ມື້ນີ້, ພວກເຮົາມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13 ທັນວາ 1920 – 13 ທັນວາ 2025)ເພື່ອສະແດງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ຜົນງານແລະຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໄກສອນພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະບູລະນະລະບອບປະຊາທິປະໄຕປະຊາຊົນເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ໃນໂອກາດນີ້, ພວກເຮົາອາດຈະທົບທວນຄືນປະຫວັດຄວາມເປັນມາຂອງຊາດເຮົາ ໂດຍສັງເຂບທີ່ສຸດ, ໂດຍສະເພາະປະຫວັດຄວາມເປັນມາຂອງບັນດາບັນພະບູລຸດຂອງຊາດລາວ ທີ່ຕິດພັນກັບປະຫວັດສາດຂອງຊາດເຮົານັ້ນ, ອາດຈະເວົ້າໄດ້ວ່າ ໃນແຕ່ລະຍຸກ, ແຕ່ລະສະ ໄໝ ຂອງແຕ່ລະໄລຍະປະຫວັດສາດ ກໍມີບັນພະບູລຸດ ທີ່ມີນຳ້ໃຈຮັກ ຊາດ, ມີຄວາມປາຖະໜາທີ່ແຮງກ້າ ຢາກໃຫ້ຊາດມີເອກະລາດ, ມີຜືນແຜ່ນດິນອັນຄົບຖ້ວນ ເປັນຂອງຄົນລາວ ແລະ ບັນພະບູລຸດເຫຼົ່ານັ້ນ ກໍມີຄວາມພະຍາຍາມດີ້ນຮົນ ເພື່ອສ້າງຄວາມເປັນເອກະພາບ, ຄວາມປອງດອງ ແລະ ເຕົ້າໂຮມຄວາມເປັນປຶກແຜ່ນພາຍໃນຊາດ ເພື່ອມີກຳລັງແຮງແຫ່ງການປົກປ້ອງຊາດ ແລະ ຜືນແຜ່ນດິນຂອງຕົນ ບໍ່ໃຫ້ຖືກຮຸກຮານ, ຖືກກືນກິນ ແລະ ຖືກຢຽບຢໍ່າທຳລາຍ, ປົກປ້ອງປະຊາລາສະດອນ ບໍ່ໃຫ້ຖືກກົດຂີ່ຂົ່ມເຫັງ, ຕົກເປັນທາດຂອງຊາດອື່ນ ຢ່າງທຸກທໍລະມານ ແລະ ອື່ນໆ... ແຕ່ຄວາມພະຍະຍາມເຫຼົ່ານັ້ນ ກໍມັກຈະຖືກທຳລາຍລົງເປັນຄັ້ງໆ; ຄວາມເປັນຊາດ ເອກະພາບ ກໍມັກຖືກມ້າງເພ ໃຫ້ແຕກແຍກ, ຊາດກໍຖືກກັບມາຊໍ້າຮອຍ; ຄວາມເຈັບປວດຂອງປະເທດຊາດ ແລະ ປະຊາຊົນ ກໍຍິ່ງນັບມື້ນັບໜັກໜ່ວງ ບໍ່ມີຍາມເງີຍຫົວເງີຍຄໍຂຶ້ນໄດ້... ແຕ່ຄົນລາວທີ່ເກີດມາໃນຍຸກໃໝ່, ໃນສະຕະ ວັດໃໝ່ (ສະຕະວັດທີ 20) ມານີ້, ຄົນລາວເລີ່ມເຫັນແສງສະຫວ່າງ ຢູ່ໃນຮູຖ້ຳທີ່ມືດມົນ, ແສງດັ່ງກ່າວໄດ້ເກີດຂຶ້ນ ແລະ ໄດ້ເປັ່ງລັດສະໝີ ອອກມາເທື່ອລະນ້ອຍ ຈົນເປັ່ງປະກາຍອອກເປັນແປວໄຟ ທີ່ກະຈາຍໄປທົ່ວປະເທດ ແລະ ກາຍເປັນທວນໄຟປະຕິວັດ ທີ່ມີກຳລັງແຮງທີ່ມີຄວາມສັກສິດ... ແສງສະຫວ່າງນັ້ນ ໄດ້ແກ່ແສງສະຫວ່າງຂອງລັດທິມາກ-ເລນິນ, ແສງສະຫວ່າງຂອງແນວທາງການປະຕິວັດປົດປ່ອຍຊາດຂອງພັກກອມມູນິດອິນດູຈີນ, ແສງສະຫວ່າງ ແລະ ທວນໄຟຂອງພັກປະຊາຊົນລາວ ທີ່ໄດ້ສ້າງຕັ້ງຂຶ້ນ ໃນປີ 1955,ເຊິ່ງວິລະບູລຸດທີ່ມີຊື່ວ່າ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ, ເປັນຜູ້ຊີ້ນຳ ທະນຸບຳລຸງສ້າງ ແລະ ເປັນຜູ້ສ້າງໃຫ້ພັກນີ້ ນຳພາປະຊາຊົນລຸກຂຶ້ນຕໍ່ສູ້ຢ່າງພິລະອົງ ອາດ, ລະອິດລະອ້ຽວ ແລະ ຍືດເຍື້ອຍາວນານ ຈົນຍາດໄດ້ໄຊຊະນະອັນຍິ່ງໃຫຍ່... ຈາກນັ້ນ, ປະທານ ໄກສອນ ພົມວິຫານ ຍັງສືບຕໍ່ຊີ້ນຳ-ນຳພາລະບອບໃໝ່ໃຫ້ກ້າວໜ້າຈະເລີນຢ່າງບໍ່ຢຸດຢັ້ງ ໃນຕະຫຼອດຊີວິດຂອງເພິ່ນ, ເຖິງວ່າເພິ່ນຈາກພວກເຮົາໄປແລ້ວ, ແຕ່ເພິ່ນໄດ້ປະມໍລະດົກແຫ່ງປະຫວັດສາດ ທີ່ບໍ່ສາມາດປະເມີນຄ່າໄວ້ໃຫ້ພວກເຮົາເດີນຕາມຢ່າງມີຄວາມເອກອ້າງທະນົງໃຈ ແລະ ປະໄວ້ເຊິ່ງຄວາມພາກພູມໃຈ ແລະ ຄວາມເຄົາລົບສັດທາ ຕໍ່ຜົນງານອັນຍິ່ງໃຫຍ່ຂອງເພິ່ນ ທີ່ມີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ຄົນລາວພວກເຮົາ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານ, ບັນດາສະຫາຍ ທີ່ເຂົ້າຮ່ວມງານໂຮມຊຸມນຸມ ລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງປະທານ ໄກສອນ ພົມວິຫານເຊີນ..... ເຊີນພັກ!
ຮຽນທີ່ຊຸມນຸມ,
ວິລະກໍາອັນລໍ້າເລີດ ແລະ ຄຸນລັກສະນະພິເສດສະເພາະຂອງປະທານ ໄກສອນ ພົມວິຫານ ໄດ້ສະແດງອອກຜ່ານບົດຂຽນ, ບົດບັນທຶກ, ສາລະຄະດີ, ບົດປະພັນ, ບົດກາບກອນ ແລະ ໃນສຽງຂັບຮ້ອງທຳນອງເພງຂອງຮຸ່ນຄົນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຢ່າງນັບບໍ່ຖ້ວນ... ໃນເວລາຈຳກັດນີ້, ຂ້າພະເຈົ້າ ພຽງແຕ່ຈະຍົກເອົາສ່ວນໜຶ່ງມາທົບທວນເຖິງກຽດຕິຄຸນ ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດທີ່ເປັນເລີກງາມຍາມດີ ໃນງານໂຮມຊຸມນຸມສະເຫຼີມສະຫຼອງ ວັນເກີດ ຂອງເພິ່ນ ທີ່ໝູນວຽນມາຄົບຮອບ 105 ປີ.
ປະທານໄກສອນພົມວິຫານກຳເນີດແລະ ເຕີບໃຫຍ່ໃນສະພາບທີ່ປະເທດຊາດຕົກເປັນເມືອງຂຶ້ນ, ສູນເສຍຄວາມເປັນຊາດເອກະລາດ, ປະຊາຊົນລາວບັນດາເຜົ່າຕົກເປັນຂ້ອຍຂ້າມ້າໃຊ້, ຖືກກົດຂີ່ຂູດຮີດ ຢ່າງແສນສາຫັດ ຈາກຕ່າງຊາດແລະ ລູກແຫຼ້ງຕີນມື ຂອງພວກເຂົາ... ຍ້ອນຄວາມຄັບແຄ້ນແໜ້ນໃຈ ທີ່ເຫັນສະພາບ ຫຼື ປະເທດຊາດຕົກຢູ່ໃນສະພາບແບບນັ້ນ ເພິ່ນໄດ້ເກີດມີຈິດໃຈຮັກເຊື້ອແພງຊາດ ອັນດູດດື່ມຂຶ້ນມາ ເຊິ່ງເປັນເຫດໃຫ້ເກີດມີຄວາມຕື່ນຕົວການເມືອງ, ມີແນວຄວາມຄິດທີ່ຢາກຊອກຫາເສັ້ນທາງຕໍ່ສູ້ກູ້ຊາດ, ຈຶ່ງໄດ້ຮ່ວມກັບເພື່ອນສະຫາຍຈໍານວນໜຶ່ງ ເຄື່ອນໄຫວປິດລັບ ແລະ ສະໝັກໃຈເຂົ້າຮ່ວມຂະບວນການປະຕິວັດຕັ້ງແຕ່ຍັງເຍົາໄວ.
ພາຍໃຕ້ແສງສະຫວ່າງຂອງທິດສະດີປະຕິວັດ ກໍຄືລັດທິມາກ-ເລນິນທີ່ປະທານໂຮ່ຈິມິນໄດ້ນໍາເຂົ້າມາສູ່ດິນແດນອິນດູຈີນ ແລະ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍນັ້ນ,ປະທານໄກສອນ ພົມວິຫານ ໄດ້ເລີ່ມຈາກການເຂົ້າຮ່ວມໃນຂະບວນການຊາວໝຸ່ມຕະລຸມບອນເຄື່ອນໄຫວກໍ່ສ້າງຮາກຖານການເມືອງ, ໂຄສະນາຂົນຂວາຍປະຊາຊົນ ແລະສ້າງໜ່ວຍແກ່ນສານນຳພາຂອງພັກຂຶ້ນ ເພື່ອສ້າງຂະບວນການປະຕິວັດ, ຂະບວນນີ້ ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ສ້າງຕັ້ງພັກປະຊາຊົນລາວຂຶ້ນ ທີ່ກາຍເປັນຫຼັກແຫຼ່ງແກ່ນສານໃນເວລານັ້ນ ເພິ່ນໄດ້ເອົາຕົວເຈືອຈານເຂົ້າກັບຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນບັນດາເຜົ່າຕັ້ງແຕ່ຕົ້ນ,ຮ່ວມເປັນຮ່ວມຕາຍ ກັບພະນັກງານ-ນັກຮົບ,ຮ່ວມທຸກຮ່ວມສຸກ ກັບປະຊາຊົນເພື່ອນຳພາສ້າງຂະບວນການຕໍ່ສູ້ຈົນສາມາດຍາດໄດ້ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ໃຫຍ່ຫຼວງຂຶ້ນເປັນກ້າວໆ,ຈົນເຖິງບັນລຸໄດ້ໄຊຊະນະສົມບູນ.
ການທີ່ການປະຕິວັດລາວເຮົາ ມີຄວາມເຕີບໃຫຍ່ຂະຫຍາຍຕົວໄດ້ຄືດັ່ງກ່າວນັ້ນ ຍ້ອນປະທານໄກສອນພົມວິຫານ ໄດ້ນໍາເອົາທິດສະດີປະຕິວັດ ສົມທົບເຂົ້າກັບຂະບວນການຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ຢ່າງກົມກຽວ ໂດຍໝູນໃຊ້ຫຼັກມູນທິດສະດີ ມາກ-ເລນິນຢ່າງປະດິດສ້າງແລະ ສອດຄ່ອງກັບສະພາບຈຸດພິເສດຕົວຈິງ ຂອງປະເທດເຮົາ, ເອົາຂະບວນການຮັກຊາດຕິດພັນກັບຂະບວນການປະຕິວັດຂອງໂລກ, ນຳພາຈັດຕັ້ງກອງຕະລຸມບອນປະກອບອາວຸດ, ປຸກລຸກຂົນຂວາຍປະຊາຊົນແລະສ້າງໄດ້ກໍາລັງປະກອບອາວຸດຕິດພັນກັບການກໍ່ສ້າງຮາກຖານການເມືອງແລະສ້າງໄດ້ຖານທີ່ໝັ້ນປະຕິວັດຂຶ້ນ ຢູ່ແຂວງຫົວພັນ, ທັງໄດ້ປະສົມປະສານການເຄື່ອນໄຫວກັບກອງກຳລັງປະກອບອາວຸດແລະຖານທີ່ໝັ້ນປະຕິວັດແຫ່ງອື່ນໆໃນທົ່ວປະເທດ, ໄດ້ນໍາພາເຕົ້າໂຮມກອງໂຄສະນາຂົນຂວາຍປະກອບອາວຸດປະຕິວັດ ຈາກທົ່ວປະເທດປະກາດສ້າງຕັ້ງເປັນກອງທັບລາວອິດສະຫຼະຂຶ້ນ ໃນວັນທີ 20 ມັງກອນ 1949 ເຊິ່ງແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ໃນປັດຈຸບັນ.
ປະທານໄກສອນພົມວິຫານ ໄດ້ຮ່ວມກັບບັນດາສະຫາຍນັກປະຕິວັດ ສ້າງຕັ້ງແນວລາວອິດສະຫຼະຂຶ້ນເປັນອົງການສໍາພັນທະພາບແນວໂຮມແຫ່ງຊາດ ເປັນຄັ້ງທໍາອິດໃນປະຫວັດສາດຊາດລາວ, ກາຍເປັນກໍາລັງແຮງປະຕິວັດທີ່ເຂັ້ມແຂງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ນໍາໄປສູ່ການສ້າງຕັ້ງພັກປະຊາຊົນລາວ ຂຶ້ນໃນວັນທີ 22 ມີນາ 1955 ເຊິ່ງຖືເປັນຂີດໝາຍສໍາຄັນແລະເປັນບາດລ້ຽວປະຫວັດສາດ ໃນການດໍາເນີນການປະຕິວັດຊາດ-ປະຊາທິປະໄຕ ຢູ່ປະເທດພວກເຮົາ ໄປສູ່ຄຸນະພາບໃໝ່.
ປະທານໄກສອນພົມວິຫານໄດ້ຮ່ວມກັບບັນດາຜູ້ນໍາຂອງພັກເຮົາຄົ້ນຄວ້າວາງຍຸດທະສາດການຕໍ່ສູ້ຢ່າງຖືກຕ້ອງ ໂດຍໄດ້ສົມທົບການຕໍ່ສູ້ດ້ວຍຫຼາຍຮູບການໄປພ້ອມໆກັນຢ່າງແໜ້ນແຟ້ນ, ເປັນຕົ້ນ ການເປີດສະໜາມຮົບດ້ານການທະຫານໄປພ້ອມໆກັບການຕໍ່ສູ້ທາງການເມືອງ, ທາງກົດໝາຍແລະ ທາງການທູດ ກໍຄືໄດ້ນໍາໃຊ້ຮູບການທັງຕໍ່ສູ້, ທັງເຈລະຈາສ້າງຄວາມຖືກຕ້ອງປອງດອງຊາດດ້ວຍການສ້າງຕັ້ງລັດຖະບານປະສົມເຖິງ 3 ຄັ້ງ ແລະ ໄດ້ດໍາເນີນຍຸດທະສາດ-ຍຸດໂທບາຍ ອັນນິ້ມນວນ-ຄ່ອງແຄ້ວ,ມີຫຼັກການກັບຝ່າຍກົງກັນຂ້າມ ເຮັດໃຫ້ການປະຕິວັດ ກໍຄື ຂະບວນການຕໍ່ສູ້ຂອງກຳລັງຮັກຊາດໄດ້ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະເປັນຂັ້ນໆມາ.
ປະທານໄກສອນພົມວິຫານເປັນນັກຍຸດທະສາດ ທີ່ກໍາແໜ້ນຈຸດພິເສດຂອງຄົນລາວ, ສັງຄົມລາວ, ທັງຮູ້ສ້າງສະພາວະການປະຕິວັດ ໃຫ້ແກ່ແຕ່ລະສະໜາມຮົບ, ສຸດທ້າຍກໍສາມາດສ້າງກາລະໂອກາດໃຫ້ແກ່ການປະຕິວັດ ທີ່ເພິ່ນເອີ້ນວ່າ“ພັນປີມີເທື່ອໜຶ່ງ”,ດ້ວຍການນຳໃຊ້“3ບາດຄ້ອນຍຸດທະສາດ”ທີ່ສາມາດທັບມ້າງກົງຈັກການປົກຄອງຂອງລັດຖະບານ ຝ່າຍຂວາໄດ້ສຳເລັດແລະ ຢຶດເອົາອໍານາດການປົກຄອງປະຕິວັດມາມື ໄດ້ດ້ວຍການໃຊ້ຍຸດທະສາດແບບ“ບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້ທັງໝົດ”,ສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2ທັນວາ 1975ອັນເປັນການໄຂສັງກາດໃໝ່, ສັງກາດແຫ່ງເອກະລາດແຫ່ງຊາດ ແລະອິດສະຫຼະພາບທີ່ແທ້ຈິງ ໃຫ້ແກ່ປະເທດຊາດແລະປະຊາຊົນລາວບັນດາເຜົ່າຂອງພວກເຮົາພາຍຫຼັງທີ່ຊາດເຮົາຕົກເປັນເມືອງສ່ວຍ, ເມືອງຂຶ້ນ ຂອງຕ່າງຊາດ ມາເປັນເວລານັບຮ້ອຍໆປີ.
ການຊີ້ນຳ-ນຳພາຂອງພັກ ພາຍໃຕ້ການນຳຂອງປະທານ ໄກສອນ ພົມວິຫານ ພາຍຫຼັງສະຖາປະນາ ສປປ ລາວ ນັ້ນ ແມ່ນໄລຍະຕົ້ນຂອງການປະຕິບັດໜ້າທີ່ແຫ່ງການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ໜ້າທີ່ໃນການພັດທະນາປະເທດຊາດ ດ້ວຍການຮໍາບາດແຜສົງຄາມ, ປັບປຸງເສດຖະກິດ-ສັງຄົມ, ຟື້ນຟູການຜະລິດຄືນໃໝ່, ປົວແປງ-ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໄປພ້ອມໆກັບການຕໍ່ຕ້ານການປອງຮ້າຍ, ມ້າງເພທໍາລາຍຢ່າງບໍ່ລົດລະຈາກອິດທິກຳລັງປໍລະປັກ ໄດ້ສຳເລັດຜົນຢ່າງໃຫຍ່ຫຼວງ ເພື່ອເປັນກຳລັງແຮງໃຫ້ແກ່ການສືບຕໍ່ນຳພາປວງຊົນລາວທັງຊາດ ປົກປັກຮັກສາ ແລະສ້າງສາລະບອບໃໝ່; ຈາກນັ້ນ ໄດ້ວາງແນວທາງປ່ຽນແປງໃໝ່ ເພື່ອສືບຕໍ່ບູລະນະແນວທາງນະໂຍບາຍ ເພື່ອກ້າວເດີນຕໍ່ໄປຢ່າງໜັກແໜ້ນ. ໃນເກືອບ 40 ປີແຫ່ງການປະຕິບັດ ແນວທາງປ່ຽນແປງໃໝ່ ທີ່ມີຜົນສຳເລັດຢ່າງເປັນຮູບປະທຳມານັ້ນ ໄດ້ເປັນທີ່ຮັບຮູ້ກັນດີວ່າ ແນວຄິດ-ຈິນຕະນາການ ຂອງປະທານ ໄກສອນ ພົມວິຫານ ເປັນພື້ນຖານໃຫ້ແກ່ການກຳນົດນະໂຍບາຍ ແລະ ແນວທາງປ່ຽນແປງໃໝ່ຂອງພັກເຮົາ ທີ່ເປັນແນວທາງແຫ່ງການບູລະນະ, ປະຕິຮູບຮອບດ້ານ ທີ່ມີປະສິດທິຜົນສູງ ແລະ ນໍາມາເຊິ່ງຜົນສໍາເລັດຮອບດ້ານ ຢ່າງໜ້າພາກພູມໃຈ ຈົນເທົ່າເຖິງທຸກວັນນີ້.
ຕະຫຼອດຊີວິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໃນຖານະທີ່ເພິ່ນເປັນໃຈກາງ, ເປັນຄັນທຸງຂອງການປະຕິວັດ ນັ້ນ, ຍາມໃດເພິ່ນກໍຖືສຳຄັນແນວທາງມະຫາຊົນຢ່າງສະເໝີຕົ້ນສະເໝີປາຍ, ເພາະເພິ່ນຖືວ່າກຳລັງແຮງຂອງປະຊາຊົນ ແມ່ນກຳລັງທີ່ບໍ່ບົກແຫ້ງ, ເພິ່ນຈຶ່ງເປັນຕົວແບບຂອງການພົວພັນສະໜິດແໜ້ນ, ໃກ້ຊິດຕິດແທດ, ຮ່ວມສຸກຮ່ວມທຸກກັບປະຊາຊົນບັນດາເຜົ່າ. ເພິ່ນບໍ່ພຽງແຕ່ຄິດຫາວິທີປົດປ່ອຍປະຊາຊົນອອກຈາກຄວາມເປັນຂ້ອຍຂ້າມ້າໃຊ້ເທົ່ານັ້ນ, ແຕ່ຫາກຍັງຄິດຫາວິທີ ແລະມາດຕະການທີ່ມີປະສິດທິຜົນ ເພື່ອປົດປ່ອຍເອົາປະຊາຊົນລາວບັນດາເຜົ່າ ອອກຈາກຄວາມທຸກຍາກຫຼ້າຫຼັງ,ນຳເອົາຄວາມຢູ່ດີກິນດີ, ຄວາມຮັ່ງມີຜາສຸກມາສູ່ປວງຊົນທັງຊາດ,ຖືການປຸກລະດົມຄວາມຕື່ນຕົວຮັກຊາດ ຂອງປະຊາຊົນ ແລະ ຖືເອົາການເຕົ້າໂຮມຄວາມສາມັກຄີປອງດອງຂອງບັນດາເຜົ່າແລະບັນດາຊັ້ນຄົນ ເປັນກຳລັງແຮງຕົ້ນຕໍ. ນອກຈາກນັ້ນ, ເພິ່ນໄດ້ຖືເອົາການຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດສາກົນຜູ້ຢູ່ໃກ້ ແລະ ຢູ່ໄກ ເຂົ້າໃນການສະໜັບສະໜູນຊ່ວຍເຫຼືອຂະບວນການປະຕິວັດ ແລະ ປົກປັກຮັກສາ ແລະ ພັດທະນາປະເທດເຮົາ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນ ເປັນບຸລິມະສິດ ຕໍ່ກັບຄວາມສໍາພັນສູ້ຮົບ ລາວ-ຫວຽດນາມ-ກໍາປູເຈຍ, ໃຫ້ຄວາມສໍາຄັນຕໍ່ການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ຈາກ ສປ ຈີນ, ສະຫະພາບໂຊຫວຽດ ບັນດາປະເທດສັງຄົມນິຍົມອ້າຍນ້ອງ, ບໍ່ລົດລະໃນການຍາດແຍ່ງເອົາການສະໜັບສະໜູນ ຈາກເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກ ແລະ ອົງການຈັດຕັ້ງສາກົນ ໃນໂລກ ເຂົ້າໃນພາລະກິດປະຕິວັດຊາດ-ປະຊາທິປະໄຕ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດເຮົາ... ປະທານ ໄກສອນ ພົມວິຫານໄດ້ອຸທິດໝົດສະຕິປັນຍາ, ກຳລັງວັງຊາແລະເຫື່ອແຮງ ເພື່ອພາລະກິດປະຕິວັດ, ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າດ້ວຍນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ, ມີຄວາມຊື່ສັດບໍລິສຸດ, ທ່ຽງທໍາ, ມີຄວາມຈິງໃຈຕໍ່ການກໍ່ສ້າງພະນັກງານຮຸ່ນສືບທອດ, ດໍາລົງຊີວິດແບບລຽບງ່າຍ, ຖະໜອມຖ່ອມຕົວ,ຮໍ່າຮຽນນໍາມະຫາຊົນ, ມັກສຶກສາຄົ້ນຄວ້າ-ຮ່ໍາຮຽນ ຍົກລະດັບເລື້ອຍໆ... ເຊິ່ງເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ພັກ, ລັດແລະປະຊາຊົນເຮົາ... ດ້ວຍຄຸນສົມບັດ ແລະ ທັດສະນະດັ່ງກ່າວ, ປະທານ ໄກສອນ ພົມວິຫານຈຶ່ງໄດ້ຮັບຄວາມເຄົາລົບຮັກ ແລະຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ຈາກປະຊາຊົນເຜົ່າຕ່າງໆ.ປະທານ ໄກສອນ ພົມວິຫານສົມແລ້ວ ທີ່ເປັນລູກຜູ້ປະເສີດ ແລະເປັນຜູ້ນຳ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.
ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງ,
ການລະລຶກ ເຖິງຄຸນງາມຄວາມດີ ແລະ ສໍານຶກບຸນຄຸນອັນໃຫຍ່ຫຼວງ ຂອງປະທານໄກສອນ ພົມວິຫານ ທີ່ພວກເຮົາກຳລັງທົບທວນເນື່ອງໃນໂອກາດວັນເກີດ ຂອງເພິ່ນ ຄົບຮອບ 105 ປີ, ພວກເຮົາຈົ່ງພ້ອມກັນຮ່ໍາຮຽນເອົາຄຸນສົມບັດສິນທຳປະຕິວັດຂອງເພິ່ນ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານ ແລະ ການດຳລົງຊີວິດຂອງພວກເຮົາແຕ່ລະຄົນ.ໃນໂອກາດນີ້,ຂ້າພະເຈົ້າ ຂໍສະເໜີ ແລກປ່ຽນກັບທ່ານຜູ້ເຂົ້າຮ່ວມຊຸມນຸມ ແລະ ທ່ານຜູ້ຊົມ-ຜູ້ຟັງ ໃນທົ່ວປະເທດ ບາງຄຳເຫັນຈຳນວນໜຶ່ງ ດັ່ງນີ້ :
ໜຶ່ງ,ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ຄວາມເປັນປຶກແຜ່ນ ຂອງຊາດໃຫ້ກາຍເປັນ“ຫີນສີລາອັນໝັ້ນແກ່ນ” ໃຫ້ແກ່ກ້ອນກໍາລັງມະຫາສາມັກຄີ ພາຍໃນຊາດ.
ພັກເຮົາ ເຄື່ອນໄຫວນໍາພາຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ມີການແບ່ງງານ ໃຫ້ບຸກຄົນ ແລະ ການຈັດຕັ້ງຮັບຜິດຊອບຢ່າງຈະແຈ້ງ, ການປະຕິບັດນະໂຍບາຍ ຕາມຫຼັກການນີ້ ແມ່ນການສ້າງຄວາມເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນຊາດໄດ້ເປັນຢ່າງດີ. ດັ່ງນັ້ນ, ການເຊີດຊູຄວາມຮັບຜິດຊອບການເມືອງ, ການປະຕິບັດໜ້າທີ່ ຂອງແຕ່ລະຄົນທີ່ໄດ້ຮັບມອບໝາຍ ດ້ວຍຄວາມພາກພຽນ, ອົດທົນ ແລະຈົງຮັກພັກດີ ນັ້ນ ແມ່ນກຳລັງແຮງຂອງການສ້າງຄວາມເຂັ້ມແຂງພາຍໃນຊາດ, ຄວາມເຂັ້ມແຂງນີ້ ຈະສາມາດຜ່ານຜ່າໄດ້ອຸປະສັກໃນສະພາບຫົວລ້ຽວຫົວຕໍ່ ທີ່ສ່ຽງເປັນສ່ຽງຕາຍ ທີ່ອາດຈະເກີດຂຶ້ນບົນເສັ້ນທາງເດີນປະເທດເຮົາ ດັ່ງທີ່ເພີ່ນເຄີຍເຕືອນໄວ້ ວ່າ : “ຍິ່ງຫຍຸ້ງຍາກ ກໍຍິ່ງອົດທົນ, ຍິ່ງສັບສົນ ກໍຍິ່ງທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍຍິ່ງສ້າງໄດ້ຄວາມສະຫຼາດສ່ອງໃສ”.
ສອງ,ພວກເຮົາຈະຕ້ອງໄດ້ເຊີດຊູຄວາມເປັນແບບຢ່າງນໍາໜ້າ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ລຽບງ່າຍ, ປອດໃສຂາວສະອາດ ທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງເປັນຕົວແບບໄວ້ໃນການດຳລົງຊີວິດ ແລະ ການຊີ້ນຳ-ນຳພາຂອງເພິ່ນ.
ພວກເຮົາ ຕ່າງກໍໄດ້ຮູ້-ໄດ້ເຫັນນຳກັນວ່າ ປະທານ ໄກສອນ ພົມວິຫານ ແລະ ການນຳຮຸ່ນກໍ່ຕັ້ງ ຂອງພັກເຮົາລ້ວນແຕ່ມີອິດທິພົນບົດບາດສູງ, ຍ້ອນຄວາມເປັນແບບຢ່າງນໍາໜ້າ ໃນຄວາມເປັນນັກປະຕິວັດ ທີ່ກ້າແກ່ນ, ສະເໝີຕົ້ນສະເໝີປາຍ, ບໍ່ວ່າຈະຢູ່ໃນສະໄໝຕໍ່ສູ້ກູ້ຊາດກໍຄື ໃນເວລາພັກເຮົາ ໄດ້ເປັນພັກກຳອຳນາດ, ພວກເພິ່ນຕ່າງກໍໄດ້ຮັບຕຳແໜ່ງ, ໜ້າທີ່ ທີ່ສຳຄັນ, ສູງສຸດ ຂອງພັກ-ຂອງລັດ,ແຕ່ປະທານ ໄກສອນ ພົມວິຫານ ແລະ ການນໍາ ຂອງພັກເຮົາ ກໍຍັງຍຶດໝັ້ນທັດສະນະມະຫາຊົນ, ຖືປະຊາຊົນເປັນກົກ, ເປັນກຳລັງແຮງ ທີ່ບໍ່ເຫືອດແຫ້ງ ແລະເປັນເປົ້າໝາຍເຄື່ອນໄຫວຮັບໃຊ້ ຂອງພັກ,ເວລາໃດ ກໍມີທັດສະນະມະຫາຊົນຢ່າງກວ້າງຂວາງ, ພົວພັນສະໜິດແໜ້ນ, ທັງລົງໃກ້ຊິດຕິດແທດ, ກໍາແໜ້ນສະພາບແນວຄິດ ແລະຄວາມມຸ່ງມາດປາຖະໜາ ຂອງສະມາຊິກພັກ, ພະນັກງານ-ນັກຮົບແລະ ປະຊາຊົນລາວບັນດາເຜົ່າ;ມີຄວາມເປັນຫ່ວງເປັນໄຍຕໍ່ຜົນປະໂຫຍດແລະຄວາມຢູ່ດີກິນດີ ຂອງປະຊາຊົນ,ເຮັດທຸກສິ່ງທຸກຢ່າງ ເພື່ອຕອບສະໜອງຜົນປະໂຫຍດພື້ນຖານ ຂອງປະຊາຊົນ.
ປະທານ ໄກສອນ ພົມວິຫານ ເຄີຍເຕືອນພວກເຮົາວ່າ:ເວລາທີ່ພັກເປັນພັກກຳອຳນາດ, ພະນັກງານ-ສະມາຊິກພັກ ຈະເກີດພະຍາດອາຍາສິດ, ເອກະຊົນ, ເປັນອາຍາເຈົ້ານາຍ, ເຫັນແກ່ຕົວ, ພັກພວກ ແລະ ທ້ອງຖິ່ນຄັບແຄບ, ສໍ້ລາດບັງຫຼວງ... ພວກເຮົາທຸກຄົນຄວນຈົດຈຳ ຄຳຕັກເຕືອນຂອງເພິ່ນນີ້ ເພື່ອປັບປຸງແກ້ໄຂ.
ສາມ,ຍົກສູງຄວາມເປັນເຈົ້າການ, ປະດິດສ້າງ ໃນການປັບປຸງ-ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ແທດເໝາະ, ສອດຄ່ອງກັບເງື່ອນໄຂ, ສະພາບຈຸດພິເສດ ໃນແຕ່ລະໄລຍະ ຂອງການປະຕິວັດໃນປະເທດ.
ປະທານ ໄກສອນ ພົມວິຫານ ມີຄວາມພາກພຽນ, ມານະອົດທົນສູງ ໃນການສຶກສາຄົ້ນຄວ້າ ດ້ານທິດສະດີພື້ນຖານ ຂອງລັດທິມາກ-ເລນິນ, ຮ່ຳຮຽນບົດຮຽນ ຂອງຕ່າງປະເທດ ແລະ ນຳມາໝູນໃຊ້ຢ່າງມີການເລືອກເຟັ້ນ ແລະເພິ່ນເອົາໃຈໃສ່ຮຽນຮູ້ຈາກພຶດຕິກໍາຕົວຈິງ,ທັງມີຄວາມສະດຸ້ງໄວ ແລະ ມີໄຫວພິບສູງຕໍ່ການຜັນແປ ຂອງສະພາບການຕ່າງໆ. ດ້ວຍເຫດນັ້ນ,ເພິ່ນຈຶ່ງມີຄວາມກ້າຫານປັບປຸງບູລະນະແນວທາງ ໃຫ້ມີຄວາມສອດຄ່ອງ ກັບສະພາບແວດລ້ອມ ໃນແຕ່ລະເງື່ອນໄຂ ຢ່າງປະດິດສ້າງ, ທັງຮູ້ໝູນໃຊ້ຍຸດໂທບາຍ ທີ່ແທດເໝາະ ເພື່ອບັນລຸເປົ້າໝາຍຍຸດທະສາດ,ທັງກຳແໜ້ນກາລະໂອກາດອັນເອື້ອອຳນວຍ ແລະຮູ້ນຳໃຊ້ຢ່າງວ່ອງໄວ ແລະທັນການ.
ຕົວຢ່າງ :ໃນເວລາທີ່ສະພາບການເມືອງ-ສັງຄົມ ຂອງຄ້າຍສັງຄົມນິຍົມເອີຣົບຕະເວັນອອກ ເກີດວິກິດການ, ປະທານ ໄກສອນ ພົມວິຫານ ໄດ້ມີຄວາມສະດຸ້ງໄວຕໍ່ສະພາບການ, ບໍ່ລັ່ງເລ ຢຸດໆຢ່ອນໆ, ເດັດດ່ຽວຕັດສິນໃຈຮ່ວມກັບໝູ່ສະຫາຍການນໍາ ດໍາເນີນການປ່ຽນແປງໃໝ່, ກ່ອນອື່ນໝົດ ແມ່ນປ່ຽນແປງໃໝ່ດ້ານຈິນຕະນາການ, ການປັບປຸງປ່ຽນແປງດ້ານກົນໄກ, ການຄຸ້ມຄອງ-ບໍລິຫານລັດ, ແຍກພາລະບົດບາດຊີ້ນຳ-ນຳພາຂອງພັກ ໃຫ້ສອດຄ່ອງກັບການນຳພາການຄຸ້ມຄອງບໍລິຫານດ້ານເສດຖະກິດ, ກໍານົດແຈ້ງການຄຸ້ມຄອງດ້ານມະຫາພາກ ແລະ ຈຸລະພາກ ຂອງບັນດາຫົວໜ່ວຍການຜະລິດ-ທຸລະກິດ, ການໃຊ້ເຄື່ອງມືດ້ານເສດຖະກິດ-ການເງິນ ເພື່ອຄຸ້ມຄອງ-ດັດສົມເສດຖະກິດ ຫາກບໍ່ແມ່ນການໃຊ້ແຕ່ຄໍາສັ່ງບໍລິຫານ,...ໃນການປ່ຽນແປງໃໝ່ນັ້ນ ຕ້ອງຍຶດໝັ້ນໃນຈຸດໝາຍສັງຄົມນິຍົມ, ປ່ຽນແປງໃໝ່ ຕ້ອງຮອບດ້ານ, ແຕ່ຕ້ອງມີຂັ້ນຕອນ ແລະ ບາດກ້າວອັນເໝາະສົມ. ເພິ່ນເນັ້ນຢໍ້າເລື້ອຍໆວ່າ ຢາກປ່ຽນແປງໃໝ່ໄດ້ດີ ຕ້ອງປະດິດສ້າງ, ປົດປ່ອຍແນວຄິດອອກຈາກລັດທິຄໍາພີ, ແຂງກະດ້າງ, ກົນຈັກຕາຍຕົວ, ປົດປ່ອຍແນວຄິດ ທີ່ບໍ່ສອດຄ່ອງກັບພຶດຕິກໍາຕົວຈິງ. ສິ່ງດັ່ງກ່າວນັ້ນ, ສ່ອງແສງເຖິງມານະຈິດປະຕິວັດບຸກ, ຄວາມປີຊາສາມາດ, ຄວາມກ້າຫານ, ປະດິດສ້າງ, ຄວາມເປັນເອກະລາດ ໃນການກໍານົດແນວທາງ, ແຜນນະໂຍບາຍ ຂອງປະທານ ໄກສອນ ພົມວິຫານ ແລະ ການນໍາ ຂອງພັກເຮົາ ໃນເວລານັ້ນ ເຊິ່ງຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີXIຂອງພັກ ກໍໄດ້ຕີລາຄາຢ່າງຈະແຈ້ງ ແລ້ວ, ສະນັ້ນ ພວກເຮົາ ດຳເນີນການແກ້ໄຂໃນຊຸມປີຕໍ່ໜ້າພາຍຫຼັງຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອຕອບສະໜອງຄວາມເລັ່ງທວງຂອງການພັດທະນາກ້າວຂຶ້ນຂອງປະເທດຊາດເຮົາ.
ສີ່,ຍຶດໝັ້ນ ແລະເສີມຂະຫຍາຍຈິດໃຈຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດ ອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກຳລັງແຮງພາຍໃນຊາດ ສົມທົບກັບກໍາລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາປະເທດຊາດກ້າວຂຶ້ນ. ໃນຊຸມປີຕໍ່ໜ້ານີ້, ພວກເຮົາຈະຂຸດຄົ້ນຄວາມອາດສາມາດບົ່ມຊ້ອນ ແລະ ທ່າແຮງ ຂອງພາຍໃນປະເທດ ສົມທົບກັບການຍາດແຍ່ງເອົາການຮ່ວມມືຈາກພາຍນອກຢ່າງເປັນເຈົ້າການ ເພື່ອສ້າງໃຫ້ມີກຳລັງແຮງໃນການປົກປັກຮັກສາ ແລະພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຕື່ມບາດກ້າວໜຶ່ງ ໂດຍຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີການຫັນປ່ຽນຈະແຈ້ງ; ຄົ້ນຄວ້າ ແລະປະດິດສ້າງໃໝ່ ໃນການໝູນໃຊ້ ແລະຕໍ່ຍອດ ແນວຄິດໄກສອນ ພົມວິຫານ ເຂົ້າໃນການນໍາພາພາລະກິດປະຕິວັດ, ສົມທົບແໜ້ນ ແລະມີການເລືອກເຟັ້ນລະຫວ່າງບົດຮຽນ ຂອງພັກເຮົາ ກັບບົດຮຽນ ຂອງເພື່ອນມິດສາກົນ ທີ່ແທດເໝາະກັບສະພາບຂອງປະເທດເຮົາ ຕາມແນວທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສາມາດຢືນດ້ວຍລໍາແຄ່ງລໍາຂາ ຂອງຕົນເອງ ແລະ ກ້າວອອກສູ່ໂລກ ໄດ້ຢ່າງໜັກແໜ້ນ.
ຫ້າ,ປະທານ ໄກສອນ ພົມວິຫານ ເຄີຍໃຫ້ນະໂຍບາຍໄວ້ ວ່າ : “ເອົາການສຶກສາໄປກ່ອນກ້າວໜຶ່ງ” ແລະເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກວັດທະນະທໍາ ຂອງຊາດ, ເພິ່ນເຄີຍສັ່ງສອນ ວ່າ:“ເສຍວັດທະນະທໍາແມ່ນເສຍຊາດ”.ໃນຊຸມປີຕໍ່ໜ້າພວກເຮົາຕ້ອງເອົາໃຈໃສ່ພັດທະນາຄົນລາວ ໃນທຸກດ້ານ, ສ້າງສັງຄົມ ທີ່ປະຊາຊົນເປັນເຈົ້າ, ສະເໝີພາບ, ຍຸຕິທໍາ ແລະ ສີວິໄລ, ຈຸດໝາຍລວມແມ່ນຕ້ອງນຳພາພັດທະນາຄົນລາວ ໃຫ້ມີຄວາມພ້ອມໃນທຸກດ້ານ ເປັນກຳລັງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ການສ້າງຄວາມຈະເລີນ ແລະຄວາມຢູ່ດີກິນດີທາງດ້ານວັດຖຸ ກັບການສ້າງຄວາມສີວິໄລທາງດ້ານຈິດໃຈ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ, ເພີ່ມສັກກະຍາພາບ ຂອງຄົນລາວ ໃຫ້ສູງຂຶ້ນເພື່ອສ້າງຄົນລາວ ໃຫ້ກາຍເປັນທຶນແຫ່ງຊັບພະຍາກອນມະນຸດຂອງຊາດ, ກາຍເປັນພົນລະເມືອງ ທີ່ມີຄຸນະພາບສູງຂຶ້ນ ແລະ ສາມາດປັບໂຕເຂົ້າກັບສະພາບການຜັນແປທີ່ຈະເກີດຂຶ້ນໄດ້ຢ່າງຮອບດ້ານ, ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ສາມາດຊົມໃຊ້ໝາກຜົນ ຂອງການປ່ຽນແປງໃໝ່ ກໍຄືການພັດທະນາ ຢ່າງຍຸຕິທຳ ເຊິ່ງແມ່ນຄວາມປາຖະໜາ ອັນສູງສົ່ງ ຂອງປະທານໄກສອນພົມວິຫານ ແລະ ອຸດົມການອັນສະເໝີຕົ້ນສະເໝີປາຍ ຂອງພັກເຮົາ.
ຫົກ,ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ ຢ່າງຈົດຈໍ່ ຕໍ່ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຖືປະຊາຊົນເປັນກົກ... ດັ່ງນັ້ນ, ພວກເຮົາທີ່ກຳລັງຜັນຂະຫຍາຍຄວາມເອົາໃຈໃສ່ ແລະ ຄວາມມຸ່ງມາດປາຖະໜາ ຂອງເພິ່ນ, ພວກເຮົາ ຕ້ອງເລັ່ງລັດພັດທະນາຊົນນະບົດ, ເຂດຫ່າງໄກສອກຫຼີກ ໂດຍເອົາປະຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍຂອງການພັດທະນາ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງທຶນ, ເຂົ້າເຖິງການສຶກສາ, ເຂົ້າເຖິງເຕັກໂນໂລຊີໃໝ່, ໃຫ້ປະຊາຊົນຮູ້ວິທີການທໍາມາຫາກິນແບບໃໝ່, ສ້າງວິຖີຊີວິດແບບໃໝ່ ທີ່ມີການພັດທະນາກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ປະທານໄກສອນພົມວິຫານ ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງໃຫ້ແກ່ພັກ ແລະ ແກ່ຊາດເຮົາ, ອຸດົມການແລະການອຸທິດຂອງເພິ່ນແມ່ນຕິດແໜ້ນກັບພາລະກິດປະຕິວັດ ຂອງພັກເຮົາ.ຂ້າພະເຈົ້າ ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຈົງສາມັກຄີກັນເປັນປຶກແຜ່ນ,ພ້ອມກັນສືບທອດແລະເສີມຂະຫຍາຍພາລະກິດປະຕິວັດ ຂອງປະທານໄກສອນພົມວິຫານຜູ້ນຳທີ່ແສນເຄົາລົບຮັກ ຂອງພວກເຮົາໃຫ້ເຂົ້າສູ່ຊີວິດຕົວຈິງ.
ວັນເວລາໄດ້ຜ່ານພົ້ນໄປ, ພາລະກິດປະຕິວັດ ຂອງພັກເຮົາ ກໍຄື ແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ໄດ້ລິເລີ່ມ ແລະ ນໍາພາມາແຕ່ຕົ້ນນັ້ນ ໄດ້ນໍາການປ່ຽນແປງໃໝ່ ຢ່າງເລິກເຊິ່ງ, ຮອບດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໃນຈຸດເວລາຄືແນວນີ້, ພວກເຮົາ ຍິ່ງມີຄວາມຊາບຊຶ້ງໃຈໃນພາລະກໍາອັນລໍ້າເລີດ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ປະໄວ້ໃຫ້ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ແລະ ພວກເຮົາຈະເດັດດ່ຽວໜຽວແໜ້ນ ສືບຕໍ່ສ້າງເປັນກຳລັງແຮງເພື່ອພັດທະນາຕໍ່ໆໄປ.
ປະທານ ໄກສອນ ພົມວິຫານ ສົມແລ້ວ ທີ່ເປັນວິລະບູລຸດ ທີ່ຍິ່ງໃຫຍ່ ຂອງຊາດລາວ, ເປັນນັກປະຕິວັດທີ່ອົງອາດກ້າແກ່ນ, ນັກຮັກຊາດຜູ້ຍິ່ງໃຫຍ່, ລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ.
ປະທານໄກສອນພົມວິຫານຍືນຍົງໃນພາລະກິດ ຂອງພັກເຮົາແລະຈະປະທັບຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ!
ຄໍາເຫັນ