![]() |
ທ່ານ ນາງ ຍົມມະລາ ເດດສັກດາ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ລາຍງານໃຫ້ຮູ້ວ່າ: ເມືອງຄູນຄໍາ ເປັນເມືອງໜື່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນໄລຍະຜ່ານມາ 2 ຄັ້ງຄື: ເລີ່ມແຕ່ວັນທີ 7-17 ກໍລະກົດ 2026 ໄດ້ຮັບຜົນກະທົບຈາກພະຍຸໄມ້ສັກ ແລະ ພະຍຸບາວີ ເຮັດພາໃຫ້ເກີດມີສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດນໍ້າຖ້ວມບ້ານເຮືອນປະຊາຊົນຈໍານວນ 9 ບ້ານຄື : ບ້ານນາກາງ, ບ້ານແກ້ງ, ບ້ານມ່ວງນໍ້າສາງ, ບ້ານນາຄໍາ, ບ້ານອໍ້, ບ້ານໂພນແຍງ, ບ້ານກູບ, ບ້ານຄູນມະນີ ແລະ ບ້ານກອງລໍ; ມີຄອບຄົວໄດ້ຮັບຜົນກະທົບຈໍານວນ 1,365 ຄອບຄົວ ແລະ ຖ້ວມສະເພາະເນື້ອທີ່ນາປີ, ເນື້ອທີ່ສວນ ຈໍານວນ 18 ບ້ານ, ເນື້ອທີ່ປັກດໍາ 3,639 ເຮັກຕາ, ນໍ້າຖ້ວມ 3,234 ເຮັກຕາ, ເສຍຫາຍ 1,769 ເຮັກຕາ, ຄອບຄົວທີ່ໄດ້ຮັບຜົນກະທົບ 1,989 ຄອບຄົວ, ນໍ້າຖ້ວມເສັ້ນທາງ ແລະ ທໍ່ເປ່ເພເສຍຫາຍທັງໝົດ 8 ເສັ້ນ; ຄັ້ງທີ 2 ເມືອງຄູນຄໍາໄດ້ຮັບອິດທິພົນຄວາມກົດອາກາດຕໍ່າ ເຮັດໃຫ້ຝົນຕົກຕິດຕໍ່ກັນແຕ່ວັນທີ 5-7 ສິງຫາ 2026 ເຮັດໃຫ້ມີນໍ້າຖ້ວມ ຈໍານວນ 8 ບ້ານຄື: ບ້ານໂພນແຍງ, ບ້ານນາກາງ, ບ້ານນາຄໍາ, ບ້ານມ່ວງນໍ້າສາງ, ບ້ານຄູນມະນີ, ບ້ານອໍ້ ແລະ ບ້ານແກ້ງ ມີຄອບຄົວທີ່ໄດ້ຮັບຜົນກະທົບ 713 ຄອບຄົວ, ຖ້ວມເນື້ອທີ່ທໍາການຜະລິດຂອງປະຊາຊົນ ຈໍານວນ 17 ບ້ານ, ເນື້ອທີ່ທໍາການຜະລິດທັງໝົດ 3,401 ເຮັກຕາ, ຖຶກນໍ້າຖ້ວມ 1,186 ເຮັກຕາ ແລະ ດິນເຊາະເຈື່ອນທາງເລກ 8A ເຂດພູຜາມ່ານ, ພູໄຮ ເປ່ເພ.
![]() |
ຕໍ່ກັບສະພາບການດັ່ງກ່າວ ທ່ານ ແກ້ວອຸດອນ ບຸດສິງຂອນ ໃນນາມຄະນະນໍາຂອງສະພາປະຊາຊົນແຂວງ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ກັບຄອບຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈົ່ງພ້ອມກັນຕິດຕາມເຝົ້າລະວັງຢ່າງໃກ້ຊິດເພື່ອລາຍງານ ແລະ ກຽມພ້ອມຮັບມືໃຫ້ທັນສະພາບການ.
ຈາກນັ້ນກໍໄດ້ເຄື່ອນໄຫວລົງຕິດຕາມສະພາບນໍ້າຖ້ວມ ເສັ້ນທາງຢູ່ບາງຈຸດຂອງເມືອງຄູນຄໍາຄື: ເຂດບ້ານນາຂາມ ຫາ ບ້ານຄູນມະນີ, ບ້ານນາເມືອງ ຫາ ບ້ານນາກາງ, ເສັ້ນທາງເຂົ້າກອງບັນຊາການທະຫານເມືອງ.
ໃນໂອກາດເຄື່ອນໄຫວຄັ້ງນີ້ ທ່ານ ແກ້ວອຸດອນ ບຸດສິງຂອນ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ພ້ອມທັງເງິນສົດຈໍານວນ 50 ລ້ານກີບ ມອບໃຫ້ຄະນະນໍາຂອງເມືອງ ເພື່ອນໍາໄປຊ່ວຍເຫຼືອແກ້ໄຂສຸກເສີນ ແລະ ຍັງໄດ້ມອບເງິນໃຫ້ກອງບັນຊາການທະຫານເມືອງຄູນຄໍາຈໍານວນ 5 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການສ້າງຂົວໄມ້ສຸກເສີນເຂົ້າໄປຫາກອງບັນຊາການທະຫານເມືອງຄູນຄໍາ.
ຂ່າວ: ແດງສະຫວັດ


ຄໍາເຫັນ