ຫວຽດນາມ ໃນປີ 2025 ໄດ້ສືບທອດທ່າເຕີບໂຕສູງຂອງປີ 2024. ໃນນັ້ນ, ຊຸກຍູ້ການເຕີບໂຕ ຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ພ້ອມກັນນັ້ນ, ບັນດາກະຊວງ, ຂະແໜງການ ຜັນຂະຫຍາຍບັນດາມາດຕະການແກ້ໄຂໃນປີນີ້ຢ່າງຂ້ຽວຂາດ, ອັດຕາປະກອບສ່ວນຂອງເສດຖະກິດພາກເອກະຊົນເຂົ້າ GDP ໃຫ້ບັນລຸປະມານ 55%.
ຂ່າວລະບຸວ່າ: ທ່ານ ຫງວຽນດຶກເຕິມຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມເນັ້ນໜັກວ່າ: ໜຶ່ງໃນບັນດາກຳລັງໜູນການເຕີບໂຕໃໝ່ນັ້ນແມ່ນການປະຕິບັດມະຕິເລກທີ 57 ຂອງກົມການເມືອງທີ່ຫາກໍປະກາດໃຊ້ ຊຶ່ງກ່ຽວຂ້ອງເຖິງການຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳແລະເພື່ອຜັນຂະຫຍາຍວຽກງານດັ່ງກ່າວ, ໃນໄລຍະຜ່ານມາ ລັດຖະບານໄດ້ປະກາດໃຊ້ດຳລັດເລກທີ 182 ທີ່ກ່ຽວຂ້ອງເຖິງກອງທຶນສະໜັບສະໜູນການລົງທຶນ, ໃນນັ້ນຊີ້ແຈ້ງວ່າ: ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ພິເສດແມ່ນກ່ຽວຂ້ອງເຖິງຂົງເຂດໃໝ່ຄື: ຊິບ, ເຊມິຄອນດັກເຕີ, ປັນຍາປະດິດ ແລະ ຈະມີກົນໄກສະໜັບສະໜູນ ເພື່ອໃຫ້ວິສາຫະກິດລົງທຶນເຂົ້າໃນຂົງເຂດດັ່ງກ່າວ.
ຄໍາເຫັນ