,ບັ້ນຮົບແຄແຄງ, ອານຸສາວະດີນັກຮົບທາງເລກ 9. ໃນໂອກາດດັ່ງກ່າວ ກໍໄດ້ພົບປະແລກປ່ຽນກັບນັກປະພັນເພງ, ສະມາຄົມນັກຮົບເກົ່າ ທີ່ແຂວງກວາງຈີ້ ສສ ຫວຽດນາມ ເພື່ອພາກັນຫວນຄືນມູນເຊື້ອຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວ-ຫວຽດນາມ ທີ່ໄດ້ຮ່ວມກັນກອບກູ້ເອົາປະເທດຊາດບ້ານເມືອງຄືນມາໄດ້ຢ່າງສະຫງ່າຜ່າເຜີຍ.

ສລະປນແຫງຊາດລາວ ພອມດວຍຄະນະ ຢຽມຊມສະຖານທຮອງຮອຍບນຮບເກາ - image 2
 
ຂ່າວ: ດວງມີໄຊ

ຄໍາເຫັນ

ຂ່າວການຮ່ວມມື

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ໄດ້ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ” 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດ ຜູ້ຊີ້ນໍາສຶກສາ-ວັດທະນະທໍາສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ໃນໂອກາດທີ່ ຄະນະຜູ້ແທນພັກ ປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21" (State Sovereignty and Principles of International Relations in the Context of Multipolarity and Diversity in the 21" Century) ທີ່ ເມືອງ ເບຣັດສທ໌ ສ ເບລາຣຸດຊີ ແຕ່ວັນທີ 27-30 ພຶດສະພາ 2026.
ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ

ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG), ຈັດງານສາຍສາລະຄະດີເລື່ອງ: "ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ", ໃນວັນທີ 2 ມິຖຸນານີ້ ທີ່ ຄອສພ ໂດຍການເຂົ້າຮ່ວມ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ, ​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ລາວ, ທ່ານ ຫວາງ​ຊ້າງ ອຸປະທູດຊົ່ວຄາວ ສະຖານທູດຈີນປະຈຳ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງລັດຖະມົນຕີ ສສກ ຕ້ອນຮັບຄະນະຜູ້ແທນວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ

ຮອງລັດຖະມົນຕີ ສສກ ຕ້ອນຮັບຄະນະຜູ້ແທນວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ

ໃນວັນທີ 2 ມິຖຸນານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ເຫວີຍ ຫາຍຈິ້ນ ເລຂາທິ ການ ຄະນະກຳມະການພັກ ວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ມີຫົວໜ້າກົມ-ຮອງກົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ຮອງ ລມຕ ກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ຮອງ ລມຕ ກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ເມື່ອບໍ່ດົນມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ຊີມາ ເມວໂຮຕຣາ(Seema Malhotra MP) ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ແລະ ວຽກງານຄວາມເທົ່າທຽມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອ​ມ​ດ້ວຍ​ຄະ​ນະ ໃນໂອກາດ​ເດີນທາງມາຢ້ຽມຢາມເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ເພື່ອສືບຕໍ່​ເສີມ​ຂະ​ຫຍາຍ​​ສາຍ​ພົ​ວ​ພັນ ແລະ ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃຫ້ຕໍ່ເນື່ອງ​.​ ໃນ​ໂອ​ກາດ​ດັ່ງ​ກ່າວ, ສອງ​ຝ່າຍ​ໄດ້​ທົບທວນວຽກງານການພົວພັນ ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃຫ້​ເຂັ້ມ​ແຂງ ແລະ ​ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນ​ໃນ​ຕໍ່​ໜ້າລວມ​ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍພ້ອມທັງ​ໄດ້​ແລກ​ປ່ຽນ​ທັດ​ສະ​ນະ ກ່ຽວກັບບັນຫາຕ່າງໆ ທີ່ສອງຝ່າຍ​ມີ​ຄວາມ​ສົນ​ໃ​ຈຮ່ວມ​ກັນ. ໃນ​ໂອ​ກາດ​ດຽວ​ກັນ​, ຊີມາ ເມວໂຮຕຣາ ຍັງໄດ້ພົບປະກັບບາງຂະແໜງການກ່ຽວຂ້ອງ ເພື່ອປຶກສາຫາລືບັນດາໂຄງການຮ່ວມມືເພື່ອການພັດທະນາ ແລະ ທິດທາງຮ່ວມມືໃນອະນາຄົດ. ນອກນັ້ນ, ຍັງໄດ້ຢ້ຽມຢາມອົງການເກັບກູ້ລະເບີດ(MAG) ແລະ ໄດ້ປະກາດສືບຕໍ່ໃຫ້ທຶນຊ່ວຍເຫຼືອໃນສົກປີ 2026-2027.
ຈັດພິທີເລີ່ມອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ຢູ່ນະຄອນຫຼວງວຽງຈັນ

ຈັດພິທີເລີ່ມອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ຢູ່ນະຄອນຫຼວງວຽງຈັນ

ວັນທີ 2 ມິຖຸນານີ້, ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ (ຄອສພ) ຮ່ວມກັບວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດພິທີເລີ່ມອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ແລະ ສາລະຄະດີອື່ນໆຂອງຈີນພ້ອມຮັບຟັງການອ່ານສານຊົມເຊີຍຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ຕໍ່ສາລະຄະດີເລື່ອງ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ”.
ເຄືອຂ່າຍທຸລະກິດກະສິກໍາ GMS ເລັ່ງການຫັນປ່ຽນລະບົບອາຫານກະສິກຳ

ເຄືອຂ່າຍທຸລະກິດກະສິກໍາ GMS ເລັ່ງການຫັນປ່ຽນລະບົບອາຫານກະສິກຳ

ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ (GMS) ໄດ້ມີບາດກ້າວສໍາຄັນໃນການສົ່ງເສີມລະບົບກະສິອາຫານກະສິກໍາທີ່ຍືນຍົງ ແລະ ທົ່ວເຖິງດ້ວຍການສ້າງຕັ້ງເຄືອຂ່າຍທຸລະກິດກະສິກໍາ GMS ຕາມທີ່ໄດ້ວາງແຜນໄວ້ ຊຶ່ງເປັນເວທີໃໝ່ຂອງພາກພື້ນທີ່ອອກແບບມາເພື່ອເພີ່ມທະວີການມີສ່ວນຮ່ວມຂອງພາກເອກະຊົນ, ຍົກລະດັບການສົນທະນາດ້ານນະໂຍບາຍ ແລະ ເປີດໂອກາດທາງທຸລະກິດຂ້າມຊາຍແດນ.
ລາວ-ຈີນ ທົບທວນຄືນການຮ່ວມມື ປົກປັກຮັກສາຊາຍແດນ

ລາວ-ຈີນ ທົບທວນຄືນການຮ່ວມມື ປົກປັກຮັກສາຊາຍແດນ

ກອງປະຊຸມພົບປະແລກປ່ຽນວຽກງານຕົ້ນປີ 2026 ດ່ານກວດຄົນເຂົ້າ-ອອກເມືອງປ້ອງກັນຊາຍແດນບໍ່ຫານ ສປ ຈີນ ແລະ ກອງບັນຊາການ 3 ແຂວງພາກເໜືອ ແຫ່ງ ສປປ ລາວ ຄື: ກອງບັນຊາການ ປກສ ແຂວງຜົ້ງສາລີ, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ກອງບັນຊາການ ປກສ ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມາ ທີ່ໂຮງແຮມຈິ່ງລານ ເມືອງຫຼ້າ ແຂວງຢູນນານ ສປ ຈີນ, ຝ່າຍຈີນນໍາໂດຍທ່ານ ລີຢຸນເຊິ່ງ ຫົວໜ້າດ່ານກວດຄົນເຂົ້າ-ອອກເມືອງປ້ອງກັນຊາຍແດນບໍ່ຫານ, ຝ່າຍລາວນໍາໂດຍທ່ານ ພັອ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີທ່ານ ພັອ ຄໍາແຝງ ວິປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ທ່ານ ພັທ ທອງສະຫວັນ ປັນຍາຂັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ພາກ​ພື້ນ​ແມ່​ນ້ຳ​ຂອງປຶກ​ສາ​ຫາ​ລືເຜີຍແຜ່ຕ້ານຂ່າວປອມ

ພາກ​ພື້ນ​ແມ່​ນ້ຳ​ຂອງປຶກ​ສາ​ຫາ​ລືເຜີຍແຜ່ຕ້ານຂ່າວປອມ

ກອງປະຊຸມເຜີຍແຜ່ການຕ້ານຂ່າວປອມໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 2 ມິ​ຖຸ​ນານີ້ ທີ່ ຣາ​ຊະ​ອາ​ນາ​ຈັກກຳ​ປູ​ເຈຍ ພາຍໃຕ້ການສະໜັບສະໜູນຈາກໂຄງການຂອບ​ການ​ຮ່ວມ​ມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ(MLC) ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ເນດພຽກຕຣາ ລັດຖະມົນຕີກະຊວງຖະແຫຼງຂ່າວຂອງຣາຊະອານາຈັກກຳປູເຈຍ, ມີ​ແຂກ​ຖືກ​ເຊີນ ແລະ ສື່ມວນ​ຊົນຈາກ 5 ປະເທດເຂົ້າຮ່ວມ.
ບໍລິສັດ ອາຊີໂປຕາສ ເປີດຂະບວນເດືອນແຫ່ງຄວາມປອດໄພປີ 2026

ບໍລິສັດ ອາຊີໂປຕາສ ເປີດຂະບວນເດືອນແຫ່ງຄວາມປອດໄພປີ 2026

ບໍລິສັດ ອາຊີໂປຕາສ ສາຂາ ສປປ ລາວ ໄດ້ຈັດພິທີເປີດກິດຈະກຳ “ເດືອນຄວາມປອດໄພໃນການຜະລິດ” ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ທຸກຄົນເວົ້າເຖິງຄວາມປອດໄພ, ທຸກຄົນຮູ້ຈັກຮັບມືສະຖານະການສຸກເສີນ - ກວດກາ ແລະ ແກ້ໄຂຄວາມສ່ຽງແຝງ” ເປັນແນວທາງ, ພ້ອມທັງໄດ້ຈັດວາງ ແລະ ມອບໝາຍວຽກງານສຳຄັນດ້ານຄວາມປອດໄພໃນການຜະລິດຢ່າງຮອບດ້ານ ຊຶ່ງ​ພິ​ທີ​ດັ່ງ​ກ່າວຈັດ​ຂຶ້ນ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ຜ່ານ​ມາ ທີ່​ແຂວງຄຳ​ມ່ວນ ໂດຍ​ມີທ່ານ ຢູ ກົວເຫວິນ ຮອງຜູ້ຈັດການໃຫຍ່ ບໍລິສັດ ອາຊີໂປຕາສ ແລະ ຮອງຜູ້ຈັດການໃຫຍ່ປະຈຳ ບໍລິສັດອາ ຊີໂປຕາສ ສາຂາ ສປປ ລາວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ