ສກຂ ແຂວງເຊກອງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ສກຂ ແຂວງເຊກອງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ສກຂ ແຂວງເຊກອງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ
ພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2024) ໃນວັນທີ 6 ຕຸລານີ້, ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ບຸນຫຼາຍ ບຸດທິ ເຈົ້າແຂວງເຊກອງ, ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກ ສກຂ, ພະນັກງານຄູ-ອາຈານ, ຂະແໜງການກ່ຽວຂ້ອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ສກຂ ແຂວງເຊກອງ ສະຫອງວນຄແຫງຊາດ ຄບຮອບ 31 ປ - image 1
 

ທ່ານ ຄໍາໄພ ສິມມາວັດ ກ່າວວ່າ: ການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດໃນມື້ນີ້, ກໍເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູ ຜູ້ທີ່ເສຍສະຫຼະ ແລະ ປະຕິບັດໜ້າທີ່ອັນມີກຽດໃຫ້ຄວາມຮູ້ ແລະ ໃຫ້ແສງສະຫວ່າງແກ່ລູກຫຼານຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະຜ່ານມາ. ພ້ອມນີ້, ຍັງເປັນການລະນຶກເຖິງຄຸນງາມຄວາມດີຂອງຜູ້ບໍລິຫານການສຶກສາ ແລະຄູສອນຂອງແຂວງເຊກອງ ແຕ່ອາດີດຈົນມາຮອດປັດຈຸບັນ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ສຸມສະຕິປັນຍາ-ເຫື່ອແຮງ ເຂົ້າໃນການສິດສອນສົ່ງຄວາມຮູ້ໃຫ້ນັກຮຽນ ແລະ ປະກອບສ່ວນພັດທະນາວຽກງານການສຶກສາ ແລະ ກິລາພາຍໃນແຂວງ ໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີປະສິດທິພາບ-ປະສິດທິຜົນສູງຂຶ້ນ. ໃນສົກຮຽນ 2024-2025 ທົ່ວແຂວງມີໂຮງຮຽນລ້ຽງເດັກ ອະນຸບານ ແລະ ສາມັນສຶກສາທັງໝົດ 303 ແຫ່ງ ທຽບໃສ່ສົກຮຽນ 2023 - 2024 (ເພີ່ມຂຶ້ນ 2 ແຫ່ງ). ໃນນັ້ນ, ໂຮງຮຽນລ້ຽງເດັກ - ອະນຸບານເພີ່ມຈາກ 34 ແຫ່ງ ມາເປັນ 35 ແຫ່ງ (ເອກະຊົນ 5 ແຫ່ງ); ໂຮງຮຽນປະຖົມ 219 ແຫ່ງ (ເອກະຊົນ 3 ແຫ່ງ), ໂຮງຮຽນມັດທະຍົມຕອນຕົ້ນ 30 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 19 ແຫ່ງ. ມີນັກຮຽນລ້ຽງເດັກ, ອະນຸບານ, ກຽມປະຖົມ, ກຸ່ມຮຽນຜ່ານການຫຼິ້ນ ແລະ ສາມັນສຶກສາ ທັງໝົດ 33,602 ຄົນຍິງ 16,690 ຄົນ. ໃນນັ້ນ, ເດັກກ່ອນໄວຮຽນ 5,248 ຄົນຍິງ 2,694; ນັກຮຽນປະຖົມ 18,212 ຄົນຍິງ 8,882 ຄົນ; ນັກຮຽນມັດທະຍົມຕອນຕົ້ນ 10,1 42 ຄົນຍິງ 5,114 ຄົນ. ມີຄູສອນປະຈໍາໃນແຕ່ລະຊັ້ນຮຽນລວມທັງໝົດ 1,742 ຄົນຍິງ 915 ຄົນ. ໃນນັ້ນ, ຄູສອນໃນຊັ້ນລ້ຽງເດັກ - ອະນຸບານ 149 ຄົນຍິງ 149 ຄົນ; ຄູສອນໃນຊັ້ນປະຖົມ 990 ຄົນຍິງ 452 ຄົນ; ຄູສອນໃນຊັ້ນມັດທະຍົມ 603 ຄົນຍິງ 314 ຄົນ.

ສກຂ ແຂວງເຊກອງ ສະຫອງວນຄແຫງຊາດ ຄບຮອບ 31 ປ - image 2
 

ວຽກງານການສຶກສາ ແລະ ກິລາທີ່ພົ້ນເດັ່ນ ໃນສົກຮຽນຜ່ານມາມີຄື: ຄູສອນ ໄດ້ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ ແລະມີຜົນສໍາເລັດຫຼາຍດ້ານ, ອັດຕາເຂົ້າຮຽນໃໝ່ສຸດທິ ປ1 ເພີ່ມຂຶ້ນຈາກ 97.5% ມາເປັນ 99.4%; ອັດຕາປະລະຂອງນັກຮຽນ ປ1 ຫຼຸດລົງຈາກ 5.8% ມາເປັນ 4.7%, ອັດຕາຄ້າງຫ້ອງຊັ້ນປະຖົມ ຫຼຸດລົງຈາກ 8.1% ມາເປັນ 6.8%; ອັດຕາເຂົ້າຮຽນຂອງເດັກກຸ່ມອາຍຸ 0-2 ປີ ເພີ່ມຂຶ້ນຈາກ 4.5% ມາເປັນ 4.59%; ອັດຕາລອດເຫຼືອຊັ້ນມັດທະຍົມຕອນຕົ້ນເພີ່ມຂຶ້ນຈາກ 46.7% ມາເປັນ 51.8%; ອັດຕາເລື່ອນຂັ້ນ - ຈົບຊັ້ນມັດທະຍົມຕອນຕົ້ນ ເພີ່ມຂຶ້ນຈາກ 80% ມາເປັນ 83.8%; ນັກຮຽນ ມ4 ແລະ ມ7 ທົ່ວແຂວງ ສາມາດສອບເສັງຈົບຊັ້ນ ໄດ້ 100%; ອັດຕາເຂົ້າຮຽນສຸດທິຊັ້ນມັດທະຍົມຕອນປາຍ ເພີ່ມຂຶ້ນຈາກ 22.7% ມາເປັນ 24.1%; ໄດ້ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ປະຕິບັດໄດ້ 1,190 ຄົນ ທຽບໃສ່ຄາດໝາຍທີ່ສະພາຮັບຮອງ ໄດ້ 90% (ຄາດໝາຍ 1,315 ຄົນ); ໄດ້ຈັດຕັ້ງການຮຽນ-ການສອນລົບລ້າງຄວາມບໍ່ຮູ້ໜັງສືລະດັບ I, II, III ປະຕິບັດໄດ້ 100%; ໄດ້ບຳລຸງຊັ້ນມັດທະຍົມຕອນປາຍ ໃຫ້ປະຊາກອນອາຍຸ 15-30 ປີ ທີ່ປະລະການຮຽນບໍ່ຈົບມັດທະຍົມຕອນປາຍສາຍສາມັນ (ມ.5 - ມ.7) ໄດ້ 289 ຄົນຍິງ 92 ຄົນ ເທົ່າກັບ 57.05% (ແຜນ 510 ຄົນ); ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ໄດ້ປັບປຸງຄຸນນະພາບດີຂຶ້ນເທື່ອລະກ້າວ ເພື່ອຈະກ້າວເປັນວິທະຍາໄລໃນອະນາຄົດ. ປັດຈຸບັນ ໄດ້ເປີດຮຽນ 9 ສາຂາ, ມີນັກຮຽນເຂົ້າຮຽນທັງໝົດ 319 ຄົນຍິງ 131 ຄົນ. ຈົບສາມັນວິຊາຊີບ ພັກສິ້ນປີຮຽນ ໃນສາຂາປູກຝັງ ແລະ ລ້ຽງສັດຈໍານວນ 50 ຄົນຍິງ 28 ຄົນ; ໄດ້ສົ່ງເສີມມວນຊົນທຸກເພດ-ທຸກໄວເຂົ້າຮ່ວມຫັດກາຍຍະບໍລິຫານ, ອອກກໍາລັງກາຍ, ຫຼິ້ນກິລາປະຕິບັດໄດ້ 50,24%; ຈັດຕັ້ງການຮຽນການສອນສຶກສາວິຊາພື້ນຖານປ້ອງກັນຕົວ ໃນຊັ້ນມັດທະຍົມສຶກສາຕອນປາຍ ໄດ້ 16 ແຫ່ງ ເທົ່າ 84,21%; ຮ່ວມງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດ ມີຜູ້ເຂົ້າຮ່ວມ 141 ທ່ານ, ສາມາດຍາດໄດ້ຫຼຽນທັງໝົດ 8 ຫຼຽນຄື: 1 ຫຼຽນຄໍາ, 6 ຫຼຽນເງິນ, 1 ຫຼຽນທອງ ຈັດຢູ່ໃນອັນດັບທີ 16 ຂອງຕາຕະລາງຫຼຽນ; ໄດ້ປະຕິບັດຍ້ອງຍໍນັກຮຽນເສັງຈົບຊັ້ນ ມ7 ໄດ້ຄະແນນ 7 ຂຶ້ນໄປ ມີທັງໝົດ: 462 ຄົນຍິງ 267 ຄົນ; ຄູສອນ ໄດ້ຮັບການຝຶກອົບຮົມຄວາມເຂັ້ມດ້ານທັກສະຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ມີທັງໝົດ: 1,227 ທ່ານຍິງ 476 ທ່ານ ກວມເອົາ 66.54% ຂອງຄູສອນທົ່ວແຂວງ; ໄດ້ເລື່ອນຊັ້ນເລື່ອນຂັ້ນໃຫ້ລັດຖະກອນທັງໝົດ 1,619 ຄົນຍິງ 784 ຄົນ; ຄູສອນໄດ້ຮັບຕໍາແໜ່ງຄູ ທັງໝົດ 7 ທ່ານ ຍິງ 6 ທ່ານ, ກໍາລັງສະເໜີໃໝ່ ຂໍຕໍາແໜ່ງວິຊາການ ຈໍານວນ 7 ທ່ານ; ມີຄູດີເດັ່ນລະດັບຊາດໄດ້ຮັບລາງວັນຈາກເຈົ້າຟ້າມະຫາຈັກກຣີ ປະເທດໄທ ຄົນທີ 5 ໃນລະດັບອາຊຽນ ມີ 1 ທ່ານ; ຄູສອນດີເດັ່ນປະເພດ 1 ຈໍານວນ 465 ທ່ານ, ຮັບໃບຍ້ອງຍໍຈາກທ່ານ ເຈົ້າແຂວງມີ 690 ທ່ານ; ຮັບຮອງໂຮງຮຽນຕົວແບບຮອບດ້ານ ປະເພດ 1 ມີ 14 ແຫ່ງ; ປະກາດພະແນກສຶກສາທິການ ແລະ ກິລາ, ສູນ ແລະ ໂຮງຮຽນປອດຢາເສບຕິດ ໃນທົ່ວແຂວງ ໄດ້ທັງໝົດ 248 ແຫ່ງ ເທົ່າກັບ 92.88%ຂອງສະຖານການສຶກສາທັງໝົດ.

ສກຂ ແຂວງເຊກອງ ສະຫອງວນຄແຫງຊາດ ຄບຮອບ 31 ປ - image 3
 

(ຂ່າວ-ພາບ: ພຸດທະສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ເພີ່ມເຕີມ