ສົກຮຽນ 2025-2026 ເມືອງຫາດຊາຍຟອງ ມີນັກຮຽນທີ່ສອບເສັງໄດ້ໃປະກາດສະນີຍະບັດແດງ 22 ຄົນ

ສົກຮຽນ 2025-2026 ເມືອງຫາດຊາຍຟອງ ມີນັກຮຽນທີ່ສອບເສັງໄດ້ໃປະກາດສະນີຍະບັດແດງ 22 ຄົນ

ສົກຮຽນ 2025-2026 ເມືອງຫາດຊາຍຟອງ ມີນັກຮຽນທີ່ສອບເສັງໄດ້ໃປະກາດສະນີຍະບັດແດງ 22 ຄົນ
ຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດພິທີສະຫຼຸບຜົນການສອບເສັງຈົບຂັ້ນຮຽນປະຖົມສຶກສາ ຊັ້ນ(ປ5) ມັດທະຍົມສຶກສາຕອນຕົ້ນ ຊັ້ນ(ມ4) ທັງພາກລັດ-ເອກະຊົນ ທົ່ວເມືອງ ປະຈໍາສົກຮຽນ 2025-2026 ໃນວັນທີ 17 ກໍລະກົດ 2026 ທີ່ສູນການຄ້າ ລາວ-ໄອເຕັກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແກ້ວ ມະຫາໄຊ ຮອງປະທານຄະນະກໍາມະການປົກຄອງ ເມືອງຫາດຊາຍຟອງ ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດ ຊາຍຟອງ ມີຕາງໜ້າຈາກພະແນກສຶກສາທິການ-ກິລາ ນະຄອນ ຫຼວງວຽງຈັນ ບັນດາຄູອາຈານ ຜູ້ປົກຄອງ ນັກຮຽນເຂົ້າຮ່ວມ
ສກຮຽນ 2025-2026 ເມອງຫາດຊາຍຟອງ ມນກຮຽນທສອບເສງໄດໃປະກາດສະນຍະບດແດງ 22 ຄນ - image 1
 

ໃນພິທີ ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ-ກີລາ ເມືອງຫາດຊາຍຟອງ ໄດ້ລາຍງານບົດສະຫຼຸບຜົນການສອບເສັງໃນຂັ້ນຮຽນຊັັັັັັັັັັັັັັັ້ນ ປ5 ແລະ ຊັ້ນ ມ4 ສົກຮຽນ 2025-2026 ວ່າ ທົ່ວເມືອງຫາດຊາຍຟອງ ມີໂຮງຮຽນທີ່ເຂົ້າຮວມສອບເສັງ ຊັ້ນ ປ5 ແລະ ມ4 ລວມມີ 69 ແຫ່ງ ພາກເອກະຊົນ 24 ແຫ່ງ ຈັດເປັນຫ້ອງສອບເສັງທັງໝົດ 133 ຫ້ອງ ແລະ ມີຈໍານວນນັກຮຽນເຂົ້າຮ່ວມສອບເສັງທັງໝົດ 2.800 ຄົນ ຍິງ 1.439 ຄົນ ໃນນັ້ນ ຊັ້ນປະຖົມ ມີນັກຮຽນເຂົ້າຮ່ວມສອບເສັງຕົວຈິງມີ 1,521 ຄົນ ຍິງ 766 ຄົນ ພາກເອກະຊົນມີ 839 ຄົນ ຍິງ 455 ຄົນ ແລະ ຊັ້ນ ມ4 ມີນັກຮຽນເຂົ້າຮ່ວມສອບເສັງຕົວຈິງມີ 1,276 ຄົນ ຍິງ 673 ຄົນ ພາກເອກະຊົນມີ 499 ຄົນ ຍິງ 252 ຄົນ ຊຶ່ງໄດ້ຈັດຕັ້ງການສອບ ເສັງໂດຍໜ່ວຍງານການສຶກສາກ່ອນໄວຮຽນສາມັນສຶກສາ ແລະ ວິທະຍາສາດ ຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດ ຊາຍຟອງ ຊຶ່ງໄດ້ສ້າງແຜນການສອບເສັງແຕ່ງຕັ້ງຄະນະປະທານ ແລະ ຄະນະກໍາມະການຄວບຄຸມການສອບເສັງຢ່າງເປັນລະບົບ ທີ່ໄດ້ຮັບການຊີ້ນໍາໂດຍພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ປະທານຄະນະກໍາມະການປົກຄອງເມືອງຫາດ ຊາຍຟອງ ເພື່ອເຮັດໃຫ້ການສອບເສັງຈົບຊັ້ນຮຽນ ສົກຮຽນ 2025-2026 ນີ້ ປະຕິບັດໃຫ້ໄດ້ຕາມກົດລະບຽບຢ່າງເຂັ້ມງວດ ຊຶ່ງການສອບເສັງຂອງຊັ້ນ ປ5 ແມ່ນໄດ້ດໍາເນີນໃນວັນທີ 26-27 ພຶດສະພາ 2026 ໂດຍແບ່ງເປັນ 3 ສູນສອບເສັງ ແລະ ການສອບເສັງ ນໍາໃຊ້ 3 ວິຊາຫຼັກ ສ່ວນຊັ້ນ ມ4 ແມ່ນໄດ້ດໍາເນີນການສອບເສັງໃນ ວັນທີ 10-12 ມິຖຸນາ 2026 ແບ່ງເປັນ 3 ສູນສອບເສັງ ໂດຍການສອບເສັງໄດ້ນໍາໃຊ້ 5 ວິຊາຫຼັກ.

ສໍາລັບຜົນຂອງການສອບເສັງຈົບຊັ້ນປະຖົມສຶກສາ ປ5 ປະຈໍາສົກຮຽນ 2025-2026 ແມ່ນມີອັດຕາການສອບເສັງໄດ້ 100% ໃນນັ້ນນັກຮຽນທີ່ສອບເສັງໄດ້ຄະແນນສົມບູນ 5 ຂຶ້ນໄປທຸກວິຊາມີ 759 ຄົນ ຍິງ 435 ຄົນ ສະເລ່ຍ 49.90% ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ມີ 482 ຄົນ ຍິງ 296 ຄົນ ສະ ເລ່ຍ 31.68% ແລະ ມີນັກຮຽນທີ່ໄດ້ຄະແນນສອບເສັງສູງສຸດ 16 ຄົນ ຍິງ 14 ຄົນ ສະເລ່ຍ 1.05 % ຊຶ່ງໃນນັ້ນໂຮງຮຽນທີ່ນັກຮຽນເສັງໄດ້ສົມບູນຄະແນນ 5 ຂຶ້ນໄປທຸກວິຊາ ມີ 12 ໂຮງງຮຽນ ສອບເສັງໄດ້ຄະແນນ 7ຂຶ້ນໄປທຸກວິຊາ ມີ 8 ໂຮງຮຽນ ແລະ ໂຮງຮຽນທີ່ສອບເສັງໄດ້ຄະແນນສູງສຸດ ຂອງຊັ້ນ ປ5 ປະຈໍາສົກຮຽນ 2025-2026 ທີ່ເປັນນັກຮຽນເກັ່ງຕົວແທນຂັ້ນເມືອງ ຊຶ່ງໃນນັ້ນແມ່ນມາຈາກໂຮງຮຽນປະຖົມ ເຄເອັນຊີ ແລະ ໂຮງຮຽນປະຖົມ ມະຍຸລີ

ສ່ວນຂອງການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ4 ປະຈໍາສົກຮຽນ 2025-2026 ມີອັດຕາການເສັງໄດ້ 100% ມີນັກ ຮຽນທີ່ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ 1,279 ຄົນ ຍິງ 673 ຄົນ ສະເລ່ຍ 100% ນັກຮຽນທີ່ສອບເສັໄດ້ຄະແນນສະເລ່ຍ 7 ຂຶ້ນໄປທຸກວິຊາມີ 386 ຄົນ ຍິງ 225 ຄົນ ສະເລ່ຍ 30.18% ນັກຮຽນທີ່ສອບເສັງໄດ້ໃບປະກາດສະນີຍະບັດແດງ ມີ 22 ຄົນ ຍິງ 16 ຄົນ ສະເລ່ຍ 1.72% ແລະ ໂຮງຮຽນທີ່ມີຜົນງານດີເດັ່ນ ລະດັບຊັ້ນ ມ4 ທີ່ມີນັກຮຽນໄດ້ຄະແນນສະເລ່ຍ 5 ຂຶ້ນໄປທຸກວິຊາ ມີໂຮງຮຽນ 7 ໂຮງຮຽນທີ່ມີນັກຮຽນໄດ້ຄະ ແນນເກັ່ງຮອບດ້ານ 7 ຂຶ້ນໄປທຸກວິຊາມີ 5 ໂຮງຮຽນ ແລະ ນັັກຮຽນທີ່ສອບເສັງໄດ້ຄະແນນໃບປະກາດສະນີຍະບັດແດງ ຂອງຊັ້ນ ມ4 ປະຈໍາສົກຮຽນ 2025-2026 ມີ 22 ຄົນ ເປັນຍິງ 16 ຄົນ ຊຶ່ງເປັນນັກຮຽນເກັ່ງຂັ້ນເມືອງທີ່ໄດ້ເຂົ້າຮ່ວມການສອບເສັງໃນຂັ້ນ ນະຄອນຫຼວງວຽງຈັນ ຊຶ່ງໃນນັ້ນແມ່ນເປັນນັກຮຽນມາຈາກ ມສ ສາລາຄໍາ ມສ ຫ້ອມສະຫວັນ ມສ ເຄເອັນຊີ ແລະ ມສ ມະຍຸລີ. ແຫຼ່ງຂ່າວ:ວຽງຈັນໃໝ່

ຄໍາເຫັນ

ຂ່າວສືກສາ-ກິລາ

ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ກອງປະຊຸມຄະນະກຳມະການວິຊາການ ເພື່ອກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນຄູສອນ ແລະ ແຜນຮັບນັກສຶກສາ ສົກຮຽນ 2026-2027 ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດຂຶ້ນໃນວັນທີ 10 ກັນຍາຜ່ານມາ ທີ່ວິທະຍາໄລດົງຄຳຊ້າງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະກຳມະການວິຊາການກ່ຽວຂ້ອງເຂົ້າຮ່ວມ
ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ໃນວັນທີ 7 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027 ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍເມືອງຊະນະສົມບູນແຂວງຈຳປາສັກ.
ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ສະໂມສອນ ພີເອັມເອັດ ເທຄວັນໂດ (PMS) ສາມາດຍາດໄດ້ 11 ຫຼຽນຄຳ ແລະ 11 ຫຼຽນທອງ ສ້າງຜົນງານໃນວົງການກິລາເທຄວັນໂດລາວ ຄອງຂັນຊະນະເລີດ(ທີ1) ການແຂ່ງຂັນເທຄວັນໂດ ຊີງແຊັມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026, ຂະນະທີ່ ອັນດັບທີ 2ທີມນັກກິລາເທຄວັນໂດ ແຂວງຈຳປາສັກ ທີ່ສາມາດສ້າງຜົນງານໄດ້9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ.
ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ວັນທີ 7 ກັນຍາ 2026 ນີ້, ມະຫາວິທະຍາໄລສຸພານຸວົງ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລ ພູເອີ ສປ ຈີນ ໄດ້ຈັດການແຂ່ງຂັນເວົ້າພາສາຈີນ ສຳລັບພາກເໜືອຂອງລາວ ຄັ້ງທີ I ປະຈຳປີ 2026, ໂດຍມີ ທ່ານ ນາງ ວຽງວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ວິລະ ອາໂນລັກ ຜູ້ອຳນວຍການ ມະຫາວິທະຍາໄລສຸພານຸວົງ; ທ່ານ ນາງ ຈ່າງ ເຮີ້ຈູນ ຮັກສາການກົງສຸນໃຫຍ່ ສປ ຈີນ ປະຈຳພາກເໜືອ ທີ່ແຂວງຫຼວງພະບາງ; ພ້ອມດ້ວຍຜູ້ຕາງໜ້າຈາກມະຫາວິທະຍາໄລພູເອີ ສປ ຈີນ, ຄະນະກຳມະການຈັດການແຂ່ງຂັນ, ແຂກຮັບເຊີນ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ໃນວັນທີ 4 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ບ້ານສົບແວກເມືອງແອດແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ຫຼັງໃໝ່ ຢ່າງເປັນທາງການ ຫຼັງຈາກການກໍ່ສ້າງສຳເລັດ 100%, ໂດຍມີ ​ທ່ານ ວົງໄຊ ຍະສິງທອນກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ​ທ່ານ ນາງ ມະນີວອນ ສອນມະນີ, ຮອງເລຂາພັກ ເມືອງແອດ. ​ພ້ອມນີ້ຍັງມີຄະນະຮັບຜິດຊອບກວດກາ ແລະ ຄຸ້ມຄອງໂຄງການຂັ້ນແຂວງຂັ້ນເມືອງອຳນາດການປົກຄອງທ້ອງຖິ່ນ 4 ບ້ານ ເຂດຕາແສງເມືອງຊືມ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ວັນທີ 4 ກັນຍາ 2026, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ຈັດພິທີສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ ຕິດພັນກັບ 3 ຂໍ້ແຂ່ງຂັນ” ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດ ຮ່ວມກັບ ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ109 ຄົນ (ຍິງ 54 ຄົນ) ໃນ 3 ແຂວງຄື: ອຸດົມໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພາຍໃຕ້ໂຄງການ "Bridge Laos Project" ໄລຍະທີII ໂດຍໄດ້ຮັບການສະໜັບສະໜູນຈາກວົງນັກຮ້ອງຊາຍເຊເວັນທີນ (Seventeen) ຈາກປະເທດ ສ ເກົາຫຼີ ໃນໂອກາດສະເຫຼີມສະຫຼອງຄົບຮອບ 11 ປີ ຂອງວົງດັ່ງກ່າວ.
ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ໃນວັນທີ 31 ສິງຫາ 2026 ຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບວມຟາດ ຢ່າງເປັນທາງການ ໂດຍມີ ທ່ານ ວົງໄຊ ຍະສິງທອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ສະຫຼັກໃຈ ກຸມມະນີຄໍາຊ້ອຍ ຮອງຄະນະກໍາມະການປົກຄອງເມືອງຊ່ອນ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນັກຮຽນ ແລະ ຕົວແທນຈາກບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ເພີ່ມເຕີມ