ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%
ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.

 

ອາຈານ ທອງພັນ ອຸໄລທອນ ຜູ້ອໍານວຍໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 8 ມິຖຸນາ ທີ່ ມສ ວຽງຈັນ ວ່າ: ມສ ວຽງຈັນ ມີຄວາມພ້ອມໃນບັ້ນສອບເສັງ ຈົບຊັ້ນ ມ4 ແລະ ຈົບຊັ້ນ ມປາຍ 100% ຄື: ໄດ້ຈັດຕັ້ງອະນາໄມຮ່ອງລະບາຍນໍ້າ, ອາຄານສະຖານທີ່ ພິເສດ ຈະຊີດພົ່ນຂ້າຍຸງລາຍ, ກຽມຕ້ານອັກຄີໄພທີ່ອາດຈະເກີດຂຶ້ນໃນທຸກດ້ານ, ສ້ອມແປງອຸປະກອນໄຟຟ້າ, ພັດລົມ ແລະ ກຽມຄວາມພ້ອມດ້ານອື່ນໆ ຍ້ອນວ່າເປັນສູນສອບເສັງໃຫຍ່ ຂອງເມືອງຈັນທະບູລີ, ການສອບເສັງຈົບຊັ້ນ ມ4 ກຽມຄວາມພ້ອມ 100% ເພື່ອຮອງຮັບນັກຮຽນຈໍານວນຫຼາຍ ທີ່ມາຈາກຫຼາຍໂຮງຮຽນ, ມີ 66 ຫ້ອງສອບເສັງ ທີ່ມາຈາກ 15 ໂຮງຮຽນ, ບັນຈຸນັກສອບເສັງ ໄດ້ 1,499 ຄົນ, ສ່ວນສູນສອບເສັງ ມປາຍ ມີທັງໝົດ 24 ສູນສອບເສັງ 1 ໃນນັ້ນກໍແມ່ນ ມສ ວຽງຈັນ, ສໍາລັບ ມສ ວຽງຈັນ ມີ 64 ຫ້ອງສອບເສັງ ທີ່ມາຈາກ 10 ໂຮງຮຽນ, ບັນຈຸນັກຮຽນທັງໝົດ ໄດ້ 1,272 ຄົນ, ມສ ວຽງຈັນ ມີຜູ້ເຂົ້າສອບເສັງທັງໝົດ 502 ຄົນ, ຍິງ 295 ຄົນ.

ໂອກາດດັ່ງກ່າວ, ອາຈານ ຈັນທອງພັນ ອຸໄລທອນ ຮຽກຮ້ອງມາຍັງລູກ-ຫຼານ ກໍຄື ນັກສອບເສັງ ຈົ່ງເອົາໃຈໃສ່ຄົ້ນຄວ້າບົດຮຽນໃຫ້ຫຼາຍ ແລະ ຂໍໃຫ້ພໍ່ແມ່ ຜູ້ປົກຄອງທັງຫຼາຍ ອໍານວຍຄວາມສະດວກຕໍ່ລູກ-ຫຼານຂອງຕົນ ກໍຄື ໄປສົ່ງເຂົາເຈົ້າໃຫ້ໄປເຂົ້າຫ້ອງສອບເສັງທັນກັບເວລາທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟ ຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ເປີດໃຫ້ບໍລິການສະໜາມກອັຟ ລາວ-ເອເຊຍ ວັງວຽງ ກອັຟຄຣັບ

ເປີດໃຫ້ບໍລິການສະໜາມກອັຟ ລາວ-ເອເຊຍ ວັງວຽງ ກອັຟຄຣັບ

ວັນທີ 6 ມິຖຸນາ 2026 ນີ້, ທີ່ເມືອງວັງວຽງ ແຂວງວຽງຈັນ, ກະຊວງປ້ອງກັນປະເທດ ຮ່ວມກັບ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ຈັດພິທີເປີດບໍລິການສະໜາມກອັຟ “ລາວ-ເອເຊຍ ວັງວຽງ ກອັຟຄຣັບ” ຢ່າງເປັນທາງການ ແລະ ຮ່ວມກັນສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ , ໂດຍມີ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດວ້ຍບັນດາສະຫາຍຄະນະນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ, ການນຳແຂວງ, ອົງການປົກຄອງເມືອງວັງວຽງແລະ ພະນັກງານ ລັດວິສາຫະກິດ ລາວ-ເອເຊຍ ເຂົ້າຮ່ວມ.
ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບຊັ້ນ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ

ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບຊັ້ນ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ

ເພື່ອເຮັດໃຫ້ການສອບເສັງຈົບຊັ້ນມັດທະຍົມຕົ້ນ ມ4 ແລະມັດທະຍົມປາຍ ມ7 ໃນປີນີ້ ມີຜົນສຳເລັດຕາມຄາດ ໝາຍ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກແຈ້ງການໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ, ກະກຽມຄວາມພ້ອມຮອບດ້ານ, ເປັນຕົ້ນ ກະກຽມສະຖານທີ່ ເຮັດວຽກຂອງອະນຸກຳມະການ ແລະຫ້ອງສອບເສັງ, ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້, ແຕ່ງຕັ້ງອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແລະຂໍທິດຊີ້ນໍາຈາກຄະນະກຳມະການປົກຄອງເມືອງ-ນະຄອນ;ຈັດສູນສອບເສັງ, ຫ້ອງສອບເສັງ ຕາມຈຳນວນນັກຮຽນ ແລະສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ.
U12 ມາສະດາ ໄດ້ແຊັມເຕະບານເຍົາວະຊົນທີ່ອິນໂດເນເຊຍ

U12 ມາສະດາ ໄດ້ແຊັມເຕະບານເຍົາວະຊົນທີ່ອິນໂດເນເຊຍ

ທີມນັກກິລາບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 12 ປີ (U12) ຈາກສະໂມສອນມາສະດາ ລາວ ຈີບີ ເອັຟຊີ (Mazda Laos GB FC) ທີ່ສາມາດໄດ້ແຊັມລາຍການແຂ່ງຂັນເຕະບານເຍົາ ວະຊົນລະດັບພາກພື້ນ "JUNIOR SOCCER WORLD CHALLENGE 2026 Southeast Asia Qualifiers" ທີ່ຈັດຂຶ້ນຢູ່ທີ່ນະຄອນ ຫຼວງຈາກາຕາ ປະເທດອິນໂດເນເຊຍ ລະ ຫວ່າງວັນທີ 5-7 ມິຖຸນາ 2026 ຊຶ່ງນັດຊີງຊະນະເລີດ ມາສະດາ ສາມາດເອົາຊະນະທີມຈາກເຈົ້າພາບ ອິນໂດເນເຊຍ ໄປດ້ວຍ 2-1.ປະຕູ .
ສ້າງຂະບວນການແຂ່ງຂັນກິລາມວນຊົນ ເນື່ອງໃນວັນເດັກນ້ອຍສາກົນ 1 ມິຖຸນາ

ສ້າງຂະບວນການແຂ່ງຂັນກິລາມວນຊົນ ເນື່ອງໃນວັນເດັກນ້ອຍສາກົນ 1 ມິຖຸນາ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026, ຢູ່ທີ່ ເດີ່ນກິລາຫ້ອງການສະຫະພັນແມ່ຍິງເມືອງມຸນລະປາໂມກ, ແຂວງຈໍາປາສັກ ໄດ້ມີການຈັດກິດຈະກຳແຂ່ງຂັນກິລາມວນຊົນ ຢ່າງຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສຸກ, ເພື່ອເປັນການສ້າງຂະບວນການອັນມີຄວາມໝາຍ ໃຫ້ແກ່ຫຼານໆເຍົາວະຊົນ ແລະ ອະນຸຊົນ.
ເປີດສອບເສັງ ມ4 - ມ7 ທົ່ວປະເທດ ມີນັກຮຽນຫຼາຍກວ່າ 112,000 ຄົນ

ເປີດສອບເສັງ ມ4 - ມ7 ທົ່ວປະເທດ ມີນັກຮຽນຫຼາຍກວ່າ 112,000 ຄົນ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ມັດທະຍົມສຶກສາຕອນປາຍ (ມ7) ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ ໃນວັນທີ 4 ມິຖຸນານີ້ ທີ່ກະຊວງ ສສກ, ໂດຍເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ແລະ ສະຖາບັນ ພາຍໃນກະຊວງ ສສກ, ບັນດາຮອງປະທານຄະນະກຳມະການປົກຄອງ-ປະທານການສອບເສັງທົ່ວປະເທດ 18 ແຂວງ ພ້ອມດ້ວຍແຂກຖືກເຊີນທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.
ສອງໂຮງຮຽນການເມືອງ ແລະ ການປົກຄອງ ສໍາມະນາວິທະຍາສາດດ້ານວິຊາການ

ສອງໂຮງຮຽນການເມືອງ ແລະ ການປົກຄອງ ສໍາມະນາວິທະຍາສາດດ້ານວິຊາການ

ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສໍາມະນາວິທະຍາສາດດ້ານວິຊາການ ລະຫວ່າງໂຮງ ຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ - ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 4 ມິຖຸນານີ້ ທີ່ສະໂມສອນຂອງໂຮງຮຽນການເມືອງແລະ ການປົກຄອງ ນວ.
ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ຍົກລະດັບການນຳໃຊ້ສື່ການຮຽນການສອນ

ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ຍົກລະດັບການນຳໃຊ້ສື່ການຮຽນການສອນ

ໃນວັນທີ 3 ມິຖຸນາ ນີ້ ທີ່ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການພັດທະນາສື່ການຮຽນ-ການສອນ” ໂດຍເປັນປະທານຮ່ວມຂອງ ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ມີວິທະຍາກອນ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.
ໂຮງຮຽນອະນຸບານມິດຕະພາບວຽງຈັນ-ຮາຍເຢືອງ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ໂຮງຮຽນອະນຸບານມິດຕະພາບວຽງຈັນ-ຮາຍເຢືອງ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ວັນທີ 2 ມິຖຸນາ ນີ້ ທີ່ໂຮງຮຽນອະນຸບານມິດຕະພາບວຽງຈັນ-ຮາຍເຢືອງ ໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະນຳຂອງແຂວງ, ຜູ້ບໍລິຫານງານການສຶກສາຂັ້ນແຂວງ, ຂັ້ນເມືອງ, ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ