ທ່ານຮອງນາຍົກລັດຖະມົນຕີສິງກະໂປກ່າວວ່າ: ລາຄາພະລັງງານທີ່ສູງຂຶ້ນອາດຈະເຮັດໃຫ້ຄ່າໃຊ້ຈ່າຍສໍາລັບທຸລະກິດ ແລະ ຜູ້ບໍລິໂພກເພີ່ມຂຶ້ນ ຊຶ່ງຈະສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະ ເສດຖະກິດສິງກະໂປ. ໂດຍຜົນກະທົບຈະຂຶ້ນກັບວ່າຂໍ້ຂັດແຍ່ງຈະແກ່ຍາວໄປດົນປານໃດ.
ທ່ານ ຫງັນ ກ່າວວ່າ: ພວກເຮົາກຳລັງຕິດຕາມສະຖານະການຢ່າງໃກ້ຊິດ ແລະ ຈະປະເມີນການຄາດຄະເນໂຕເລກ GDP ແລະ ອັດຕາເງິນເຟີ້ຂອງສິງກະໂປຄືນໃໝ່ ຖ້າຫາກຈຳເປັນ.
ຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມທະວີຄວາມຮຸ່ນແຮງຂຶ້ນ ຫຼັງຈາກ ສະຫະລັດ ອາເມຣິກາ ແລະ ອິສຣາແອນ ໄດ້ຮ່ວມກັນໂຈມຕີອີຣ່ານ ໃນວັນທີ 28 ກຸມພາ ຜ່ານມາ, ພາຍໃຕ້ການປະຕິບັດງານ “Operation Epic Fury” ຊຶ່ງເຮັດໃຫ້ຜູ້ນຳສູງສຸດຂອງອີຣ່ານເສຍຊີວິດ.
ຄວາມກັງວົນກ່ຽວກັບສະຖານະການທີ່ເຄັ່ງຕຶງໄດ້ສົ່ງຜົນໃຫ້ລາຄານ້ຳມັນເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 4 ປີ, ໃນຂະນະທີ່ Trader ກໍາລັງປະເມີນຜົນກະທົບຂອງການປິດຊ່ອງແຄບ Hormuz ຊຶ່ງເປັນເສັ້ນທາງຂົນສົ່ງນໍ້າມັນທົ່ວໂລກທີ່ສຳຄັນ.
ທັງນີ້, ສິງກະໂປ ຊຶ່ງເປັນສູນກາງການເງິນຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ຕ້ອງນຳເຂົ້າພະລັງງານເກືອບທັງໝົດທີ່ຈຳເປັນຕ້ອງໃຊ້, ມີຄວາມສ່ຽງຕໍ່ຄວາມຜັນຜວນຂອງລາຄານ້ຳມັນ ແລະ ອາຍແກ໊ສທົ່ວໂລກ. ໂດຍກ່ອນໜ້ານີ້ສິງກະໂປໄດ້ເຕືອນວ່າຄວາມເຄັ່ງຕຶງທາງພູມິສາດການເມືອງ ແລະ ການຢຸດສະງັກຂອງການສະໜອງອາດຈະກະຕຸ້ນໃຫ້ເກີດຄວາມກົດດັນດ້ານເງິນເຟີ້ ແລະ ຂັດຂວາງການເຕີບໂຕທາງເສດຖະກິດ.
ຄໍາເຫັນ