![]() |
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງມູນເຊື້ອອັນພິລະອາດຫານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການ ຈັດຕັ້ງສະຫະພັນແມ່ຍິງລາວໃນແຕ່ລະຍຸກສະໄໝ ທີ່ມີຕໍ່ພາລະກິດປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມທັງເນັ້ນໜັກເຖິງບົດບາດຄວາມສໍາຄັນຂອງແມ່ຍິງໃນຂົງເຂດສຶກສາທິການ ແລະ ກິລາ ທີ່ໄດ້ສຸມທຸກສະຕິປັນຍາເຫື່ອແຮງ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ການປະຕິບັດຄໍາຂວັນພັດທະນາສິດສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືການພັດທະນາປະເທດຊາດ. ຍົກໃຫ້ເຫັນປະຫວັດຄວາມເປັນມາ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງແຂວງຄໍາມ່ວນ.
![]() |
ການຫວນຄືນມູນເຊື້ອໃນຄັ້ງນີ້, ເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງໄດ້ຮັບຮູ້-ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ແນໃສ່ເສີມຂະຫຍາຍມູນເຊື້ອຜົນງານ ແລະ ຄຸນງາມຄວາມດີຂອງສະຫະພັນແມ່ຍິງລາວ ໂດຍສະເພາະແມ່ນການສືບຕໍ່ປະຕິບັດເນື້ອໃນ 3 ດີຂອງສະຫະພັນແມ່ຍິງລາວ ແລະ ການເສີມຂະຫຍາຍບົດບາດຂອງແມ່ຍິງໃນການນໍາພາ-ຄຸ້ມຄອງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວຽກງານ ສກຂ ຄໍາມ່ວນໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ. ຂ່າວ-ພາບ: ແດງສະຫວັດ ແສນພານິດ


ຄໍາເຫັນ