ສ​ພ​ຂ ອຸ​ດົມ​ໄຊ ເປີດກອງປະຊຸມຄົບຄະນະ 3 ຄະນະກຳມະການ

ສ​ພ​ຂ ອຸ​ດົມ​ໄຊ ເປີດກອງປະຊຸມຄົບຄະນະ 3 ຄະນະກຳມະການ
ກອງປະຊຸມຄົບຄະນະ 3 ຄະນະກຳມະການ ສະພາປະຊາຊົນແຂວງ (ສ​ພ​ຂ) ​ອຸ​ດົມ​ໄຊ ໄດ້ຈັດ​ຂຶ້ນໃນວັນທີ 8 ມັງກອນ ນີ້ ທີ່ແຂວງອຸດົມໄຊ ໂດຍມີ ທ່ານ  ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ມີ3 ຄະນະກຳມະການຄື: ຄະນະກຳມະການ ວັດທະນະທໍາສັງຄົມ ແລະ ບັນດາເຜົ່າ; ຄະນະກຳມະການຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະກຳມະການ ເສດຖະກິດ, ແຜນການ ແລະ ການເງິນ ພ້ອມຍດ້ວຍແຂກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງ 3 ຄະນະກໍາມະການສະພາປະຊາຊົນແຂວງ, ຮັບຟັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຈາກພະແນກແຜນການ ແລະ ການລົງທຶນ, ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ​ຫຍຸ້ງ​ຍາກ​ດ້ານເສດຖະກິດ - ການເງິນ, ຈາກພະແນການເງິນ, ຮັບຟັງການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2024 ຂອງອົງການກວດສອບ ປະຈໍາພາກເໜືອ 2 ແຂວງອຸດົມໄຊ ແລະ ບົດລາຍງານຜົນກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ປະຈຳປີ 2022 ຂອງແຂວງອຸດົມໄຊ, ຈາກອົງການກວດສອບປະຈຳພາກເໜືອ 2 ແຂວງ​ອຸ​ດົມ​ໄຊ, ຮັບຟັງການລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານກວດກາລັດ ປະຈໍາປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຈາກອົງການກວດກາລັດ, ຮັບຟັງການລາຍງານກ່ຽວກັບການເປີດປີທ່ອງທ່ຽວ​ແຂວງອຸດົມໄຊ ປີ 2024 ຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຮັບຟັງການລາຍງານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຈາກພະແນກກະສິກຳ ແລະ ປ່າໄມ້, ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຈາກກອງບັນຊາການປ້ອງກັນຄວາມສະຫງົບ, ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານອົງການໄອຍະການປະຈຳປີ 2023 ແລະ ທິດທາງແຜນການປີ 2024ຈາກອົງການໄອຍະການປະຊາຊົນແຂວງອຸດົມໄຊ, ຜ່ານມະຕິກອງປະຊຸມຄົບຄະນະ ຂອງ 3 ຄະນະກໍາມະການສະພາປະຊາຊົນແຂວງປະຈຳປີ 2023 ຕື່ມອີກ.
ຂ່າວ-ພາບ: ແສງ​ອາ​ທິດ

ຄໍາເຫັນ

ຂ່າວການເມືອງ

ທຫລ ເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ທຫລ ເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ອົງຄະນະພັກ ທະນາຄານແຫ່ງ ສປປ ລາວ (ຄພ.ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ສະຖາບັນການທະນາຄານ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ທຫລ, ມີບັນດາສະຫາຍ ຄະນະບໍລິຫານງານພັກ ທຫລ, ຄະນະໜ່ວຍພັກ-ຄະນະຮາກຖານ, ຄະນະກົມ, ຄະນະຜູ້ອຳນວຍການທະນາຄານທຸລະກິດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງນໍາພາ ເຂົ້າຮ່ວມຫຼາຍກວ່າ 200 ສະຫາຍ.
ເມືອງ ໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ

ເມືອງ ໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ

ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ໃຫ້ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນວັນທີ 16 ມິຖຸນານີ້ ທີ່ ເມືອງໄຊຍະບູລີ ໂດຍການເປັນປະທານຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມຮັບຟັງ.
ເມືອງ​ພຽງ ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ

ເມືອງ​ພຽງ ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທິ 10 ມິຖຸນາ 2026 ທີ່ ເມືອງພຽງ ໂດຍການ ເຜີຍແຜ່ເຊື່ອມຊຶມຂອງສະຫາຍ ອາເມ ຊົງເຢ້ຽເລັງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ພະແນກ ຕ​ສ ແຂວງສາລະວັນ ເຊື່ອມຊຶມມະ​ຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພະແນກ ຕ​ສ ແຂວງສາລະວັນ ເຊື່ອມຊຶມມະ​ຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕ​ສ) ແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອຊຶມ​ມະ​ຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ແກ່ພະນັກງານ - ສະມາຊິກພັກ ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້ ໂດຍການເປັນປະທານ ແລະ ບັນຍາຍໂດຍ ສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ມີບັນດາສະຫາຍຄະນະພັກຮາກຖານ; ເລຂາໜ່ວຍພັກ; ຄະນະໜ່ວຍພັກ; ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນ ເຂົ້າຮ່ວມ.
ຮອງເລຂາພັກແຂວງ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່​ຂອງ​ພັກ ຢູ່ເມືອງຕຸ້ມລານ

ຮອງເລຂາພັກແຂວງ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່​ຂອງ​ພັກ ຢູ່ເມືອງຕຸ້ມລານ

ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ ແລະ ພະນັກງານ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຂອງພັກ, ວຽກປັບປຸງກົງຈັກການຈັດຕັ້ງ ແລະ ວຽກກໍ່ສ້າງຮາກຖານການເມືອງ ຢູ່ທີ່ເມືອງຕຸ້ມລານ ແຂວງສາລະວັນ ເມື່ອ​ວັນ​ທີ 8 ມິ​ຖຸ​ນາ​ຜ່ານ​ມາ, ໂດຍມີສະຫາຍ ບົວແກ້ວ ວົງຄໍາຈັນ ກໍາມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະນະໃຫ້​ການ​ຕ້ອນ​ຮັບ.
ພັກຍາມໃດ ກໍຖືວຽກປັບປຸງກົງຈັກການຈັດຕັ້ງເປັນວຽກໜຶ່ງທີ່ສຳຄັນ

ພັກຍາມໃດ ກໍຖືວຽກປັບປຸງກົງຈັກການຈັດຕັ້ງເປັນວຽກໜຶ່ງທີ່ສຳຄັນ

ພັກຍາມໃດ ກໍຖືວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານໜຶ່ງທີ່ສຳຄັນໃນການນຳພາ-ຊີ້ນຳ ເພື່ອຂັບເຄື່ອນການພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດປະເທດ.
ທະຫານຜົ້ງສາລີ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງພັກ

ທະຫານຜົ້ງສາລີ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງພັກ

ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ ແລະ ປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກ ແລະ ປະກາດການເລື່ອນຊັ້ນນາຍທະຫານ ຂຶ້ນໃນວັນທີ 26 ພຶດສະພາຜ່ານມາ, ທີ່ສະໂມສອນເມືອງບຸນເໜືອ,ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ພັກ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພັກ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ

ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ພັກ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພັກ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ

ກອງ​ປະຊຸມ​ໃຫຍ່​ສະມາ ຊິກ​ພັກ ຄັ້ງ​ທີ V ອົງຄະ​ນະພັກ ສູນ​ກາງ​ສະຫະ​ພັນ​ກໍາມະບານ ​ລາວ ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 28 ພຶດສະພາ​ນີ້ ທີ່​ສູນ​ກາງ​ສະຫະ ພັນ​ກຳມະບານ​ລາວ (ສກລ), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ຄຳ​ຜອຍ ວັນນະ​ສານ ກຳມະການ​ສູນ​ກາງ​ພັກ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ກິ​ແກ້ວ ໄຂ​ຄໍາ​ພິທູນ ກໍາ​ມະ​ການ​ກົມ​ ການເມືອງ​ສູນ​ກາງ​ພັກ ປະ ທານ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຜູ້​ຊີ້​ນໍາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ມີ​ບັນດາ​ຄະນະ​ພັກ, ສະມາຊິກ​ພັກ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີຜູ້ແທນສົມບູນ 189 ສະຫາຍ, ຍິງ 83 ສະຫາຍ, ມີສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງບັນຊາການທະຫານເມືອງບຸນໃຕ້ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ກອງບັນຊາການທະຫານເມືອງບຸນໃຕ້ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ກອງບັນຊາການທະຫານເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃນວັນທີ 21 ພຶດສະພາຜ່ານມາ, ທີ່ສະໂມສອນກອງບັນຊາການທະຫານເມືອງບຸນໃຕ້ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງສະຫາຍ ພົຈວ ຊຽງເພັງ ບົວລະວົງ ກຳມະການພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ພອນ ສານສຸກ ຄະນະພັກ ກອງບັນຊາການທະຫານແຂວງ, ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງ, ສະຫາຍ ພັນໂທ ທອງດີ ພົມປັນຍາ ກຳມະການປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ເພີ່ມເຕີມ