ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ
ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນພ້ອມກັນ ໃນວັນທີ 18 ມິຖຸນາ ນີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ,ຄະນະຜູ້ບໍລິຫານການສຶກສາ, ຫ້ອງການສຶກສາທິການ-ກິລາເມືອງ, ອຳນວຍການໂຮງຮຽນ, ກຳມະການຍາມຫ້ອງສອບເສັງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສກຮຽນ 2024-2025 ນວ ມນກຮຽນສອບເສງຈບຊນ ມ7 ຈຳນວນ 9,000 ກວາຄນ - image 1
 

 

ສົກຮຽນ 2024-2025 ໂຮງຮຽນມັດທະຍົມສຶກສາທົ່ວ ນວ ມີທັງໝົດ 205 ແຫ່ງ ໃນນັ້ນມີໂຮງຮຽນເອກະຊົນ 98 ແຫ່ງ, ໂຮງຮຽນລັດ 107 ແຫ່ງ, ໂຮງຮຽນທີ່ມີຊັ້ນ ມ4 ຈຳນວນ 179 ແຫ່ງ ຈໍານວນນັກຮຽນ 11,391 ຄົນ ຍິງ 5,988 ຄົນ ແລະ ໂຮງຮຽນທີ່ຊັ້ນ ມ7 ມີ 118 ແຫ່ງ ຈຳນວນນັກຮຽນ 9,164 ຄົນ ຍິງ 4,755 ຄົນ ສ່ວນການສອບເສັງຈົບຊັ້ນ ມ4 ໄດ້ສຳເລັດໄປແລ້ວລະຫວ່າງໃນວັນທີ 11-13 ມິຖຸນາ 2025 ຜ່ານມາ.

ສ່ວນການສອບເສັງຈົບຊັ້ນ ມ7 ໃນວັນທີ 18-20 ມິຖຸນາ ນີ້ ຈັດເປັນ 22 ສູນສອບເສັງ ຈໍານວນນັກສອບເສັງທັງໝົດ 9,164 ຄົນ ຍິງ 4,755 ຄົນ ຫ້ອງສອບເສັງ 446 ຫ້ອງ ສະເລ່ຍຫ້ອງລະ 21-25 ຄົນ ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ ຈໍານວນກໍາມະການຍາມຫ້ອງທັງໝົດ 1,231 ຄົນ ຊຶ່ງໄດ້ຈັດຢູ່ແຕ່ລະເມືອງ ສະເພາະເມືອງຈັນທະບຸລີ ຈັດເປັນ 2 ສູນສອບເສັງ: (1) ມ.ສ ວຽງຈັນ ແລະ (2) ມ.ປາຍ ຈັນທະບູລີ, ສູນສອບເສັງ ມສ ວຽງຈັນ ມີນັກສອບເສັງມາຈາກ 20 ໂຮງຮຽນ ພາຍໃນເມືອງ ຈັດເປັນຫ້ອງສອບເສັງ 65 ຫ້ອງ ມີນັກຮຽນສອບເສັງທັງໝົດ 1,302 ຄົນ ຍິງ 732 ຄົນ ນັກສອບເສັງພາຍໃນມີ 585 ຄົນ ຍິງ 352 ຄົນ ມີກຳມະການຍາມຫ້ອງສອບເສັງ 138 ຄົນ ຍິງ 87 ຄົນ.

ສກຮຽນ 2024-2025 ນວ ມນກຮຽນສອບເສງຈບຊນ ມ7 ຈຳນວນ 9,000 ກວາຄນ - image 2
 

ໂອກາດນີ້ດຽວກັນ ທ່ານເຈົ້າເມືອງຈັນທະບູລີ ແລະ ຄະນະຮັບຜິດຊອບສູນສອບເສັງ ກໍໄດ້ພາກັນຕິດຕາມເບິ່ງຄວາມເປັນລະບຽບຮຽບຮ້ອຍພາຍໃນສູນຕື່ມອີກ.

(ຂ່າວ-ພາບ: ບຸນມີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ວິທະຍາໄລຄູສາລະວັນ ຍົກລະດັບຄວາມຮູ້ພື້ນຖານການສຶກສາພົນລະເມືອງໂລກ ໃຫ້ນັກສຶກສາ

ວິທະຍາໄລຄູສາລະວັນ ຍົກລະດັບຄວາມຮູ້ພື້ນຖານການສຶກສາພົນລະເມືອງໂລກ ໃຫ້ນັກສຶກສາ

ຊຸດຝຶກອົບຮົມສ້າງຄວາມເຂ້ັມແຂງດ້ານການສຶກສາພົນລະເມືອງໂລກ ໃຫ້ຄູຝຶກຢູ່ວິທະຍາໄລຄູສາລະວັນ, ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026, ຢູ່ທີ່ສະໂມສອນຂອງວິທະຍາໄລຄູສາລະວັນ, ໂດຍການປະທານຮ່ວມຂອງ ທ່ານ ນາງ ສົມປອງ ແສນທະວີສຸກ ຮອງຜູ້ອໍານວຍການວິທະຍາໄລຄູສາລະວັນ, ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນປະສານງານການສຶກສາພົນລະເມືອງໂລກ ປະຈຳ ສປປ ລາວ, ມີວິທະຍາກອນຈາກສູນກາງ ແລະ ພາຍໃນວິທະຍາຄູສາລະວັນ, ພ້ອມດ້ວຍສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ

ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ

ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 - 13 ກໍລະກົດ 2026) ຂຶ້ນຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ມີ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ປອ ບົວຄ່ອງ ແກ້ວອາສາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍບັນດາທ່ານການນໍາຂັ້ນແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ວັນທີ 13 ກໍລະກົດນີ້, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງ ໄດ້ລົງເຄື່ອນໄຫວຢູ່ເມືອງໜອງບົກ ເພື່ອມອບໂຕະ-ຕັ່ງ ຈຳນວນ 100 ຊຸດ ມູນຄ່າ 115 ລ້ານກີບ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນໜອງບົກ ໂດຍມີ ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງໜອງບົກ ເປັນຜູ້ຕາງໜ້າຮັບ.
ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມ ສົມບູນ ສະຖາພອນ ໄດ້ຈັດພິທີສະຫຼຸບຜົນການຮຽນ-ການສອນ ແລະ ການເຄື່ອນໄຫວຕ່າງໆ ປະຈຳສົກຮຽນ 2025-2026 ທີ່ໂຮງຮຽນດັ່ງກ່າວ ໃນວັນທີ 11 ກໍລະກົດ 2026 ໂດຍມີ ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນ ສະຖາພອນ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ, ພ້ອມດ້ວຍຕາງໜ້າສະມາຄົມຜູ້ປົກຄອງ ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ທີມເຕະບານ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊັມ ເຕະບານເຍົາວະຊົນຊີງແຊັມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂຶ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊັມສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບການຕ້ອນຈາກການນຳ ນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າ ຢ່າງສົມກຽດ.
ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ), ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ XV ໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງ ນວ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ພູທອນ ແກ້ວດວງມະນີ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ, ສະຫາຍ ວຽງຄໍາ ສີຫາໂຄດ ກຳມະການພັກ ນວ ເລຂາຄະນະບໍລິຫານງານພັກເມືອງໄຊທານີ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ - ພະນັກງານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ, ຄະນະຮັບຜິດຊອບຊຸດຮຽນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະທານສະຫະພັນຊາວໜຸ່ມລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກກົມອົບຮົມສູນກາງຊາວໜຸ່ມ, ຄະນະຮັບຜິດຊອບໂຄງການ ຕະ ຫຼອດຮອດຖັນແຖວອາສາສະໝັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ເດີນທາງຈາກແຂວງຊຽງໃໝ່ ປະເທດໄທ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສ້າງຜົນງານຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່ ກາານເເຂ່ງຂັນເຕະບານເຍົາວະຊົນນາໆຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸເກີນ 10 ປີ ຫຼື U10 ພ້ອມໄດ້ໂຄຕ້າໄປຮ່ວມເເຂ່ງຂັນທີ່ປະເທດສິງກະໂປ ນຳພາທີມເດີນທາງກັບໂດຍ ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສະໂມສອນ ເບ ສະຫວັນ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະບໍລິຫານງານສະໂມສອນ ແລະ ຜູ້ປົກຄອງນັກກິລາ.
ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ.7 ) ບໍາລຸງເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025 – 2026 ສະເພາະແຂວງຄໍາມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ສູນການສຶກສານອກໂຮງຮຽນຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນເພັງ ປະທໍາມະວົງ ຮອງຫົວໜ້າພະແນກຕໍ່ເນື່ອງ ກົມການສຶກສານອກໂຮງຮຽນ, ທ່ານ ນາງ ບັງອອນ ສຸກສາບັນ ຜູ້ອໍານວຍການສູນການສຶກສານອກໂຮງຮຽນແຂວງ , ມີບັນດາທ່ານໃນຄະນະຊີ້ນໍາສູນ, ພະນັກງານຄູ-ອາຈານ ແລະ ນັກສອບເສັງຈໍານວນ 77 ຄົນ, ຍິງ 39 ຄົນເຂົ້າຮ່ວມ .
ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປັບປຸງຂັ້ນຕອນການສະໝັກໃຫ້ງ່າຍຂຶ້ນ ແລະ ທັນສະໄໝຂຶ້ນໂດຍປະ ກອບມີ 2 ຂັ້ນຕອນຄື: 1. ສະໝັກລົງ ທະບຽນຜ່ານລະບົບອອນລາຍ (Online): ນ້ອງໆນັກຮຽນສາມາດ ສະໝັກໄດ້ດ້ວຍຕົນເອງຜ່ານທາງເວັບໄຊຂອງມະຫາວິທະຍາໄລ ຫຼື ລະບົບ ທີ່ກຳນົດໄວ້ ໂດຍບໍ່ຈຳເປັນຕ້ອງມາ ລຽນແຖວຍາວໆ ຢູ່ມະຫາວິທະຍາໄລ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ ຈ່າຍ, 2. ນຳເອກະສານ, ຊຳລະຄ່າທຳ ນຽມ ແລະ ຮັບບັດເຂົ້າຫ້ອງສອບເສັງ: ຫຼັງຈາກສະໝັກອອນລາຍແລ້ວ, ຈະຕ້ອງນຳເອກະສານປະກອບການ ສະໝັກມາຢັ້ງຢືນ ແລະ ຊຳລະຄ່າທຳນຽມ ພ້ອມທັງຮັບບັດເຂົ້າຫ້ອງສອບເສັງ ທີ່ສະໂມສອນໃຫຍ່ ມຊ ຕາມ ກຳນົດການ.
ເພີ່ມເຕີມ