ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ
ໃນໄລຍະ 5 ປີ (2021-2025), ສະພາແຫ່ງຊາດ (ສພຊ) ໄດ້ພິຈາລະນາຮັບຮອງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ; ໃນນີ້, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເທົ່າກັບ 90.62% ຂອງແຜນການ 5 ປີ ແລະ ມາຮອດປັດຈຸບັນ ສປປ ລາວ ມີກົດໝາຍທັງໝົດ 176 ສະບັບ. ນອກຈາກຜົນງານດ້ານນິຕິບັນຍັດນີ້, ກໍຍັງມີຜົນງານໃນດ້ານຕ່າງ; ຂະນະດຽວກັນ, ກໍໄດ້ມີແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.

 

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນຜ່ານບົດລາຍງາຍການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາແຫ່ງຊາດ ຊຸດທີ X.

ທ່ານນາງອໍາໄພວອນລ້ອມບຸນແພງ ກ່າວໃຫ້ຮູ້ຫຼາຍຜົນງານພົ້ນເດັ່ນ ໃນດ້ານນິຕິບັນຍັດ ຊຶ່ງນອກຈາກຜົນງານຂ້າງເທິງນັ້ນ ຊຶ່ງໄດ້ກ່າວວ່າ: ສໍາລັບປີ 2025,ໄດ້ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ;ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບແລະກົດໝາຍປັບປຸງ 8 ສະບັບ;ໄດ້ຮັບຄໍາສະເໜີຈາກພາກສ່ວນທີ່ກ່ຽວຂ້ອງໃນການຕີຄວາມໝາຍແລະອະທິບາຍກົດໝາຍທັງໝົດ 15 ບັນຫາຊຶ່ງສາມາດຕີຄວາມໝາຍຫຼືແກ້ໄຂດ້ວຍຮູບການຕ່າງໆສໍາເລັດ 14 ບັນຫາກວມເອົາ 93,33%;ໄດ້ອອກນິຕິກໍາໃຕ້ກົດໝາຍທັງໝົດ 80 ສະບັບ;ໃຫ້ສັດຕະຍາບັນແກ່ສົນທິສັນຍາແລະສັນຍາສາກົນໄດ້ທັງໝົດ 7 ສະບັບ.

ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ,ໄລຍະ 5 ປີຜ່ານມາ ໄດ້ດໍາເນີນກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນ ຂອງສະພາແຫ່ງຊາດ ໄດ້12 ຄັ້ງ, ພິຈາລະນາຫົວຂໍ້ທັງໝົດ 196 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 106 ສະບັບ.ປີ 2025,ໄດ້ດໍາເນີນກອງປະຊຸມສະໄໝສາມັນ 2 ຄັ້ງ ແລະ ກອງປະຊຸມສະໄໝວິສາມັນ 1 ຄັ້ງ, ພິຈາລະນາ 26 ເນື້ອໃນ ແລະຮັບຮອງອອກເປັນມະຕິ 26 ສະບັບ; ອັນພົ້ນເດັ່ນ, ໄດ້ພິຈາລະນາຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025 ແລະ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ; ໄດ້ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ທັງໝົດ 60 ຄັ້ງ, ພິຈາລະນາຫົວຂໍ້ທັງໝົດ 768 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 519 ສະບັບ; ປີ 2025 ໄດ້ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ 12 ຄັ້ງ, ກອງປະຊຸມວິສາມັນ 6 ຄັ້ງ, ໄດ້ພິຈາລະນາຫົວຂໍ້ເນື້ອໃນ 131 ເນື້ອໃນ ແລະ ອອກເປັນມະຕິ 91 ສະບັບ.

ດ້ານການຕິດຕາມກວດກາ, ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດລັດຖະທໍາມະນູນແລະກົດໝາຍ, ການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກເລກທີ 112/ກມສພ, ດໍາລັດ 280/ລບ; ການຜັນຂະຫຍາຍເນື້ອໃນກົດໝາຍອອກເປັນນິຕິກໍາໃຕ້ກົດໝາຍ, ການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ບັນຫາເສັ້ນທາງຄົມມະນາຄົມຂົນສົ່ງແລະຫົວຂໍ້ອື່ນໆໄດ້ 172 ຄັ້ງ. ພ້ອມກັນນັ້ນ, ຍັງໄດ້ຕິດຕາມກວດກາຢູ່ກອງປະຊຸມສະພາແຫ່ງຊາດດ້ວຍການຊັກຖາມ 490 ຄໍາຊັກຖາມ; ຄະນະປະຈໍາສະພາແຫ່ງຊາດໄດ້ຕິດຕາມກວດກາໂດຍຜ່ານການດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາກັບພາກສ່ວນຕ່າງໆເພື່ອປຶກສາຫາລືແລະແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ; ໄດ້ຊຸກຍູ້ການໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍຢູ່ 6 ກະຊວງແລະທ້ອງຖິ່ນ 6 ຄັ້ງກວມເອົາ 13 ແຂວງແລະຍັງໄດ້ຮ່ວມໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍແລະນິຕິກໍາໃຕ້ກົດໝາຍໄດ້ທັງໝົດ 17 ຄັ້ງຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 1, 631 ຄົນ, ຍິງ 572 ຄົນ; ຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍອອກເປັນນິຕິກໍາໃຕ້ກົດໝາຍຊຶ່ງມີ 305 ມາດຕາກວມເອົາ 87 ກົດໝາຍ,ສາມາດຜັນຂະຫຍາຍແລ້ວ 46 ມາດຕາ, ກວມເອົາ 10ກົດໝາຍ; ຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 5 ຂົງເຂດຄື: ເສດຖະກິດ-ການເງິນ 4 ສະບັບ; ຍຸຕິທໍາ 4 ສະບັບ; ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ; ວັດທະນະທໍາ-ສັງຄົມ 4 ສະບັບແລະສະພາແຫ່ງຊາດ 4 ສະບັບ.ປີ 2025,ໄດ້ຕິດຕາມກວດກາຫົວຂໍ້ຕ່າງໆໄດ້ທັງໝົດ 31 ຄັ້ງ.

ນອກນັ້ນ, ຍັງໄດ້ຕິດຕາມກວດກາຢູ່ກອງປະຊຸມສະພາແຫ່ງຊາດດ້ວຍການຊັກຖາມ 36 ຄໍາຊັກຖາມ; ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນທັງໝົດ 1,700 ສະບັບ, ສາມາດພິຈາລະນາຄໍາຮ້ອງຂໍຄວາມເປັນທໍາໄດ້ 1,400 ສະບັບເທົ່າກັບ 82,35%, ຍັງຄ້າງ 300 ສະບັບທີ່ເຂົ້າມາໃນສະພາແຫ່ງຊາດຊຸດທີIX; ປີ 2025,ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາ236 ສະບັບແລະພິຈາລະນາແກ້ໄຂໄດ້ 121 ສະບັບ; ໄດ້ຈັດກອງປະຊຸມປຶກສາຫາລືຄໍາຮ້ອງທີ່ມີຄວາມຫຍຸ້ງຍາກກັບພາກສ່ວນກ່ຽວຂ້ອງ 7 ຄັ້ງ, ສາມາດແກ້ໄຂໄດ້ 28 ເລື່ອງ; ຕ້ອນຮັບແລະໃຫ້ຄໍາປຶກສາແກ່ປະຊາຊົນ 424 ເທື່ອຄັ້ງ; ໄດ້ຮັບຄໍາຮ້ອງ, ຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນທັງໝົດ 2,708 ເລື່ອງ, ບັນຫາທີ່ປະຊາຊົນສະເໜີຫຼາຍແມ່ນພົວພັນກັບການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງເສດຖະກິດ-ສັງຄົມບັນຫາສິ່ງແວດລ້ອມແລະອື່ນໆ.

ທ່ານ ນາງ ອໍາໄພວອນລ້ອມບຸນແພງ ຍັງໄດ້ໃຫ້ຮູ້ເຖິງຜົນງານດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ການເຄື່ອນໄຫວຕ່າງປະເທດ. ພ້ອມນີ້, ກໍຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ, ສາເຫດດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ນອກນີ້, ກໍໄດ້ໃຫ້ຮູ້ວຍການຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນ 5 ວຽກງາານ ເປັນຕົ້ນການຈັດຕັ້ງການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ອື່ນໆ. ພ້ອມດຽວກັນ, ກໍໄດ້ຜ່ານຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເປັນຕົ້ນຈະສູ້ຊົນສ້າງ ແລະ ປັບປຸງກົດໝາຍໃຫ້ໄດ້ 90 ສະບັບ (ສ້າງໃໝ່ 20, ປັບປຸງ 70 ສະບັບ).

ສຳລັບແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ນາງ ອໍາໄພວອນລ້ອມບຸນແພງ ໄດ້ໃຫ້ຮູ້ວ່າ: ດ້ານນິຕິບັນຍັດ ຈະປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ໃຫ້ມີຄວາມສອດຄ່ອງ; ກຳນົດແຜນການສ້າງ ແລະ ປັງປຸງກົດໝາຍ ປະຈໍາປີ 2026 ໃຫ້ໄດ້ 18 ສະບັບ; ໃນນີ້, ກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 16 ສະບັບ. ພ້ອມນີ້, ກໍມີແຜນການໃນດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ການຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ການເຄື່ອນໄຫວຕ່າງປະເທດ.

(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ