![]() |
ສໍາລັບສູນສອບເສັງວິທະຍາໄລວິທະຍາສາດສຸຂະພາບແຂວງຫຼວງພະບາງ, ມີທ່ານ ຈັນເພັງ ທຳມະວົງ ຮອງປະທານອອກໃບປະກອບວິຊາຊີບການແພດຂັ້ນສູນກາງ, ທ່ານ ທອງພຸດ ສຸຂະເສີມ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະກຳມະການ ແລະ ນັກສຶກສາ ເຂົ້າຮ່ວມ. ການສອບເສັງໃນປີ 2025 ນີ້, ຄະນະຮັບຜິດຊອບ ໄດ້ຈັດການສອບເສັງ ພາກປະຕິບັດ (OSCE) ສໍາລັບຜູ້ສໍາເລັດການສຶກສາຜະດຸງຄັນ ຄວບຄູ່ກັບການສອບເສັງພາກທິດສະດີ ເປັນຄັ້ງທໍາອິດ ດ້ວຍການນໍາໃຊ້ຄໍາຖາມທີ່ມີຄໍາຕອບ 4 ຕົວເລືອກ ແລະ ໃຫ້ນັກສຶກສາເລືອກເອົາຄໍາຕອບດຽວຖືກທີ່ສຸດ. ປີ 2025 ນີ້, ມີນັກສອບເສັງ ເຂົ້າຮ່ວມການສອບເສັງທັງໝົດ 651 ຄົນ (ພະຍາບານ 479 ຄົນ ແລະ ຜະດຸງຄັນ 172 ຄົນ) ມີຜູ້ສໍາເລັດການສຶກສາຈາກປະເທດວຽດນາມ 36 ຄົນ (ພະຍາບານ 26 ຄົນ ແລະ ຜະດຸງຄັນ 10 ຄົນ). ເພື່ອປະເມີນ ຄວາມຮູ້, ຄວາມສາມາດ, ທັກສະ ແລະ ສະຕິປັນຍາຂອງນັກສອບເສັງ; ຜູ້ສອບເສັງລະດັບຊາດ ທີ່ສອບເສັງຜ່ານຕາມເກນທີ່ກໍານົດ ຈະໄດ້ຂຶ້ນທະບຽນ ແລະ ໄດ້ຮັບໃບປະກອບວິຊາຊີບ ພະຍາບານ-ຜະດຸງຄັນ ແລະ ສາມາດສະໝັກເຂົ້າເຮັດວຽກບໍລິການ ດູແລ ສຸຂະພາບ ປະຊາຊົນບັນດາເຜົ່າ ທັງພາກລັດ-ເອກກະຊົນ ແລະ ສາມາດ ເຂົ້າສູ່ລະບົບການພັດທະນາວິຊາຊີບຕໍ່ເນື່ອງ ເພື່ອສະສົມຄະແນນໃຫ້ຄົບຕາມຈໍານວນທີ່ຄະນະກໍາມະການວິຊາຊີບພະຍາບານ ແລະ ຜະດຸງຄັນກໍານົດ.
![]() |
ໃບປະກອບວິຊາຊີບ ມີອາຍຸນໍາໃຊ້ ພຽງ 5 ປີ ເທົ່ານັ້ນ, ຊຶ່ງຜູ້ປະກອບວິຊາຊີບການພະຍາບານ-ການຜະດຸງຄັນ ທີ່ມີຄະແນນສະສົມຄົບຕາມຈໍານວນ ແມ່ນສາມາດຕໍ່ໃບປະກອບວິຊາຊີບພະຍາບານ ແລະ ຜະດຸງຄັນໄດ້ເລີຍ. ລະບົບການພັດທະນາວິຊາຊີບຕໍ່ເນື່ອງນີ້ ເປັນອັນໃໝ່ ນຳໃຊ້ເພື່ອພັດທະນາວິຊາຊີບ ແລະ ເປັນການພັດທະນາຜູ້ປະກອບວິຊາຊີບພະຍາບານ-ຜະດຸງຄັນໃຫ້ມີຄວາມຮູ້ໃໝ່ ທັນກັບສະພາບການ ຕອບສະໜອງຕາມຄວາມຕ້ອງການຂອງຜູ້ມາໃຊ້ບໍລິການສຸກຂະພາບ, ໂດຍສະເພາະປະຊາຊົນບັນດາເຜົ່າ ທີ່ປາດຖະໜາຢາກໄດ້ຮັບການບໍລິການດ້ານການຮັກສາປິ່ນປົວ ສຸຂະພາບທີ່ມີຄຸນະພາບ, ສອດຄ່ອງຕາມກົດໝາຍ ສາທາລະນະສຸກ, ກົດໝາຍປິ່ນປົວ, ນະໂຍບາຍປະຕິຮູບສາທາລະນະສຸກ, ຍຸດທະສາດພັດທະນາຊັບພະຍາກອນມະນຸດດ້ານສຸຂະພາບ, ຍຸດທະສາດ ການອອກໃບປະກອບວິຊາຊີບ ແລະ ການເຊື່ອມໂຍງກັບ ປະເທດອາຊຽນ ໂດຍສະເພາະແມ່ນສັນຍາຮັບຮູ້ຊຶ່ງກັນ ແລະ ກັນ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)


ຄໍາເຫັນ