ອາຈານ ທອງພັນ ອຸໄລທອນ ຜູ້ອໍານວຍໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 8 ມິຖຸນາ ທີ່ ມສ ວຽງຈັນ ວ່າ: ມສ ວຽງຈັນ ມີຄວາມພ້ອມໃນບັ້ນສອບເສັງ ຈົບຊັ້ນ ມ4 ແລະ ຈົບຊັ້ນ ມປາຍ 100% ຄື: ໄດ້ຈັດຕັ້ງອະນາໄມຮ່ອງລະບາຍນໍ້າ, ອາຄານສະຖານທີ່ ພິເສດ ຈະຊີດພົ່ນຂ້າຍຸງລາຍ, ກຽມຕ້ານອັກຄີໄພທີ່ອາດຈະເກີດຂຶ້ນໃນທຸກດ້ານ, ສ້ອມແປງອຸປະກອນໄຟຟ້າ, ພັດລົມ ແລະ ກຽມຄວາມພ້ອມດ້ານອື່ນໆ ຍ້ອນວ່າເປັນສູນສອບເສັງໃຫຍ່ ຂອງເມືອງຈັນທະບູລີ, ການສອບເສັງຈົບຊັ້ນ ມ4 ກຽມຄວາມພ້ອມ 100% ເພື່ອຮອງຮັບນັກຮຽນຈໍານວນຫຼາຍ ທີ່ມາຈາກຫຼາຍໂຮງຮຽນ, ມີ 66 ຫ້ອງສອບເສັງ ທີ່ມາຈາກ 15 ໂຮງຮຽນ, ບັນຈຸນັກສອບເສັງ ໄດ້ 1,499 ຄົນ, ສ່ວນສູນສອບເສັງ ມປາຍ ມີທັງໝົດ 24 ສູນສອບເສັງ 1 ໃນນັ້ນກໍແມ່ນ ມສ ວຽງຈັນ, ສໍາລັບ ມສ ວຽງຈັນ ມີ 64 ຫ້ອງສອບເສັງ ທີ່ມາຈາກ 10 ໂຮງຮຽນ, ບັນຈຸນັກຮຽນທັງໝົດ ໄດ້ 1,272 ຄົນ, ມສ ວຽງຈັນ ມີຜູ້ເຂົ້າສອບເສັງທັງໝົດ 502 ຄົນ, ຍິງ 295 ຄົນ.
ໂອກາດດັ່ງກ່າວ, ອາຈານ ຈັນທອງພັນ ອຸໄລທອນ ຮຽກຮ້ອງມາຍັງລູກ-ຫຼານ ກໍຄື ນັກສອບເສັງ ຈົ່ງເອົາໃຈໃສ່ຄົ້ນຄວ້າບົດຮຽນໃຫ້ຫຼາຍ ແລະ ຂໍໃຫ້ພໍ່ແມ່ ຜູ້ປົກຄອງທັງຫຼາຍ ອໍານວຍຄວາມສະດວກຕໍ່ລູກ-ຫຼານຂອງຕົນ ກໍຄື ໄປສົ່ງເຂົາເຈົ້າໃຫ້ໄປເຂົ້າຫ້ອງສອບເສັງທັນກັບເວລາທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ (ຂ່າວ: ແສງຈັນ)
ຄໍາເຫັນ