![]() |
ທີ່ໂຮງຮຽນປະຖົມສົມບູນພູຫົວຊ້າງ ຕາງໜ້າມອບໂດຍທ່ານ ບັນດິດ ປານທອງຈັນ ຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມສູນກາງຊາວໜູ່ມປະຊາຊົນປະຕິວັດລາວ ແລະ ກ່າວຮັບໂດຍທ່ານ ລໍ່ເຢັ້ງ ເບຼ່ຍຢ້າວ ຜູ້ອຳນວຍການໂຮງຮຽນປະຖົມສົມບູນພູຫົວຊ້າງ ມີທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ທ່ານ ຄົວຈັງ ບຣັ່າເຊັງ ຮອງປະທານສະພາປະຊາຊົນແຂວງໄຊສົມບູນ ທ່ານ ນາງ ສາ ຄອນ ຮຸ່ງບຸນຍວງ ພັນລະຍາເລາຂາພັກແຂວງໄຊສົມບູນ ທ່ານ ນາງ ສຸວາລີ ຄຳຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມລາວ ທ່ານ ນາງ ອາລິສາ ໄຊຍະກຸມມານ ຄະນະບໍລິຫານງານສະມາຄົມນັກ ທຸລະກິດໜຸ່ມລາວ ປະທານມູນນິທິພັດທະນາແຂວງໄຊສົມບູນ 3 ອົງການຈັດຕັ້ງມະຫາຊົນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ບັນດານັກທຸລະກິດໜຸ່ມ ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
![]() |
ສຳລັບເຄື່ອງທີ່ມາມອບໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງຄັ້ງນີ້ ປະກອບມີເຄື່ອງຜະລິດນໍ້າດື່ມສະອາດ 1 ເຄື່ອງ ອຸປະກອນການຮຽນ ຖົງເປ່ ປື້ມຂຽນ ບິກຂຽນ ສໍດຳ ສໍສີ ໄມ້ບັນທັດ ອຸປະກອນເຄື່ອງກິລາບານເຕະ ບານຕີ ກະຕໍໍ້ ພີເລ ເສື້ອກັນໜາວ ໝີ່ ນໍ້າດື່ມ ໝໍ້ກະທະ ເຂົ້າຈີ່ ເຂົ້າໜົມ ແລະ ອື່ນໆ ລວມມູນຄ່າທັງໝົດ 321,200,000 ກີບ ເຊິ່ງເຄື່ອງຈຳນວນນີ້ໄດ້ມາຈາກການອຸປະຖໍາຫຼັກບໍລິສັດ ອາລິສາມະຫາຊັບສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຈຳກັດ ມູນນິທິພັດທະນາແຂວງໄຊສົມບູນ ສະມາຄົມນັກທຸລະກິດໜຸ່ມລາວ ແລະ ບັນດາຫົວທຸລະກິດຕ່າງໆ. ຂ່າວ:ສົມສະຫວັນ


ຄໍາເຫັນ