![]() |
ກອງປະຊຸມຝຶກອົບຮົມຄັ້ງນີ້, ຈະດໍາເນີນໄປເປັນເວລາ 11 ວັນ ເລີ່ມແຕ່ວັນທີ 20 ກໍລະກົດ ຫາ ວັນທີ 30 ກໍລະກົດ 2026, ມີສໍາມະນາກອນເຂົ້າຮ່ວມທັງໝົດ 164 ທ່ານ ມາຈາກຫ້ອງການສຶກສາເມືອງ 7 ຕົວເມືອງ.
ຊຶ່ງສໍາມະນາກອນຈະໄດ້ທວນຄືນຄໍາສັບ ແລະ ໂຄງສ້າງປະໂຫຍກຄໍາສັບໃໝ່, ປະໂຫຍກພື້ນຖານ Base sentence ການໃຊ້ປະໂຫຍກພື້ນຖານໃນກິດຈະກໍາຕ່າງໆ Base sentence Activity, ການເຮັດບົດຝຶກຫັດຕ່າງໆ ຈາກປຶ້ມແບບຮຽນ, ສໍາມະນາກອນສາມາດນໍາໃຊ້ໂຄງການສອນນີ້ ເມື່ອເລີ່ມຕົ້ນການສ້າງແຜນການຮຽນ-ການສອນຂອງຕົນ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້, ສ້າງພື້ນຖານທີ່ເຂັ້ມແຂງໃຫ້ນັກຮຽນ ໃນການນໍາໃຊ້ພາສາຮຽນໃນຕໍ່ໜ້າ.
![]() |
ຕອນທ້າຍພິທີ, ທ່ານ ດາວເຮືອງ ກອງສົມບັດ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນຂອງກອງປະຊຸມຄັ້ງນີ້, ຊຶ່ງເປັນການຍົກສູງຄວາມຮູ້-ຄວາມສາມາດດ້ານການຮຽນ-ການສອນພາສາອັງກິດ ຊັ້ນມັດທະຍົມສຶກສາໃນຍຸກປັດຈຸບັນ, ພ້ອມທັງເນັ້ນໜັກໃຫ້ສໍາມະນາກອນແຕ່ລະທ່ານເອົາໃຈໃສ່ສຶກສາຄົ້ນຄວ້າ ຖອດຖອນບົດຮຽນອັນ ໃໝ່ໆ ນໍາຄູຝຶກ ແລະ ສໍາມະນາກອນດ້ວຍກັນ ເພື່ອຍົກສູງລະດັບຄຸນນະພາບການຮຽນ-ການສອນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ. ຂ່າວ: ບໍລິຄຳໄຊ


ຄໍາເຫັນ