ສອງພາກສ່ວນມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ສອງພາກສ່ວນມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ໃນຕອນເຊົ້າວັນທີ 5 ມັງກອນ ນີ້ ທີ່ຫ້ອງວ່າການສູນກາງພັກ, ສອງພາກສ່ວນ ໄດ້ນຳເອົາເງິນ, ເຄື່ອງບໍລິໂພກ, ເຄື່ອງລະນຶກ ມາມອບໃຫ້ແກ່ລັດຖະບານລາວ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າອະນຸກຳມະການງົບປະມານ ແລະ ບໍລິຫານ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສອງພາກສ່ວນທີ່ນຳເອົາເງິນ ແລະ ເຄື່ອງບໍລິໂພກມາມອບໃຫ້ໃນຄັ້ງນີ້, ປະກອບມີ: ທະນາຄານການຕ່າງປະເທດລາວມະຫາຊົນມອບເງິນ ແລະ ເຄື່ອງທີ່ລະນຶກຕ່າງໆ ລວມມູນຄ່າ 300 ລ້ານກວ່າກີບ, ຕາງໜ້າມອບໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການທະນາຄານດັ່ງກ່າວ, ແຂວງໄຊສົມບູນ ມອບເງິນ 200 ລ້ານກີບ, ພ້ອມດ້ວຍໝາກກ້ຽງ 2.000 ກິໂລກຣາມ, ຕາງໜ້າມອບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງໄຊສົມບູນ.

ສອງພາກສວນມອບ-ຮບ ເງນຊກຍກອງປະຊມໃຫຍ ຄງທ XII ຂອງພກ - image 1
 

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ຕາງໜ້າອະນຸກຳມະການ ກ່າວສະແດງຄວາມຂອບໃຈ ຕໍ່ພາກສ່ວນທີ່ເຫັນໄດ້ຄວາມສຳຄັນ ນຳເອົາເງິນ ແລະ ເຄື່ອງບໍລິໂພກມາມອບໃຫ້ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຮັດໃຫ້ບັ້ນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດຳເນີນໄປຕາມເປົ້າໝາຍ ແລະ ຜົນສຳເລັດ ທີ່ວາງໄວ້. ພ້ອມທັງກ່າວວ່າຈະນໍາເອົາເງິນທີ່ໄດ້ຮັບໃນຄັ້ງນີ້, ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດຳເນີນໄປດ້ວຍຜົນສຳເລັດ.

ຂ່າວ-ພາບ: ພູວຽງຄຳ

ຄໍາເຫັນ

ຂ່າວເດັ່ນ

ຍທຂ ຈະສືບຕໍ່ສ້າງການຫັນປ່ຽນ 7 ວຽກງານຈຸດສຸມ ຢ່າງແຂງແຮງ

ຍທຂ ຈະສືບຕໍ່ສ້າງການຫັນປ່ຽນ 7 ວຽກງານຈຸດສຸມ ຢ່າງແຂງແຮງ

ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ວ່າ:
ຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທໍາອິດ

ຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທໍາອິດ

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທໍາອິດ ຕໍ່ສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ:
ຜົນງານຂອງແຂວງຫົວພັນ ປະກອບສ່ວນໃຫ້ຜົນສຳເລັດ ແຫ່ງການຈັດຕັ້ງປະຕິບັດມະຕິ XI

ຜົນງານຂອງແຂວງຫົວພັນ ປະກອບສ່ວນໃຫ້ຜົນສຳເລັດ ແຫ່ງການຈັດຕັ້ງປະຕິບັດມະຕິ XI

ສະຫາຍ ຫົງທອງ ຈັນທະຈິດ ຄະນະປະຈຳພັກແຂວງຫົວພັນ ເລຂາຄະນະບໍລິຫານງານພັກເມືອງຊຳເໜືອ ໄດ້ໃຫ້ສຳພາດເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ໃນວັນທີ 6 ມັງກອນນີ້ວ່າ:
ພູມໃຈໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພູມໃຈໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍ ນາງ ແພງພອນ ຂັນທະຍົງທອງ ວິລະຊົນແຫ່ງຊາດໄດ້ໃຫ້ສໍາພາດຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ວ່າ: ຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຊຶ່ງເປັນ ກອງປະຊຸມສຸດທີ່ມີຄວາມໝາຍ-ຄວາມສໍາຄັນຂອງພັກ-ຂອງຊາດເຮົາ.
ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍໃນລະດັບ 4.24%

ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍໃນລະດັບ 4.24%

ພັກ ແລະ ລັດຖະບານ ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຟື້ນຟູເສດຖະກິດ, ຊຸກຍູ້ການຜະລິດ ແລະ ການບໍລິການ ໃຫ້ສືບຕໍ່ຂະຫຍາຍຕົວ; ໃນຂະນະດຽວກັນ, ໃນການເປີດປະເທດຄືນໃໝ່ ພາຍຫຼັງການລະບາດພະຍາດໂຄວິດ-19 ໄດ້ຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4.24%.
ການຈັດຕັ້ງປະຕິບັດແຜນ IX ສາມາດບັນລຸໝາກຜົນອັນສໍາຄັນ ແລະ ພົ້ນເດັ່ນ

ການຈັດຕັ້ງປະຕິບັດແຜນ IX ສາມາດບັນລຸໝາກຜົນອັນສໍາຄັນ ແລະ ພົ້ນເດັ່ນ

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໄດ້ໃຫ້ຮູ້ວ່າ:
ເຈົ້າໜ້າທີ່ຈະລາຈອນສຸມໃສ່ອໍານວຍຄວາມສະດວກກອງປະຊຸມໃຫຍ່ຜູ້ແທນທົ່ວປະທດ ຄັ້ງທີ XII ຂອງພັກ

ເຈົ້າໜ້າທີ່ຈະລາຈອນສຸມໃສ່ອໍານວຍຄວາມສະດວກກອງປະຊຸມໃຫຍ່ຜູ້ແທນທົ່ວປະທດ ຄັ້ງທີ XII ຂອງພັກ

ສະຫາຍ ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນວ່າ:
ພັກເຮົາໄດ້ເອົາໃຈໃສ່ຕໍ່ຂົງເຂດວັດທະນະທໍາ-ສັງຄົມ

ພັກເຮົາໄດ້ເອົາໃຈໃສ່ຕໍ່ຂົງເຂດວັດທະນະທໍາ-ສັງຄົມ

ໃນຮ່າງລາຍງານການເມືອງຂອງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ພັກເຮົາໄດ້ເອົາໃຈໃສ່ ຕໍ່ຂົງເຂດວັດທະນະທໍາ-ສັງຄົມ ໃນ 5 ປີ ຜ່ານມາ.
5 ປີຕໍ່ໜ້າຂະແໜງການຕ່າງປະເທດ ຈະນໍາພາປະເທດຊາດກ້າວໄປຕາມເສັ້ນທາງສັງຄົມນິຍົມ

5 ປີຕໍ່ໜ້າຂະແໜງການຕ່າງປະເທດ ຈະນໍາພາປະເທດຊາດກ້າວໄປຕາມເສັ້ນທາງສັງຄົມນິຍົມ

ໃນໄລຍະ 5 ປີຜ່ານມາ, ຂະແໜງການຕ່າງປະເທດໄດ້ທົບທວນຄືນຜົນງານການຈັດຕັ້ງປະຕິບັດມະຕິ XI ຂອງພັກ. ພ້ອມດຽວກັນນັ້ນ ກໍໄດ້ວາງແຜນການໃນອີກ 5 ປີຕໍ່ໜ້າ ໂດຍສະເພາະການນໍາພາປະເທດຊາດກ້າວໄປຕາມເສັ້ນທາງສັງຄົມນິຍົມ ເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ແລະ ມີຄວາມຈະເລີນຮຸ່ງເຮືອງ.
ເພີ່ມເຕີມ