ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)
- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.

 

ກ່ອນໜ້ານີ້ 50 ປີ,ນະສະຖານທີ່ນີ້ ໄດ້ເປັນບ່ອນເຕົ້າໂຮມກ້ອນກໍາລັງອັນມະຫຶມາ ຂອງນັກປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ເພື່ອຢຶດອໍານາດການປົກຄອງ ຢູ່ນະຄອນຫຼວງວຽງຈັນ, ອັນນໍາໄປສູ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ເພື່ອປະກາດລົບລ້າງລະບອບລ່າເມືອງຂຶ້ນ ແລະ ສັກດິນາ, ຂຸນເສິກຢ່າງສິ້ນເຊີງ, ສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ຈາກເຫດການປະຫວັດສາດອັນຍິ່ງໃຫຍ່ຄັ້ງນີ້“ໄດ້ເຮັດໃຫ້ຊະຕາກໍາຂອງຊາດ ແລະ ສັງຄົມ ປະເທດເຮົາ ປ່ຽນແປງຢ່າງເລິກເຊິ່ງ ແລະ ໄດ້ໄຂສັງກາດໃໝ່ ແຫ່ງການກໍ່ສ້າງປິຕຸພູມລາວທີ່ແສນຮັກ ແລະຫວງແຫນຂອງພວກເຮົາ ໃຫ້ກ້າວເດີນໄປຢ່າງວ່ອງໄວ ແລະເຂັ້ມແຂງ ຕາມເສັ້ນທາງເອກະລາດ, ເປັນເຈົ້າຕົນເອງ, ເອກະພາບ ແລະ ວັດທະນະຖາວອນ, ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ດໍາລົງຊີວິດຢູ່ຢ່າງອິ່ມໜໍາສໍາລານ, ມີອິດສະຫຼະພາບ ແລະ ມີຄວາມຜາສຸກຕະຫຼອດກາລະນານ”.

ເມື່ອຫວນຄືນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງການສ້າງຕັ້ງລະບອບໃໝ່ ທີ່ດັງກ້ອງກັງວານໄປທົ່ວທຸກແຫ່ງຫົນໃນທົ່ວປະເທດ ແລະ ທົ່ວໂລກນັ້ນ, ພວກເຮົາມີຄວາມອາໄລອາວອນແລະຮູ້ບຸນຄຸນອັນໃຫຍ່ຫຼວງ ຕໍ່ວິລະກໍາອັນລໍ້າເລີດ, ລະນຶກເຖິງຜົນງານແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງປະທານໄກສອນພົມວິຫານ, ປະທານສຸພານຸວົງ ແລະ ບັນດາຜູ້ນໍາ, ນັກຮົບປະຕິວັດ,ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກລໍາບາກໃດໆ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້.

ໃນພິທີອັນເຄັ່ງຂຶມ ແລະ ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າຂໍຮຽນເຊີນບັນດາສະຫາຍ, ແຂກທີ່ມີກຽດ, ບັນດາທ່ານ ທີ່ເຂົ້າຮ່ວມພິທີ ຢູ່ນະທີ່ນີ້ ແລະ ຮ່ວມພິທີຢູ່ທຸກແຫ່ງ ໃນທົ່ວປະເທດຈົ່ງພ້ອມກັນລຸກຂຶ້ນກົ້ມຫົວໄວ້ອາໄລ ເຖິງດວງວິນຍານ ຂອງບັນດາສະຫາຍ ທີ່ລ່ວງລັບໄປແລ້ວ(ຍິງປືນ ຫຼືກອງດຸລິຍາງ ບັນເລງສຽງເສບ)

ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ,

ຕະຫຼອດຍ່ານທາງ50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ການມ້າງເພທໍາລາຍທຸກຮູບແບບ ຕໍ່ລະບອບໃໝ່. ພວກເຮົາຮັກສາໄວ້ຢ່າງໜັກແໜ້ນ ຊຶ່ງໝາກຜົນຂອງການປະຕິວັດ ທີ່ແລກໄດ້ມາດ້ວຍຢາດເລືອດ, ຊີວິດ ແລະການເສຍສະຫຼະ ບໍ່ຈັກວ່າເທົ່າໃດຂອງນັກປະຕິວັດ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດພາຍໃຕ້ການນໍາພາອັນຖືກຕ້ອງ ສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ພວກເຮົາໄດ້ຕັ້ງໜ້າ, ເດັດດ່ຽວແລະ ບາກບັ່ນສູ້ຊົນສູງສຸດ ເພື່ອສະແຫວງຫາເສັ້ນທາງກ້າວເດີນທີ່ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ,ຈຸດພິເສດຂອງລາວ ແລະ ຈາກການຖອດບົດຮຽນໃນການສ້າງສາລະບອບໃໝ່ໃນຊຸມປີທໍາອິດ ໄດ້ດໍາເນີນພາລະກິດປ່ຽນແປງໃໝ່ ຜ່ານແນວຄິດລິເລີ່ມອັນປະດິດສ້າງ ແລະ ການຕັດສິນໃຈອັນກ້າຫານຂອງປະທານ ໄກສອນ ພົມວິຫານ,ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986 ແລະ ກອງປະຊຸມໃຫຍ່ຄັ້ງຕໍ່ໆມາຂອງພັກ ໄດ້ສະຫຼຸບສັງລວມບັນຫາຕ່າງໆ ແລ້ວວາງອອກເປັນແນວທາງປ່ຽນແປງໃໝ່ທີ່ເປັນລະບົບຄົບຊຸດ, ຮອບດ້ານ, ມີຫຼັກການແລະ ໄດ້ເພີ່ມເຕີມເສີມຂະຫຍາຍ ເຖິງທຸກວັນນີ້ ແລະ ຍັງຈະສືບຕໍ່ຍູ້ແຮງການຈັດຕັ້ງຜັນຂະຫຍາຍສູ່ລວງເລິກ ຕໍ່ໆໄປ.

ເລີ່ມຈາກການປ່ຽນແປງໃໝ່ດ້ານເສດຖະກິດ ຄຽງຄູ່ກັບການປ່ຽນແປງໃໝ່ດ້ານຈິນຕະນາການ, ໄດ້ສ້າງຄວາມຮັບຮູ້ໃໝ່ດ້ານທິດສະດີ ກ່ຽວກັບສັງຄົມນິຍົມສູ່ການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ. ສປປ ລາວ ຈາກທີ່ມີຈຸດເລີ່ມຕໍ່າ ສາມາດຜ່ານຜ່າພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບອັນລະອິດລະອ້ຽວ, ຂ້ຽວຂາດ ມາໄດ້.ພວກເຮົາ ສາມາດເວົ້າໄດ້ຢ່າງເອກອ້າງທະນົງໃຈວ່າ: ຊາດລາວ ຈາກປະເທດສັກດີນາ, ຫຼ້າຫຼັງ ແລະ ຕົກເປັນເມືອງສ່ວຍ, ຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ເປັນເວລາຫຼາຍຮ້ອຍປີນັ້ນ ໄດ້ກາຍເປັນປະເທດທີ່ມີເອກະລາດ,ອໍານາດອະທິປະໄຕຢ່າງສົມບູນ ບົນຜືນແຜ່ນດິນອັນແສນຮັກ ແລະ ປິຕຸພູມອັນຫວງແຫນ ຂອງປະຊາຊົນລາວບັນດາເຜົ່າ. ລະບອບປະຊາທິປະໄຕປະຊາຊົນ ໄດ້ຮັບການສ້າງຕັ້ງ, ບູລະນະ ແລະ ພັດທະນາ ໃຫ້ເຕີບໃຫຍ່ເຂັ້ມແຂງແລະ ມີການປ່ຽນແປງໃຫຍ່ຫຼວງທຸກດ້ານ; ຮັບປະກັນໄດ້ຄວາມໝັ້ນຄົງແລະ ສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮອບຮ້ອຍ, ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ໄດ້ຮັບການເຊີດຊູຍິ່ງຂຶ້ນ; ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ,ຄຸນຄ່າ, ເອກະລັກ ດ້ານວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍກາຍເປັນມໍລະດົກອັນລໍ້າຄ່າໃຫ້ຄົນລາວເຮົາໄດ້ສືບທອດຕໍ່ໄປ; ຊີວິດຄວາມເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການເອົາໃຈໃສ່ ປົວແປງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ແກ້ໄຂໄດ້ຄວາມທຸກຍາກເປັນກ້າວໆ ແລະ ຈະຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026;ສປປ ລາວ ເປັນຄູ່ຮ່ວມມື-ຄູ່ຮ່ວມພັດທະນາທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະຊາຊາດ, ມີທີ່ຕັ້ງ ແລະ ບົດບາດສໍາຄັນໃນຍຸດທະສາດແຫ່ງການເຊື່ອມຈອດ-ເຊື່ອມໂຍງ ຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ບົດບາດ, ຊື່ສຽງຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີໂລກ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ, ຄວາມຂອບໃຈອັນຈິງໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອ ມາຍັງປະເທດເພື່ອນມິດ ຜູ້ຢູ່ໃກ້ ແລະ ໄກ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ກໍຄື ອົງການຈັດຕັ້ງສັງຄົມ... ທີ່ໄດ້ຕັ້ງໜ້າໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ສປປ ລາວຕະຫຼອດໄລຍະເຄິ່ງສະຕະວັດທີ່ຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາ ຂອງປະຊາຊົນລາວພວກເຮົາ.

ຮຽນ ບັນດາສະຫາຍ, ແຂກທີ່ມີກຽດ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ,

50 ປີຜ່ານໄປນັ້ນ ແມ່ນ 50 ປີ ແຫ່ງການສ້າງຕັ້ງ, ບູລະນະ ແລະ ພັດທະນາ ສປປ ລາວ ຢ່າງບໍ່ຢຸດຢັ້ງ, ຖືເປັນໝາກຜົນລວມຍອດ ຂອງຂະບວນວິວັດແຫ່ງການຕໍ່ສູ້ອັນດຸເດືອດ, ຂ້ຽວຂາດ, ລໍາບາກ ຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ບໍ່ຍອມຈໍານົນ, ຄວາມຟົດຟື້ນປະຕິວັດ ແລະ ການເສຍສະຫຼະ ຂອງບັນພະບູລຸດ ແລະ ວິຣະບູລຸດ ຂອງຊາດລາວວິລະຊົນ ກໍຄື ການຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດເພື່ອນມິດ, ພິເສດແມ່ນຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບ ຂອງ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ອ້າຍນ້ອງ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ແລະ ສະຫງ່າງາມ ຊຶ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຂໍ້ສະຫຼຸບວ່າ: “ຕໍ່ສູ້ຍາວນານ, ມີໄຊຍິ່ງໃຫຍ່”.

ຕະຫຼອດໄລຍະ 50 ປີແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພວກເຮົາໄດ້ຢືນຢັນຢ່າງໜັກແໜ້ນເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ພາປະເທດກ້າວຂຶ້ນ, ນັ້ນແມ່ນ“ຢຶດໝັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ, ສ້າງລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດເປັນຂອງທົ່ວປວງຊົນລາວຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ”ຊຶ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍ ຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າ ຂອງປະຊາຊົນລາວ ບັນດາເຜົ່າທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຢຶດໝັ້ນ ເພື່ອນໍາພາພາລະກິດປະຕິວັດ, ນໍາພາປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ,

ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ພວມ ແລະ ຈະສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ, ເລິກເຊິ່ງ, ຮອບດ້ານ ແລະ ເຕັມໄປດ້ວຍສິ່ງທ້າທາຍທົດສອບຫຼາຍປະການນັ້ນ,ສປປ ລາວ ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການພົວພັນຮ່ວມມືເພື່ອພັດທະນາ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ; ໃນນີ້, ສືບຕໍ່ເພີ່ມທະວີຄວາມສາມັກຄີ, ສາຍພົວພັນອັນສະໜິດແໜ້ນ ກັບປະເທດເພື່ອນມິດຍຸດທະສາດ;ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ເດັດດ່ຽວຍຶດໝັ້ນເສັ້ນທາງການພັດທະນາທີ່ມີຄວາມສົມດູນ, ກົມກຽວ ລະຫວ່າງເສດຖະກິດກັບວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ; ສືບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ, ສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງຂອງຍຸກສະໄໝ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ ບົນພື້ນຖານການເຊີດຊູສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັງສາມາດກ້າວອອກສູ່ໂລກໄດ້ຢ່າງໜັກແໜ້ນ;ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ປະຊາຊົນໄດ້ຊົມໃຊ້ໝາກຜົນຈາກການພັດທະນາຢ່າງຍຸຕິທໍາ ແລະ ທົ່ວເຖິງ, ສ້າງຄວາມຢູ່ດີກິນດີ ແລະ ຮັ່ງມີຂຶ້ນຢ່າງບໍ່ຢຸດຢັ້ງ. ພວກເຮົາຕ້ອງສູ້ຊົນບັນລຸຄາດໝາຍໃຫຍ່ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນທີ່ລະບຸໄວ້ໃນໂຄງການການເມືອງຂອງພັກ ວ່າ“ຮອດປີ 2055 ເມື່ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ສປປ ລາວ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”.

ພວກເຮົາ ຈະສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຜົນງານ ແລະ ໄຊຊະນະຕະຫຼອດໄລຍະ 50 ປີ ດ້ວຍຊີວິດ ແລະ ອຸດົມການອັນເດັດດ່ຽວໜຽວແໜ້ນ, ສະເໝີຕົ້ນສະເໝີປາຍ ຂອງຮຸ່ນຄົນສືບທອດຕໍ່ໄປຕາບເທົ້າໃດໆ.

ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ຄວາມບໍລິສຸດຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເສຍສະຫຼະອັນສູງສົ່ງ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກໍາລັງປະກອບອາວຸດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ.ດ້ວຍຄວາມປາຖະໜາອັນແຮງກ້າ, ຄວາມເຊື່ອໝັ້ນອັນເຕັມປ່ຽມຂອງປະຊາຊົນຕໍ່ອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ ທີ່ບັນພະບູຣຸດ ຂອງພວກເຮົາໄດ້ວາງຮາກຖານ ແລະ ປູພື້ນເອົາໄວ້ ຊຶ່ງພວມໄດ້ຮັບການຕໍ່ຍອດ ແລະ ຍົກລະດັບຂຶ້ນດ້ວຍຮຸ່ນຄົນປັດຈຸບັນ ແລະ ຜູ້ສືບທອດທີ່ຈົງຮັກພັກດີນັ້ນ,ພວກເຮົາຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ເກີດເປັນຈິງຢ່າງແນ່ນອນ.

- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!

- ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືືນ!

- ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະຢູ່ໃນດວງໃຈ ຂອງປະຊາຊົນລາວ ຕະຫຼອດໄປ!

- ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!

(ຂໍຂອບໃຈ)

ຄໍາເຫັນ

ຂ່າວເດັ່ນ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ໃນຕອນບ່າຍຂອງວັນທີ 27 ພະຈິກ 2025, ທີ່ ຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 15 ໃນວັນທີ 26-28 ພະຈິກ 2025.
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍ

ໃນວັນທີ 27 ພະຈິກ 2025, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເດີນທາງມາຢ້ຽມຢາມທາງການແລະເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ - ກຳປູເຈຍ (JC) ຄັ້ງທີ 15,ທີ່ ສປປລາວ, ໃນລະຫວ່າງວັນທີ 26– 28ພະຈິກ 2025.
ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 24-27ພະຈິກ2025ເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການ.
ສານຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປ​ປລາວ  (ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025)  • ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ!

ສານຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປ​ປລາວ (ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025) • ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ!

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 25 ປີ (25/11/2000-25/11/2025)ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ພວກເຮົາໄດ້ສ້າງຂະບວນການ ລະນຶກວັນດັ່ງກ່າວ, ສໍາລັບ ປີນີ້ແມ່ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ເປັນການຢັ້ງຢືນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງວົງຄະນາຍາດສາກົນຮ່ວມກັນໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທັງເປັນໂອກາດທີ່ດີທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງສາມາດເກີດໄດ້ຫຼາຍຮູບການ ແລະ ຜ່ານຫຼາຍຊ່ອງທາງ ໂດຍສະເພາະໃນສັງຄົມທີ່ນັບມື້ຈະຫັນໄປສູ່ລະບົບດີຈີຕອນ.
ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIໄດ້ໄຂຂຶ້ນໃນວັນທີ 24ພະຈິກ2025ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການ.ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ ແລະ ຄາດຄະເນໄດ້ຍາກ ຄືປັດຈຸບັນນີ້, ແຕ່ຄະນະບໍລິຫານງານສູນກາງພັກ ກໍໄດ້ສຸມໃສ່​ນຳພາ-ຊີ້ນຳ ຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ, ໂດຍສະເພາະແມ່ນການແກ້ໄຂບັນດາປັດໄຈສ່ຽງ ທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ, ແກ້ໄຂ​ປະ​ກົດ​ການ​ຫຍໍ້​ທໍ້ຕ່າງໆ​ໃນ​ສັງ​ຄົມ,ສ້າງໄດ້ການຫັນປ່ຽນ ທີ່ຕັ້ງໜ້າ ແລະ ທ່ວງທ່າ ທີ່ດີໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດເຮົາ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.
ພິທີປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ບັນດາການນຳແລະອະດີດການນຳ

ພິທີປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ບັນດາການນຳແລະອະດີດການນຳ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(2ທັນວາ 1975-2ທັນວາ 2025) ໄດ້ມີຂຶຶ້ນໃນຕອນເຊົ້າທີ 20 ພະຈິກ 2025ນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ,ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີ ອະດີດ ເລຂາທິການໃຫຍ່,ອະດີດປະທານປະເທດ,ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ,ບັນດາສະຫາຍ ກຳມະການສູນກາງພັກ ພ້ອມດ້ວຍອະດີດການນຳ,ບັນດາການນຳຂອງກະຊວງ-ອົງການ ພະນັກງານ-ສະມາຊິກພັກເຂົ້າຮ່ວມ
ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14

ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14

ໃນວັນທີ 19 ພະຈິກ 2025, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສປຊ ປະຈຳ ສປປ ລາວ ໄດ້ຈັດ ກອງ ປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14 ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາບໃຕ້ຫົວໜ້າຂໍ້ “ເພີ້ມທະວີ ການເປັນຄູ່ຮ່ວມເພື່ອການພັດທະນາ ທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີສະຖຽນລະພາບ , ໝັ້ນທ່ຽງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ”
ເພີ່ມເຕີມ