![]() |
ໃນວັນ ທີ19 ພະຈິກນີ້, ທີ່ສະໂມສອນເດິຄິງສະນຸກເກີຄັຣບໜອງໄຮ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ,ໄດ້ມີການແຂ່ງຂັນສະນຸກເກີປະເພດທິມ15ແດງ(ທິມຊາຍ)ຮອບກ່ອນຮອງຊະນະເລີດ ,6 ແດງ(ດ່ຽວຊາຍ) ຮອບຮອງຊະນະເລີດ ແລະ 6 ແດງ(ດ່ຽວຊາຍ) ຮອບຊິງຊະນະເລີດ,ໃນງານມະຫະກຳ ກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງຈັນກຽມ ປີ 2025.
![]() |
ຜ່ານການແຂ່ງຂັນ ສະນຸກເກີີ ປະເພດ ທິມ 15ແດງ (ທິມຊາຍ),ແຂວງຄຳມ່ວນ ຊະນະ ແຂວງວຽງຈັນ 3 ຕໍ່ 1 ເຟຣມ, ແຂວງຈຳປາສັກ ຊະນະ ແຂວງ ອຸດົມໄຊ 3 ຕໍ່ 1 ເຟຣມ ,ນະຄອນຫຼວງວຽງຈັນ ຊະນະ ກະຊວງ ປ້ອງກັນປະເທດ 3 ຕໍ່ 1 ເຟຣມ, ໃນນັ້ນ, ປະເພດ 6 ແດງ(ດ່ຽວຊາຍ),ທ້າວ ສິດທິເດດ ສັກບ່ຽງ ຈາກແຂວງສະຫວັນນະເຂດຄວ້າຫຼຽນຄຳ ໃນການຊິງຊະນະເລີດ ກັບ ທ້າວ ພະອາທິດ ກໍສະພານຄຳ ກະຊວງປ້ອງກັນປະເທດ(ຫຼຽນເງິນ),ດ້ວຍຄະແນນ 5ຕໍ່2ເຟຣມ,ສ່ວນ ໄດ້ຮັບຫຼຽນທອງຮ່ວມ ໄດ້ແກ່ ທ້າວ ພອນສະຫວັນ ຊາພັກດີ ນະຄອນຫຼວງວຽງຈັນ ແລະ ທ້າວ ດາວພະຈັນ ພຸດທະບັນດິດ ແຂວງ ຄຳມ່ວນ,
![]() |
ສຳລັບ,ຜົນການແຂ່ງຂັນຜ່ານມາ ,ປະເພດ6ແດງ(ຄຸ່ຊາຍ) ,ກະຊງປ້ອງກັນ ປະເທດໄດ້ຫຼຽນ ຄຳ,ນະຄອນຫຼວງວຽງຈັນໄດ້ຫຼຽນເງິນ ແລະ ຫຼຽນທອງຮ່ວມໄດ້ແກ່ແຂວງສະຫວັນນະເຂດ ແລະ ແຂວງ ຈຳປາສັກ,ຊຶ່ງປະເພດ6ແດງ(ຄູ່ຊາຍ) ໄດ້ແຂ່ງຂັນກັນໃນວັນທີ17 ພະຈິກຜ່ານມາ, ກິລາສະນຸກເກີ ໃນງານມະຫະກຳ ກິລາ ແຫ່ຊາດ ຄັ້ງທີ XII ,ມີ 5ແຂວງ,1ນະຄອນຫຼວງວຽງຈັນ ແລະ 1 ກະຊວງ ເຂົ້າຮ່ວມແຂ່ງຂັນ ,ປະກອບມີ ແຂວງ ຈຳປາສັກ, ສະຫວັນນະເຂດ, ອຸດົມໄຊ, ຄຳມ່ວນ ແລະ ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນປະເທດ,ມີນັກກິລາເຂົ້າຮ່ວມ ທັງ ໝົດ 33 ຄົນ, ການແຂ່ງຂັນມີ: 5 ປະເພດຄື: ປະເພດ 6 ແດງ(ດ່ຽວຊາຍ),6ແດງ(ຄູ່ຊາຍ), 15ແດງ(ດ່ຽວຊາຍ), 15 ແດງ(ທິມ) ແລະ 15 ແດງ(ຊາຍຄູ່) (ຂ່າວ-ພາບ:ສຳນານ)



ຄໍາເຫັນ