ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ
ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 9 ຕຸລາຜ່ານມາ ທີ່ ສຂຈ ວ່າ: ສຂຈ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2010 ໂດຍການຮ່ວມມືຂອງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເປັນສະຖາບັນແຫ່ງໜຶ່ງທີ່ມີສະຖານະພາບທຽບເທົ່າກັບຄະນະວິຊາໜຶ່ງໃນກົງຈັກການຈັດຕັ້ງ ແລະ ຢູ່ພາຍໃຕ້ການຊີ້ນໍາດ້ານມະຫາພາກຂອງ ມຊ ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນ ສາມາດສ້າງຊັບພະຍາກອນມະນຸດໄດ້ຫຼາຍກວ່າ 90 ພັນຄົນ ແລະ ໄດ້ຂະຫຍາຍຫ້ອງຮຽນ 5 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.

 

ສຂຈ ສາງຊບພະຍາກອນອອກຮບໃຊສງຄມໄດຫາຍກວາ 90 ພນຄນ - image 1
 

 

 

ປັດຈຸບັນ ສຂຈ ມີພະນັກງານຝ່າຍລາວທັງໝົດ 14 ຄົນ ຍິງ 10 ຄົນ ພະນັກງານຕາມສັນຍາ 6 ຄົນ ຍິງ 2 ຄົນ; ຝ່າຍຈີນມີພະນັກງານຄູອາຈານ-ອາສາສະໝັກຈີນທັງໝົດ 42 ຄົນ ຍິງ 38 ຄົນ ແລະ ມີຫ້ອງຮຽນຂົງຈືທີ່ຂຶ້ນກັບ 5 ແຫ່ງຄື: ຫ້ອງຮຽນຂົງຈື ມ.ສ ສາທິດ, ມ.ສ ວຽງຈັນ, ໂຮງຮຽນຊົນເຜົ່າກິນນອນແຂວງວຽງຈັນ, ສະຖາບັນການເມືອງການປົກຄອງແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ຊຶ່ງມີພາລະບົດບາດສົ່ງເສີມການຮ່ວມມື ແລະ ການແລກປ່ຽນທາງດ້ານວັດທະນະທໍາ, ການສຶກສາການສ້າງຫຼັກສູດ, ການຝຶກອົບຮົມ ແລະ ວິທະຍາສາດລະຫວ່າງ ສປປ ລາວ ກັບ ສປ ຈີນ ເພື່ອພັດທະນາຊັບພະຍາກອນມະນຸດຢູ່ພາຍໃນ ແລະ ພາຍນອກມະຫາວິທະຍາໄລແຫ່ງຊາດ ດ້ວຍການຈັດຕັ້ງການຮຽນ-ການສອນເພື່ອກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມໃນສາຂາພາສາຈີນ ແລະ ອື່ນໆ.

ສຂຈ ສາງຊບພະຍາກອນອອກຮບໃຊສງຄມໄດຫາຍກວາ 90 ພນຄນ - image 2
 

ທ່ານ ຄໍາຮຸ່ງ ຈັນທະວົງ ໃຫ້ຮູ້ຕື່ມອີກວ່າ: ສຂຈ ມີລະບົບການຮຽນ-ການສອນ 2 ລະບົບຄື: ພາກບໍາລຸງ ຊຶ່ງປັດຈຸບັນໄດ້ເປີດເປັນຊຸດທີ 31 ມີນັກສຶກສາ 2,571 ຄົນ ຍິງ 1,506 ຄົນ, ພະສົງ 147 ອົງ ແລະ ຫຼັກສູດສາຂາຄູພາສາຈີນ ຊຶ່ງເປັນສະຖາບັນແຫ່ງທໍາອິດຂອງໂລກທີ່ເປີດການຮຽນ-ການສອນໃນລະດັບ ປ.ຕີ. ໂດຍຫຼັກສູດນີ້ໄດ້ມີການຮຽນ-ການສອນຄືກັບຫຼັກສູດຂອງ ສປ ຈີນ ແລະ ເປັນຫຼັກສູດ 2+2 ຊຶ່ງຈະຮຽນຢູ່ ສຂຈ ໃນສອງປີທໍາອິດ ແລະ ຜູ້ຜ່ານເງື່ອນໄຂຈະໄດ້ຮຽນປີ 3-4 ຢູ່ມະ ຫາວິທະຍາໄລຊົນເຜົ່າກວາງຊີພາຍໃຕ້ທຶນ 100% ເມື່ອຈົບມານັກສຶກສາຈະໄດ້ໃບປະກາດ 2 ໃບຈາກສອງມະຫາວິທະຍາໄລ, ຫຼັກສູດສາຂາຄູພາສາຈີນໄດ້ຮັບອະນຸມັດໃນປີ 2021 ແລະ ປີນີ້ເປັນຊຸດ ທໍາອິດທີ່ນັກສຶກສາຈົບຈໍານວນ 74 ຄົນ ຍິງ 42 ຄົນ. ສຂຈ ມີແຜນຈະເປີດການຮຽນ-ການສອນໃນລະດັບປະລິນຍາໂທໃນຕໍ່ໜ້າ, ສຳລັບສົກຮຽນ 2025-2026 ມີນັກສຶກສາທັງໝົດ 354 ຄົນ ຍິງ 200 ຄົນ; ມີນັກສຶກສາທີ່ກໍາລັງຮຽນປີ 3, ປີ 4 ທີ່ມະຫາວິທະຍາ ໄລຊົນເຜົ່າກວາງຊີຈໍານວນ 104 ຄົນ ຍິງ 57 ຄົນ. ເພື່ອຮັບປະກັນດ້ານຄຸນນະພາບ ສຂຈ ໄດ້ຈັດການສອບເສັງຄັດເລືອກເຂົ້າສາ ຂາຄູພາສາຈີນໂດຍໃຊ້ພາ ສາລາວ, ຈີນ ແລະ ອັງກິດ ພ້ອມດຽວກັນ ນອກຈາກການຈັດຕັ້ງການຮຽນ-ການສອນແລ້ວ ທາງສະຖາບັນຍັງໄດ້ມີຫຼາຍກິດຈະກຳທີ່ຕິດພັນກັບການໃຊ້ພາສາຈີນ ເພື່ອສ້າງໂອກາດໃຫ້ນັກສຶກສາມີຄວາມກ້າ ຫານກ້າສະແດງອອກເທິງເວທີ, ສ້າງທັກສະພາສາຈີນ, ມີຄວາມຊໍານິຊໍານານ ເຮັດໃຫ້ນັກສຶກສາມີຄວາມໝັ້ນໃຈຂຶ້ນຕື່ມ.

ສຂຈ ສາງຊບພະຍາກອນອອກຮບໃຊສງຄມໄດຫາຍກວາ 90 ພນຄນ - image 3
 

ຄໍາເຫັນ

ຂ່າວສືກສາ-ກິລາ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ໃນວັນທີ 22 ພະຈິກຜ່ານມານີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນລາດບວກ ເມືອງແປກ ແຂວງຊຽງຂວາງ ໄດ້ມີພິທີມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກ, ອາຄານຮຽນອະນຸບານບ້ານດອນຄຳ ໂດຍການໃຫ້ທຶນກໍ່ສ້າງຈາກ ປ້າ ບົວໄຫຼ ຈິດມະນີ ພັນລະຍາ ຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ບັນດາຄອບຄົວການນຳ, ຄອບຄົວນັກທຸລະກິດ ແລະ ຍາດມິດ ໃຫ້ທຶນກໍ່ສ້າງອາຄານຮຽນ
ເພີ່ມເຕີມ