ສົ່ງເສີມການສ້າງລະ​ບົບການ​ປົກ​ຄອງ​ຕາ​ມ​ກົດ​ໝາຍ​ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງຮອບດ້ານ

ສົ່ງເສີມການສ້າງລະ​ບົບການ​ປົກ​ຄອງ​ຕາ​ມ​ກົດ​ໝາຍ​ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງຮອບດ້ານ

ທ່ານ ສີຈິ້ນຜິງ ເຄີຍກ່າວໄວ້ວ່າ: “ການ​ປົກ​ຄອງ​ຕາມກົດໝາຍ​ມີຄວາມເຂັ້ມແຂງ, ປະເທດຊາດກໍຈະມີຄວາມເຂັ້ມແຂງ. ໃນປັດຈຸບັນ, ປະເທດພວກເຮົາ ກໍາລັງຢູ່ໃນໄລຍະອັນສໍາຄັນທີ່ບັນລຸການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງໃຫຍ່​ຂອງ​ປະຊາ​ຊາດ​ຈີນ, ການປ່ຽນແປງຢ່າງໃຫຍ່ຫຼວງຂອງໂລກແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີກວ່າ ກໍາລັງມີການຜັນແປໄປຢ່າງໄວວາ, ພາລະໜ້າທີ່ການປະຕິຮູບ,ການ ພັັດທະນາ ແລະ ສະຖຽນລະພາບມີຄວາມຫຍຸ້ງຍາກລໍາບາກ, ການເປີດປະຕູສູ່ພາຍນອກໄດ້ຮັບ​ການສົ່ງເສີມຢ່າງເລິກເຊິ່ງ, ຕ້ອງເສີມຂະຫຍາຍບົດບາດຂອງການ​ປົກ​ຄອງ​ຕາມກົດ​ໝາຍທີ່ເຮັດໃຫ້ພື້ນຖານມີຄວາມໜັກແໜ້ນ, ເຮັດໃຫ້ຄາດໝາຍມີຄວາມໝັ້ນທ່ຽງ ແລະ ສົ່ງຜົນປະໂຫຍດໃນ​ໄລ​ຍະຍາວ”

ເມື່ອເບິ່ງສະພາບຢູ່ພາຍໃນປະເທດຈີນແລ້ວ, ກໍາລັງເດີນຕາມຂະບວນການອອກເດີນທາງຄັ້ງ ໃໝ່ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ໄດ້ກ້າວໄປສູ່ເປົ້າໝາຍສູ້ຊົນ 100 ປີ ຜ່ານມາ. ອີງຕາມໄລຍະການພັດທະນາໃໝ່, ການຈັດຕັ້ງປະຕິບັດທັດສະນະການພັດທະນາໃໝ່, ກໍ່ສ້າງສະພາບການພັດທະນາໃໝ່, ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ, ຖ້າການປົກຄອງຕາມກົດໝາຍມີຄວາມຈະເລີນ, ຊົນຊາດກໍຈະມີຄວາມຈະເລີນ, ການປົກຄອງຕາມກົດໝາຍມີຄວາມເຂັ້ມແຂງ, ປະເທດຊາດກໍຈະມີຄວາມເຂັ້ມແຂງ. ໃນປັດຈຸບັນ, ປະເທດຈີນກໍາລັງຢູ່ໃນໄລຍະອັນສໍາຄັນທີ່ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດ, ການປ່ຽນແປງຢ່າງໃຫຍ່ຫຼວງຂອງໂລກແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີກໍາລັງເກີດມີການຜັນແປໄປຢ່າງໄວວາ, ພາລະໜ້າທີ່ການປະຕິຮູບ, ການພັັດທະນາ ແລະ ສະຖຽນລະພາບມີຄວາມຫຍຸ້ງຍາກລໍາບາກ, ການເປີດປະຕູສູ່ພາຍນອກໄດ້ຮັບການສົ່ງເສີມຢ່າງເລິກເຊິ່ງ, ຕ້ອງເສີມຂະຫຍາຍບົດບາດຂອງການປົກຄອງຕາມກົດໝາຍທີ່ເຮັດໃຫ້ພື້ນຖານມີຄວາມໜັກ ແໜ້ນ, ເຮັດໃຫ້ການຄາດໝາຍມີຄວາມໝັ້ນທ່ຽງ ແລະ ສົ່ງຜົນປະໂຫຍດໄປໃນໄລຍະຍາວ.

ເມື່ອເບິ່ງສະພາບຂອງໂລກແລ້ວ, ໂລກໄດ້ກ້າວເຂົ້າສູ່ໄລຍະປ່ຽນແປງທີ່ມີຄວາມປັ່ນປ່ວນ, ການແຂ່ງຂັນໃນສາກົນໄດ້ສະແດງໃຫ້ເຫັນໃນດ້ານການແຂ່ງຂັນຂອງລະບຽບການ, ກະຕິກາ ແລະ ກົດໝາຍນັບມື້ນັບຫຼາຍຂຶ້ນ. ຈີນມີຄວາມພະຍາຍາມເພີ່ມທະວີການສ້າງລະບົບກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງກັບຕ່າງປະເທດ, ຍົກລະດັບປະສິດທິຜົນໃນການປະຕິບັດກົດໝາຍ ແລະ ດໍາເນີນງານດ້ານຕຸລາການ, ເດັດດ່ຽວປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ, ຜົນປະໂຫຍດດ້ານການພັດທະນາຂອງປະເທດຊາດ.

ການສ້າງກົດໝາຍບໍ່ແມ່ນເລື່ອງທີ່ຫຍຸ້ງຍາກ, ແຕ່ຄວາມຫຍຸ້ງຍາກກໍຄືການຈັດຕັ້ງປະຕິບັດກົດໝາຍຢ່າງຕັ້ງໜ້າ ແລະ ມີຜົນສັກສິດ. ຊຸກຍູ້ການສ້າງລະບົບການປົກຄອງຕາມກົດໝາຍ, ຈຸດສໍາຄັນ ແລະ ຈຸດຫຍຸ້ງຍາກກໍຄືໄດ້ຊຸກຍູ້ໃຫ້ການປະຕິບັດກົດໝາຍທີ່ຖືກຕ້ອງ ໂດຍຜ່ານການປະຕິບັດກົດໝາຍຢ່າງເຂັ້ມງວດ, ດຳເນີນວຽກງານຕຸລາການຢ່າງຍຸຕິທຳ ແລະ ທົ່ວປວງຊົນທັງຊາດເຄົາລົບກົດໝາຍ, ເຮັດໃຫ້ “ກົດໝາຍທີ່ຂຽນໃນປຶ້ມ” ກາຍເປັນ “ກົດໝາຍທີ່ໄດ້ປະຕິບັດໃຫ້ເປັນຈິງ”. ຕ້ອງປັບປຸງບູລະນະກົນໄກຮັບປະກັນໃຫ້ທຸກຄົນມີສິດສະເໝີພາບຢູ່ຕໍ່ໜ້າກົດໝາຍ, ປົກປັກຮັກສາຄວາມເປັນເອກະພາບ, ຄວາມສັກສິດ ແລະ ອິດທິພົນດ້ານລະບົບກົດໝາຍຂອງປະເທດ, ພຶດຕິກໍາທຸກຢ່າງທີ່ລະເມີດລັດຖະທໍາມະນູນ ແລະ ກົດໝາຍກໍຕ້ອງສືບທາວຫາຢ່າງເຖິງຖອງ. ຄະນະພັກ ແລະ ພະນັກງານການນໍາແຕ່ລະຂັ້ນຕ້ອງສະໜັບສະໜູນໃຫ້ອົງການຕຸລາການໄດ້ນໍາໃຊ້ສິດອໍານາດທີ່ເປັນອິດສະຫຼະຕາມກົດໝາຍ, ເດັດຂາດບໍ່ອະນຸຍາດໃຫ້ນໍາໃຊ້ສິດອໍານາດແຊກແຊງວຽກງານຕຸລາການ ແລະ ກ້າວກ່າຍຄະດີ. ການສ້າງລະບົບການປົກຄອງຕາມກົດ ໝາຍຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຕ້ອງສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາວຽກງານ, ຢຶດໝັ້ນທັດສະນະທີ່ເປັນລະບົບ, ສົ່ງເສີມຢ່າງຮອບດ້ານ.

ຄໍາເຫັນ

ຂ່າວຕ່າງປະເທດ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ປະ​ເທດ​ໄທ, ໃນວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ຂ່າວ​ໂດຍ​ລະ​ບຸ​ວ່າ, ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫຼາຍ​ລ້ານ​ຄົນ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫຼວງ​ບາງກອກ ແລະ ອີກ 31 ແຂວງ.
ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ​ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ​ໄດ້​ສະ​ເໜີ​ແຜນ​ການ​ທີ່ຈະ​ຄວບ​ຄຸມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຢູ່​ຊາຍ​ແດນ​ທາງນອກ​ຂອງ​ສະ​ຫະ​ພ​າບ​ເອີ​ຣົບ, ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຂະ​ໜາດ​ໃຫຍ່​ທີ່​ອາດ​ເກີດ​ຂຶ້ນ. ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ສະ​ຫະ​ພາບ​ເອີ​ຣົບ​ຈະ​​ດຳ​ເນີນ​ການ​ໃນ 5 ດ້ານ ຄື: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ການ​ຄວບ​ຄຸມ​ຊາຍ​ແດນ​ທາງນອກ, ປັບ​ປຸງ​ກົນ​ໄກ​ຕິດ​ຕາມກວດກາ ແລະ ເຕືອ​ນ​ໄພ​ລ່ວງ​ໜ້າ, ລຶບ​ລ້າງ​ເຄືອ​ຂ່າຍ​​ການ​ຄ້າ​ມະ​ນຸດ ແລະ ການ​ລັກ​ລອບ​ຂົນສົ່ງ​ຄົນ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ຜູ້​ເຂົ້າ​ເມືອງ​​ຜິດ​ກົດ​ໝາຍກັບ​ຄືນ​ປະ​ເທດ.
ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ: ກຳປູເຈຍໄດ້ກຳນົດຄ່າແຮງງານຂັ້ນຕ່ຳປະຈຳເດືອນໃໝ່ສຳລັບອຸດສາຫະກຳຕັດຫຍິບ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງປະເທດ, ໂດຍເພີ່ມຂຶ້ນເປັນ 212 ໂດລາ ໃນປີ 2027, ເພີ່ມຂຶ້ນ 2 ໂດລາ ຈາກ 210 ໂດລາ.
ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ພິ​ທີສະ​ເຫຼີມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ​ ສາ​ທາ​ລະ​ນະລັດ ​ປະ​ຊ​າ​ຊົນ​ຈີນ ຄົບ​ຮອບ 77 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກັນ​ຍາ ຜ່ານມາ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມ​ ແລະ ​ກ່າວ​ຄຳ​ປາ​ໄສ​.
ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳ​ບັນ​​ດ​າ​ອົງ​ການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່​ສູ້, ຕ້ານອາຊະຍາກຳຫຼົບໜີ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງ​ຕັ້ງ​ໜ້າ, ມີຄວາມຮັບຜິດຊອບເຂົ້າໃນການ​ຮັກ​ສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ພ້ອມ​ກັບບັນດາປະເທດສະມາຊິກປັບ​ປຸງຄວາມສາມັກຄີ, ​ເຄົາ​ລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ.
ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ​ ຜ່ານມາ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ຕ່າງໆ ຊຶ່ງ​ລວມ​ທັງການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ ແລະ ​ອື່ນໆ.
ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 29 ກັນຍາ ຜ່ານມາວ່າ, ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ໄດ້ຫຼຸດລົງໃນເດືອນກັນຍາ, ຫຼັງຈາກບັນລຸລະດັບສູງສຸດໃນຮອບເກືອບ 4 ປີໃນເດືອນມິຖຸນາ ຍ້ອນວ່າຕົ້ນທຶນທີ່ສູງຂຶ້ນເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ.
ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ ເປັນ​ວັນ​ສາ​ກົນແຫ່ງຄວາມ​ຮັບ​ຮູ້​ດ້ານການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ. ທ່ານ​ ຊ​ວີ່​ຕົ່ງ​ຢ​ວີ້ ​ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງສະ​ຫະ​ປະ​ຊາ​ຊາດ ຫຼື FAO ກ່າວ​ວ່າ: ​ການຫຼຸດ​ຜ່ອນ​ການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ກ​ານ​ຫັນ​ປ່ຽນ​ຮູບ​ແບບ​ຂອງ​ລະ​ບົບ​ການ​ກະ​ເສດ ແລະ ອາ​ຫານ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ທຶນ​ຮອນ ພ້ອມ​ທັງຫຼຸດ​​ຜ່ອນຄວາມ​ກົດ​ດັນ​​ຕໍ່ການ​ອະ​ນຸ​ລັກ​ປ່າ​ໄມ້.
70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເຜີຍແຜ່ຜົນການສຶກສາຜ່ານບົດລາຍງານປົກຂາວປະຈຳປີ ໃນວັນທີ 29 ກັນຍາ ຜ່ານມາວ່າ, ພົນລະເມືອງຍີ່ປຸ່ນຫຼາຍກວ່າ 70% ມີທັດສະນະຄະຕິໃນທາງບວກຕໍ່ການຮັບຮອງເອົາເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ຫຸ່ນຍົນ ມາໃຊ້ໃນຂະແໜງການແພດ ແລະ ການດູແລສຸຂະພາບ.
ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 29 ກັນຍາ ຜ່ານມາວ່າ: ໃນ 8 ເດືອນຕົ້ນ​​ປີ​ນີ້​, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຊາ 77,256 ໂຕນ​, ສ້າງລາຍ​ຮັບໄດ້ 143.5 ລ້ານ​ໂດລາ​.
ເພີ່ມເຕີມ